ຊ່ວຍທັນພໍດີ
ຂຽນເມື່ອ June 22, 2008, ໃນຫມວດ ໄອເດຍ. (ອ່ານ 2,695 ຄັ້ງ)
ທີ່ມາ – aromdee.net
Tags: joke, ຕະລົກ, ຫື່ນ, ອາລົມດີ
ຄາຖາທັມບົດ ໂກທວັກທີ່ ໑໗
“ພຶງຊະນະຄວາມໂກດດ້ວຍຄວາມບໍ່ໂກດ
ພຶງຊະນະຄວາມບໍ່ໃຍດີດ້ວຍຄວາມດີ
ພຶງຊະນະຄວາມຖີ່ດ້ວຍການໃຫ້
ພຶງຊະນະຄົນມັກກວ່າຄຳເຫລາະແຫລະດ້ວຍຄຳສັຈ”
ພໍດີມີໂອກາດໄດ້ອ່ານວາລະສານທັມມະໃກ້ຕົວ ເລີຍເຫັນພຸທພາສິດນີ້ມາ ອ່ານແລ້ວຂົນລຸກ
Tags: ການໃຫ້, ຄວາມດີ, ຄວາມຖີ່, ຄວາມໂກດ, ຄຳສັຈ, ທັມມະ, ພຸທພາສິດ
ໂມຂະບຸລຸດ
ດູກ່ອນໂມຂະບຸລຸດ ທັມອັນເຮົາສະແດງແລ້ວໂດຍອະເນກປຣິຍາຍ ເພື່ອຄາຍຄວາມກຳໜັດ ບໍ່ແມ່ນເພື່ອມີຄວາມກຳໜັດ ເພື່ອຄວາມພາກ ບໍ່ແມ່ນເພື່ອຄວາມປະກອບ ເພື່ອຄວາມບໍ່ຍຶດໝັ້ນ ບໍ່ແມ່ນເພື່ອມີຄວາມຍຶດໝັ້ນບໍ່ແມ່ນຫຼື? ເມື່ອທັມຊື່ນັ້ນອັນເຮົາສະແດງແລ້ວ ເພື່ອຄາຍຄວາມກຳໜັດ ເຈົ້າຍັງຈະຄິດເພື່ອມີຄວາມກຳໜັດ ເຮົາສະແດງເພື່ອຄວາມພາກ ເຈົ້າຍັງຈະຄິດເພື່ອຄວາມປະກອບ ເຮົາສະແດງເພື່ອຄວາມບໍ່ຖືໝັ້ນ ເຈົ້າຍັງຈະຄິດເພື່ອມີຄວາມຖືໝັ້ນ.
ດູກ່ອນໂມຂະບຸລຸດ ທັມອັນເຮົາສະແດງແລ້ວໂດຍອະເນກປຣິຍາຍ ເພື່ອເປັນທີ່ສຳລອກແຫ່ງຣາຄະ ເພື່ອເປັນທີ່ສ່າງແຫ່ງຄວາມເມົາ ເພື່ອເປັນທີ່ດັບສູນແຫ່ງຄວາມຣະຫາຍ ເພື່ອເປັນທີ່ສຳຣອກແຫ່ງຕັນຫາ ເພື່ອເປັນທີ່ດັບແຫ່ງຕັນຫາ ເພື່ອອກໄປຈາກຕັນຫາຊື່ວ່ານະ ບໍ່ແມ່ນຫຼື?
ສ່ວນຫນຶ່ງຈາກ ພຣະໄຕຣປິດົກ ເຫຼັ້ມທີ່ ໑ ພຣະວິໄນປິດົກ ເຫຼັ້ມທີ່ ໑ ມະຫາວິພັງ ພາກ ໑
Tags: ທັມມະ, ພຣະໄຕຣປິດົກ
IRON MAN
IRON MAN ເປັນຫນັງທີ່ສ້າງຈາກຫນັງກາຕູນ Marvel Comic ທີ່ໄດ້ຮັບຄວາມນິຍົມຫລາຍເລື່ອງຫນຶ່ງ ແລະເປັນທີ່ແນ່ນອນວ່າ ເລື່ອງຈາກ Marvel Comic ຕ້ອງຖືກສ້າງເປັນຫນັງ –ບໍ່ມື້ໃດກໍ່ມື້ຫນຶ່ງ ແລະຄັ້ງນີ້ກໍ່ຮອດຄິວຂອງ IRON MAN ຜູ້ເປັນ Hero ຄົນໃຫມ່ຫລ້າສຸດທີ່ລົງຈໍຍັກໄປເມື່ອຊ່ວງຕົ້ນພຶດສະພາທີ່ຜ່ານມາ ແຕ່ຜູ້ຂຽນຫາກໍ່ໄດ້ມີໂອກາດໄດ້ເບິ່ງ (ຈາກແຜ່ນ DVD ພາບໂຮງ ສຽງໂຮງ ແຕ່ພໍເບິ່ງໄດ້)
ເນື້ອເລື່ອງຂອງຫນັງ IRON MAN ຈະແຕກຕ່າງຈາກຫນັງແນວ Super Hero ຂອງ Marvel Comic ເລື່ອງອື່ນ. Tony Stark ພະເອກເປັນຄົນທີ່ບໍ່ໄດ້ມີພະລັງຕິດຕົວມາແຕ່ທ້ອງແມ່ ຫາກວ່າເປັນຜູ້ມີພອນສະຫວັນອັນລ້ຳເລີດ ສາມາດປະດິດພັດທະນາອຸປະກອນຕ່າງ ໆ ໄດ້ຢ່າງຫລວງຫລາຍ ແລະເປັນຜູ້ສ້າງອາວຸດສົງຄາມຕ່າງ ໆ ຈົນເມື່ອຖືກລັກພາຕົວໄປໂດຍຜູ້ກໍ່ການຮ້າຍ ແລະສາມາດຫນີອອກມາໄດ້ ຈຶ່ງຜັນປ່ຽນແນວຄິດທີ່ຈະສ້າງອາວຸດທຳລາຍລ້າງໂລກ ມາເປັນຫາວິທີທາງເຊິ່ງຈະພິທັກສັນຕິພາບໂລກແທນ
ສຳຫລັບຫນັງເລື່ອງນີ້ເປັນຫນັງທີ່ຫນ້າຕິດຕາມ ມີ plot ເລື່ອງທີ່ບໍ່ເຄັ່ງຂຶມເກີນໄປ ຄົນທີ່ບໍ່ເຄີຍອ່ານ IRON MAN ສະບັບກາຕູນມາກ່ອນກໍ່ສາມາດທຳຄວາມເຂົ້າໃຈຫນັງໄດ້ບໍ່ຍາກ
ບໍ່ແນ່ໃຈວ່າ ITECC ຈະນຳ IRON MAN ອອກສາຍມື້ໃດ ແຕ່ຂໍແນະນຳການຕິດຕາມຕາຕະລາງຫນັງໄດ້ຈາກ http://movie.laozaa.com/ (ຮູ້ສຶກວ່າ ບໍ່ຄ່ອຍອັບເດດແລ້ວ ສົງໄສເມົາແປ Ubuntu)
ສຳຫລັບຂໍ້ມູນອື່ນ ໆ ຂອງ IRON MAN ເບິ່ງໄດ້ໃນເວັບໄຊຢ່າງເປັນທາງການ http://ironmanmovie.marvel.com/
ດ້ານລຸ່ມເປັນ Trailer
Tags: IRON MAN, Marvel Comic, Movie, ມາເວວ, ຫນັງ, ໄອຣອນແມນ
ຢ່າງເທບ -*-
Danger! High Voltage
Gay Bar
ເຫັນໃນโก๋สิจ้ะ ວົງນີ້ຊື່ວ່າ Electric Six
Tags: electric six, music, ເທບ
ບັກຜີ້ບ້າໃນ IE6
ຂຽນເມື່ອ May 29, 2008, ໃນຫມວດ ເທັກໂນໂລຢີ. (ອ່ານ 3,400 ຄັ້ງ)
ຕ້ອງຂໍຖະແຫລງກ່ອນວ່າ ຄຳວ່າ “ບັກ” ທີ່ຂຶ້ນໃນຫົວຂໍ້ນັ້ນ ຫມາຍເຖິງ “Bug” ເດີ້ ເຂົ້າເລື່ອງເລີຍ ກໍ່ຄືໃນ IE6 (ແລະຕ່ຳກວ່າ) ຈະມີບັ໊ກອັນແປກປະຫລາດຢູ່ຫລາຍຢ່າງ ຫນຶ່ງໃນຈຳນວນນັ້ນຄື ເນື້ອຫາຈະຫາຍໄປເມື່ອໃຊ້ float: left; ແຕ່ຢ່າງໃດກໍ່ຕາມ ບັນຫານີ້ສາມາດແກ້ໄດ້ໂດຍການກຳຫນົດ position: relative; ເພີ່ມໃສ່ກໍ່ຈະເປັນການແກ້ໄຂສະເພາະຫນ້າໄດ້ແລ້ວ 🙂
ກວ່າຊິແກ້ໄຂໄດ້ ກໍ່ກິນເວລາໄປເກືອບມື້ 🙁 ບໍ່ຫນ້າເລີຍ ລູກຄ້າເຮົາ ໃຊ້ IE6 ~_~)~~
ອ່ານເພີ່ມເຕີມໄດ້ໃນ http://www.positioniseverything.net/explorer/peekaboo.html
Tags: Bug, CSS, IE6, web browser
Ubuntu ShipIt (ໃນທີ່ສຸດກໍ່) ມາຮອດແລ້ວ
ຮູ້ສຶກວ່າ ຈະຂໍແຜ່ນ Ubuntu ໄປດົນ ດົນ ດົນ ດົນ ຕັ້ງແຕ່ຕອນມັນຍັງບໍ່ທັນອອກເທື່ອ (Pre-order) ຫນ້າຈະເປັນເກືອບສອງເດືອນແລ້ວ ໃນທີ່ສຸດ ມື້ນີ້ມັນກໍ່ມາຮອດມື 🙂 ເປັນແຜ່ນຊີດີຟຣີທີ່ຂໍໄດ້ຈາກ https://shipit.ubuntu.com/ ໃຊ້ເວລາສົ່ງປະມານ 2 – 8 ອາທິດ ຫຼືປະມານສອງເດືອນເປັນຢ່າງຊ້າ ເຂົາຈະສົ່ງມາໃຫ້ຟຣີ ມີແຕ່ຖ້າຮັບເອົາຢູ່ບ້ານ 😀
ຫນ້າຫໍ່
Tags: CD-ROM, Free, ShipIt, Ubuntu, ລິນຸກ
ພຕພ
ຂຽນເມື່ອ April 27, 2008, ໃນຫມວດ ເທັກໂນໂລຢີ. (ອ່ານ 5,395 ຄັ້ງ)
ບໍ່ໄດ້ຂຽນເລື່ອງ ພຕພ ດອກ ແຕ່ວ່າຂຽນເລື່ອງພັນລາວ ຄືວ່າ ສັງເກດວ່າ ພັນລາວມີ keyword ພຕພ ຕິດຢູ່ໃນຜົນການຊອກຫາຂອງ google ນຳ ຊອກຫາຄຳວ່າ ພຕພ ໃນ google ກໍ່ຈະພົບກັບອັລບັ້ມພາບຂອງທ່ານພະນົມສິນໃນອັນດັບຕົ້ນ ໆ ກ່ອນເລີຍ
Busy life ຕອນທີ່ ໑
ໄດ້ໂອກາດປ່ຽນ Theme ພ້ອມເລີຍ ຍັງຄົງຄວາມມືດມົນເຊັ່ນເດີມ 😀 ຊ່ວງນີ້ຫຍຸ້ງວຽກຫລາຍເລື່ອງ ຮູ້ສຶກວ່າເຄີຍຂຽນໄປກ່ອນຫນ້ານີ້ແລ້ວໃນ ອີກບລັອກຫນຶ່ງ ແຕ່ບໍ່ເປັນຫຍັງ ຂຽນຕື່ມກໍ່ໄດ້ ເຮົາບໍ່ຖື ໕໕໕
ໄລຍະນີ້ກຳລັງງົມຢູ່ກັບການແກ້ໄຂຫລາຍ ໆ ຢ່າງໃຫ້ຮຽບຮ້ອຍ ບາງອັນເກົ່າໂພດກໍ່ຢາກເອົາມາປັດຝຸ່ນ ບາງອັນເກົ່າເກີນໃຊ້ໄດ້ກໍ່ຢາກເອົາໄປແຂວນປະໄວ້ ເຜື່ອມື້ຫນ້າມີເວລາຄ່ອຍເບິ່ງໃຫມ່ ແຕ່ວ່າ ເວລາກໍ່ຍັງຄົງເປັນບັນຫາ ອັນທີ່ຈິງບັນຫາບໍ່ໄດ້ມາຈາກເວລາ ແຕ່ບັນຫາມັນມາຈາກຄົນບໍລິຫານເວລາ ເພິ່ນວ່າ ຄົນເຮົາມີເວລາ ໒໔ ຊົ່ວໂມງເທົ່າກັນຫມົດ ແຕ່ວ່າ ໃຜກັນທີ່ຈະສາມາດໃຊ້ ໒໔ ຊົ່ວໂມງນັ້ນໃຫ້ເປັນປະໂຫຍດທີ່ສຸດ
Tags: busy, ຊີວິດ, ຊີວິດ, ທັມມະ, ອາຍຸ, ເວລາ, ໂຕເລກ
ເລົ່າເລື່ອງໃນຮ້ານອາຫານ ຕອນທີ່ 1
ລູກຄ້າຊ່ວງນີ້ເລີ່ມປ່ວງອີກແລ້ວ ແຂກໂຕະສອງສັ່ງອາຫານໄດ້ພິດສະດານອີ່ຫລີ
ຄົນຫນຶ່ງສັ່ງວ່າ ເອົາຂົ້ວອິກໄກ່ແຖມມັນ ແຕ່ບໍ່ເອົາມັນ ຂໍເອົາເປັນຜັກແທນ
ອີກຄົນຫນຶ່ງບອກ ເອົາຂົ້ວເຕົາຫູ່ຜັກ ແຕ່ບໍ່ໃຫ້ຂົ້ວເຕົາຫູ່ ໃຫ້ເອົາໄປຕົ້ມແທນ ແລ້ວຄ່ອຍເອົາມາໃສ່ກັນ ເລີຍຖາມໄປວ່າ ຊັ້ນກໍ່ເອົາເປັນແກງເຕົາຫູ່ດີກວ່າບໍ່? ແຂກບອກວ່າ ບໍ່ ຂ້ອຍບໍ່ຢາກໄດ້ນ້ຳແກງ ວ່າຊັ້ນໃຫມ່ບາດນີ້ ປ໊າດດດດ ແຂກມັນກວນຂະຫນາດ
ອີກຄົນຫນຶ່ງຊິກິນຫມາກກ້ຽງປັ່ນ ບອກບໍ່ມີ ເພິ່ນເລີຍໃຫ້ເອົານ້ຳຫມາກກ້ຽງໄປປັ່ນແທນ -*-
Tags: ປ່ວງ, ປັ່ນນ້ຳຫມາກກ້ຽງ, ລູກຄ້າ, ຫລວງພະບາງ, ຮ້ານອາຫານ, ເຕົາຫູ່