ບໍ່ຜ່ານອີກແລ້ວ!!!

ໄປເສັງໃບຂັບຂີ່ອີກຮອບ ຮອບນີ້ເປັນຮອບທີ 3 ເອ໊ະ ຫຼືໜ້າຈະ 4 ເພາະວ່າໄປເທື່ອນີ້ເທື່ອທີ 4 ແລ້ວ

ເລື່ອງກໍເລີ່ມຕົ້ນຈາກປີກາຍ ໄປຮຽນ basic ແບບໄວໆ ຈາກໂຮງຮຽນການຊ່າງ ແລ້ວກໍໄປເສັງ ປາກົດວ່າ ຜ່ານທິດສະດີ ແຕ່ບໍ່ຜ່ານຂັບຂີ່ໂຕ T ແລະໂຕ C ກິນແຫ້ວກັບບ້ານໄປ.

ຮອບທີສອງ ເສັງເດືອນຖັດມາ ໜ້າຈະເປັນເດືອນ 12 ເດືອນນັ້ນຄົນຫຼາຍພິລຶກ ເພາະວ່າເປັນເດືອນທີ່ພໍດີຄົບ 3 ເດືອນຂອງໂຮງຮຽນສອນຂັບລົດ ຄົນເລີຍຫຼາຍເປັນພິເສດ. ກໍໄປເສັງສະເພາະໂຕ T ກັບ C ເພາະທິດສະດີຜ່ານແລ້ວ ປາກົດວ່າ ຜ່ານແຕ່ໂຕ T ສ່ວນ C ບໍ່ຜ່ານ ກິນແຫ້ວອີກແລ້ວ.

ຍັງບໍ່ໝົດກຳລັງໃຈ ຊິເສັງໃຫ້ຜ່ານໃຫ້ໄດ້ນີ້ແຫລະ…

ເດືອນຖັດມາ ເດືອນ 1 ໄປຍື່ນຄຳຮ້ອງເສັງອີກຮອບ ປາກົດວ່າ ເພິ່ນບໍ່ໃຫ້ເສັງ ໃຫ້ຖ້າອີກ 3 ເດືອນ… -_-‘

3 ເດືອນຜ່ານໄປ ໄວປານຂີ້ໂມ້ ເດືອນ 3 ມາຮອດ ແຕ່ກໍບໍ່ໄດ້ໄປ ເພາະວ່າ ຄາວຽກ ກໍເລີຍກາຍເອົາຊື່ໆ ປົກກະຕິຈະໄປຍື່ນຊ່ວງວັນທີ 20 ~ 24 ຂອງເດືອນ ແຕ່ເດືອນນີ້ບໍ່ທັນ ບາດໄປກໍວ່າປິດແລ້ວ ອົດເລີຍ.

ມາຮອດເດືອນ 4 ເດືອນທີ່ກຳລັງຂຽນນີ້ເອງ ໄປຍື່ນອີກຮອບ ປາກົດວ່າ ບໍ່ຜ່ານ ເຂົາບອກວ່າ ເສັງເທື່ອທີ 1 ບໍ່ໄດ້ ເທື່ອທີ 2 ບໍ່ໄດ້ອີກ ຕ້ອງພັກຜ່ອນ 6 ເດືອນຄ່ອຍໄປຍື່ນເອກະສານໃໝ່ ແລ້ວໄປເສັງໃໝ່ຄືນ (ໝາຍຄວາມວ່າຕ້ອງກັບໄປເສັງທິດສະດີ ແລ້ວກໍໂຕ T ພ້ອມ C ໃໝ່ທັງໝົດ =”=)

ໄປເວົ້າໃຫ້ໝູ່ຟັງ ໝູ່ບອກວ່າ ຊື້ໂລດ ຊື້ໂລດ ຊື້ໂລດ ຈົນເຮົາເອງກໍຄ້ອຍຕາມ ໜ້າຈະຊື້ດີກວ່າ ບໍ່ຕ້ອງເສຍເວລາ ຊື້ເອົາບາດດຽວກໍໄດ້ ເສຍເງິນເທື່ອດຽວ ເສຍເວລາເທື່ອດຽວ ມັນກໍງ່າຍດີ ແຕ່ຄຶດໄປຄຶດມາ ຄົນອີ່ຫຍັງຫວະ ໂຄດໄດ້ເລື່ອງ ເຈິອຸປະສັກເທົ່ານີ້ກໍຖອດໃຈລະ ແມ່ມ ມັນຊິໄປຫາຢູ່ຫາກິນຫຍັງໄດ້ນຳເພິ່ນ ຖຸຍຍຍຍຍ ປາກບອກວ່າຊັງ ບໍ່ມັກພວກໃຊ້ເສັ້ນໃຊ້ສາຍ ແຕ່ໂຕເອງກຳລັງຄຶດຈະຊື້ໃບຂັບຂີ່ ນີ້ມຶງປາກຢ່າງໃຈຢ່າງແທ້ໆ

ວ່າຊັ້ນແລ້ວກໍຖ້າໄປເສັງຕໍ່ໄປ ຊ່ວງນີ້ຖ້າຖືກຕຳຫຼວດເປົ່າລົດຕອນກຳລັງຂັບກໍຈ່າຍຄ່າປັບໃໝໄປກ່ອນລະກັນ ຟິ້ວວວວວວ ~

IP MAN 2

http://www.youtube.com/watch?v=CrhNQXX2XTg&feature=player_embedded

ໃກ້ເຂົ້າມາແລ້ວກັບໜັງ IP MAN ພາກ 2 ເຊິ່ງເຫດການຕໍ່ເນື່ອງມາຈາກ IP MAN ພາກທຳອິດ ເຫດການແມ່ນຫຼັງຈາກທີ່ທ່ານອາຈານຕ້ອງເດີນທາງເຂົ້າສູ່ເມືອງໃຫຍ່ ເປີດສຳນັກ ແລະເຈິກັບອຸປະສັກນານັບປະການ ຫວັງວ່າຈະໄດ້ເບິ່ງໄວໆ -.-‘

Superheating of water (Mythbusters)

ຊາຍອາຍຸ 26 ປີຄົນນຶ່ງຕ້ອງການຕົ້ມກາເຟໂດຍໃຊ້ເຕົາ Microwave ລາວໄດ້ໃຊ້ນ້ຳເປົ່າໃສ່ຈອກກາເຟ ແລ້ວເອົາເຂົ້າໄປໃນເຕົາ Microwave ເພື່ອຕົ້ມໃຫ້ນ້ຳເດືອດ (ລາວເຮັດປະຈຳ) ແຕ່ໃນຄັ້ງນີ້ບໍ່ຮູ້ວ່າຕັ້ງເວລາດົນເທົ່າໃດ ເມື່ອຮອດເວລາທີ່ຕັ້ງໄວ້ ລາວຟ້າວເປີດເຕົາອອກມາແລ້ວຈັບຈອກກາເຟມານຳ ເຊິ່ງລາວກໍແປກໃຈວ່າເປັນຫຍັງນ້ຳໃນຖ້ວຍບໍ່ເດືອດຂຶ້ນມາເປັນໄອນ້ຳ ລາວຈຶ່ງກົ້ມໜ້າລົງໄປໃກ້ໆ ເພື່ອຈະເບິ່ງນ້ຳໃນຖ້ວຍກາເຟ ທັນໃດນັ້ນເອງ ນ້ຳໃນຖ້ວຍກາເຟກໍເດືອດຂຶ້ນມາໃສ່ໜ້າຂອງລາວ ຈົນລາວຕ້ອງໂຍນຈອກກາເຟນັ້ນຖິ້ມ ແຕ່ບໍ່ທັນແລ້ວ ນ້ຳຮ້ອນໄດ້ລວກໜ້າຂອງລາວ ເຮັດໃຫ້ໜ້າລາວເປັນແຜເປັນເຖິງກັບເສຍໂສມໄປເລີຍ ນອກຈາກນີ້ ຕາຍຊ້າຍກໍຍັງຖືກນ້ຳຮ້ອນລວກຈົນສູນເສຍການເບິ່ງເຫັນໄປບາງສ່ວນອີກນຳ.

ແພດທີ່ໃຫ້ການຮັກສາໄດ້ກ່າວວ່າ ເປັນເຫດການທີ່ເກີດຂຶ້ນໄດ້ເລື້ອຍໆ ຖ້າເຮົາໃຊ້ນ້ຳລ້າເຂົ້າໄປຕົ້ມໃນເຕົາ Microwave ແລະແນະນຳວ່າ ໃຫ້ໃຊ້ທ່ອນໄມ້ນ້ອຍໆ ສຳລັບຄົນກາເຟ ຫຼືໃຊ້ຖົງນ້ຳຊາ ແຕ່ຫ້າມໃຊ້ປ່ວງ ຫຼືສ້ອມທີ່ເປັນເຫຼັກ ໃສ່ລົງໄປໃນນ້ຳເພື່ອກະຈາຍພະລັງງານເວລາທີ່ຕົ້ມນ້ຳໃນເຕົາ Microwave.

ບົດຄວາມຈາກ Fwd mail … ເຊິ່ງປົກກະຕິກໍບໍ່ໜ້າເຊື່ອ ຈົນໄດ້ພົບ clip ວິດີໂອດ້ານລຸ່ມ…

ສະຫຍອງ -.-‘

ວິທີປ່ຽນນາມສະກຸນໄຟລ໌ໃນ Linux ເທື່ອລະຫຼາຍໆ

ໄປເຫັນວິທີເຮັດມາຈາກກະທູ້ນຶ່ງໃນ Unix.com ໃຊ້ງ່າຍດີ

ອັນທີ່ຈິງມັນມີວິທີແບບງ່າຍໆ ແມ່ນ ພິມ  for x in *.old; do mv “$x” “${x%.old}.new“; done ບ່ອນ old ແມ່ນນາມສະກຸນເກົ່າ ແລ້ວກໍ new ແມ່ນນາມສະກຸນໃໝ່ ແຕ່ບັນຫາແມ່ນ ມັນໃຊ້ໄດ້ສະເພາະໄຟລ໌ໃນ directory ທີ່ກຳລັງເປີດເທົ່ານັ້ນ ບໍ່ສາມາດປ່ຽນພວກໄຟລ໌ທີ່ຢູ່ໃນໂຟນເດີຍ່ອຍໄດ້.

ວິທີທີສອງ ສາມາດປ່ຽນໄດ້ທັງໃນໂຟນເດີຍ່ອຍນຳ:

ທຳອິດ ຊອກຫາໄຟລ໌ກ່ອນ ພິມ find . -type f -name “*.ext ບ່ອນ ext ແມ່ນນາມສະກຸນທີ່ຈະຊອກ

ທົດລອງໃຫ້ປ່ຽນຊື່ ພິມ find . -type f -name “*.ext” | xargs -i  echo  ‘{}’ ‘{}’_disable ບ່ອນ ext ແມ່ນນາມສະກຸນ ສ່ວນ _disable ເປັນຊື່ທີ່ຈະຂຽນຕໍ່ຈາກນາມສະກຸນເກົ່າ

ຖ້າເບິ່ງແລ້ວທຸກຢ່າງລົງໂຕ ກໍຈັດການພິມ find . -type f -name “*.ext” | xargs -t -i  mv   ‘{}’ ‘{}’_disable ກໍເປັນອັນຈົບພິທີ

my life, thoughts, ideas, and random stuff… since 2007