Secret.exe
ຂຽນເມື່ອ November 16, 2008, ໃນຫມວດ ເທັກໂນໂລຢີ. (ອ່ານ 2,366 ຄັ້ງ)
ໝູ່ສຸດທີ່ຮັກ TINO ເອົາ USB Drive ມາສົ່ງຄືນ ພ້ອມກັບຂອງຂວັນທີ່ບໍ່ປາຖະໜາ ຮອບທຳອິດ ໄປຮຽບຮ້ອຍ ກາຍເປັນຕິດໄວຣັດແມ່ນຫຍັງຈັກຢ່າງ ເປັນຊື່ csrss.exe ຮອບນີ້ເອົາອີກແລ້ວ ເພາະຮອບກ່ອນຫຼັງຈາກກູ້ລະບົບໄດ້ແລ້ວກໍ່ບໍ່ໄດ້ໃຊ້ USB Drive ນັ້ນອີກ ພໍດີມື້ນີ້ມາລອງໃໝ່ ຍັງເຫັນຢູ່ອີກ -*-
ສັງເກດຄັ້ງທຳອິດ ຄລິກຂວາກ່ອນ ວ່າມີຫຍັງຜິດປົກກະຕິບໍ່
ບ່ອນທີ່ເປັນ Default selection ທີ່ເປັນໂຕໜາ ອັນນັ້ນປົກກະຕິຕ້ອງເປັນ Open ບໍ່ແມ່ນ 0pen (ເລກ 0 ແທນ O ໃນພາສາອັງກິດ) ສະແດງວ່າມັນພະຍາຍາມຕົວະໃຫ້ເຂົ້າໃຈຜິດວ່າແມ່ນເປີດ ກໍ່ເລີຍບໍ່ເປີດ ໄປເປີດ cmd.exe ແທນ
ໃນໜ້າຈໍ cmd ພິມ G: ແລ້ວ Enter ເພື່ອເຂົ້າໄປໃນ G:\ ຈາກນັ້ນພິມ dir /a ເພື່ອສະແດງໄຟລ໌ທັງໝົດ ປະກົດເຫັນ Secret.exe ແລະ AutoRun.inf ກໍ່ຈັດການ attrib AutoRun.inf -r -s -h ເພື່ອປິດ Read-Only, System ແລະ Hidden ອອກ ມັນຈຶ່ງລຶບໄດ້ ແລ້ວກໍ່ attrib Secret.exe -r -s -h ຈາກນັ້ນ del AutoRun.inf ແລະ del Secret.exe ເພື່ອລຶບອອກ
ຈົບຂັ້ນຕອນແລ້ວຈັດການ Safe remove ແລ້ວສຽບໃໝ່ ກໍ່ບໍ່ປະກົດ 0pen ແລ້ວ 😀
Tags: 0pen, Secret.exe, TINO, USB, Virus
ຄວາມປະຫຼາດຂອງ DirectAdmin… (ພາກຕໍ່)
ຂຽນເມື່ອ November 8, 2008, ໃນຫມວດ ເທັກໂນໂລຢີ. (ອ່ານ 2,861 ຄັ້ງ)
ຈື່ໄດ້ວ່າກ່ອນໜ້ານີ້ເຄີຍເວົ້າເລື່ອງຄວາມແປະປະຫຼາດຂອງ DirectAdmin CP ມາແລ້ວ ງວດນີ້ກໍ່ອີກຄັ້ງໜຶ່ງ ພົບບັນຫາວ່າ ຫຼັງຈາກທີ່ປ່ຽນ IP ແລ້ວ ກາຍເປັນວ່າຂຶ້ນ
This IP is being shared among many domains.
ເຊິ່ງພໍເຂົ້າຜ່ານທາງ Proxy ລະວ່າໄດ້ ກໍ່ເລີຍຄິດວ່າອາດຈະເປັນຍ້ອນ DNS ບໍ່ອັບເດດ ມັນອາດຈະໄປເຫັນ IP ເກົ່າ ກໍ່ສັ່ງ ipconfig /flushdns ແລະ ipconfig /registerdns ແລ້ວກໍ່ໄດ້ IP ຂອງ domain ນັ້ນເປັນ IP ທີ່ປ່ຽນໃໝ່ ຖືວ່າ DNS ບໍ່ມີບັນຫາແລ້ວ ແຕ່ກໍ່ຍັງເຂົ້າໄປພົບວ່າ This Ip is being shared among many domains ຄືເກົ່າ…
ໄປອ່ານພົບໃນກະທູ້ນີ້ວ່າ ຕ້ອງແກ້ໄຟລ໌ ips.conf ເຊິ່ງຢູ່ທີ່ /etc/httpd/conf/ips.conf ຈັດການເພີ່ມ entry ຂອງ IP ພ້ອມລະບຸ path ໃຫ້ຮຽບຮ້ອຍ ຈາກນັ້ນສັ່ງ service httpd restart ແລ້ວລອງເຂົ້າເບິ່ງ ກໍ່ເປັນອັນເຂົ້າໄດ້ຕາມປົກກະຕິໂດຍບໍ່ຕ້ອງໃຊ້ proxy
ອືມ.. DA… ປະຫຼາດດີແທ້
Tags: CP, directadmin, hosting
0x000000A8
ຂຽນເມື່ອ October 30, 2008, ໃນຫມວດ ເທັກໂນໂລຢີ. (ອ່ານ 1,791 ຄັ້ງ)
A problem has been detected and Windows has been shut down to prevent damage to your computer.
The system is booting in safemode – Minimal Services Technical Information: *** STOP: 0x000000A8 Beginning dump of physical memory Physical memory dump complete. Contact your system administrator or technical support group for further assistance. |
Tags: 0x000000A8, a8, bsod, error
ຍຸບພັນລາວ
Tags: punlao, ຍຸບ, ຍົກເລີກ, ພັນລາວ
ຈົນລືມ… AdSense
ມື້ນີ້ໝູ່ຢູ່ໄປສະນີໂທຫາຕອນສິບໂມງເຊົ້າ ຖາມວ່າ ນິນນີ່ ລະຫັດ error ບລາ ໆໆ ເອີ… ແລ້ວກໍ່ມີຈົດໝາຍສົ່ງມາຫາ ມາຈາກສະວີເດັນ -*- ຟັງແລ້ວງົງ ສະວີເດັນບໍ່ຮູ້ຈັກໃຜຊິສົ່ງມາເຮັດຫຍັງ ກໍ່ເລີຍວ່າ ດຽວເລີກການຕອນສວາຍລະແວ່ເອົາມາໃຫ້ແດ່ ກໍ່ໂອເຄຕາມນັ້ນ…
Tags: adsense, check, Google, ເງິນ
ໃບບີນຕັ້ງໂຕະ
ກັອບມາຈາກ http://www.bill.laotel.com/about/d_pstn.htm ເກັບໄວ້ອາດໄດ້ reference ໃນພາຍໜ້າ 😛
ໃບບີນໂທລະສັບແບບຕັ້ງໂຕະ,
ການພີມໃບບີນແມ່ນແບ່ງອອກເປັນ 3 ງວດຄື: ງວດທີ່ 1, ງວດທີ່ 2, ງວດທີ່ 3 ຊື່ງແຕ່ລະງວດມີລາຍ ລະອຽດດັ່ງນີ້:
>>ງວດທີ່1: ການພີມບີນງວດນີ້ແມ່ນຈະພີມທຸກໆວັນທີ່ 10 ຂອງເດືອນ, ແຕ່ການຄຳນວນມູນຄ່າຈະຄຳ ນວນຂໍ້ມູນຈາກວັນທີ່ 11 ຂອງເດືອນກ່ອນໜ້າຫາວັນທີ່ 10 ຂອງເດືອນນີ້.
ຕົວຢ່າງ: ໃບບີນຂອງເດືອນ 02/2005 ຕ້ອງພີມວັນທີ່ 10/02/2005, ແຕ່ຂໍ້ມູນນຳມາຄິດໄລ່ແມ່ນນັບຈາກ ວັນທີ່: 11/01/2005 ຫາ 10/02/2005.
> ເບີໂທລະສັບທີ່ຈະພີມປະຈຳງວດທີ່ 1 ມີດັ່ງນີ້:
– ນະຄອນຫຼວງວຽງຈັນ: ເບີໂທທີ່ຂື້ນຕົ້ນດ້ວຍ 31,32,35,36,81 ແລະ 83
– ຕ່າງແຂວງ: ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື >>ງວດທີ່2: ການພີມບີນງວດນີ້ແມ່ນຈະພີມທຸກໆວັນທີ່ 20 ຂອງເດືອນ, ແຕ່ການຄຳນວນມູນຄ່າຈະຄຳ ນວນຂໍ້ມູນຈາກວັນທີ່ 21 ຂອງເດືອນກ່ອນໜ້າຫາວັນທີ່ 20 ຂອງເດືອນນີ້. ຕົວຢ່າງ: ໃບບີນຂອງເດືອນ 02/2005 ຕ້ອງພີມວັນທີ່ 20/02/2005, ແຕ່ຂໍ້ມູນນຳມາຄິດໄລ່ແມ່ນນັບຈາກວັນທີ່: 21/01/2005 ຫາ 20/02/2005.
> ເບີໂທລະສັບທີ່ຈະພີມປະຈຳງວດທີ່ 2 ມີດັ່ງນີ້:
– ນະຄອນຫຼວງວຽງຈັນ: ເບີໂທທີ່ຂື້ນຕົ້ນດ້ວຍ 41,45,46,56,71,73,75 ແລະ 77
– ຕ່າງແຂວງ: ແຂວງວຽງຈັນ, ຊຽງຂວາງ, ຫົວພັນ, ຫຼວງພະບາງ, ໄຊຍະບູລີ, ອຸດົມໄຊ, ບໍ່ແກ້ວ, ຫຼວງນຳ້ທາ ແລະ ຜົ້ງສາລີ
>>ງວດທີ່3: ການພີມບີນງວດນີ້ແມ່ນຈະພີມທຸກໆວັນທີ່ສຸດທ້າຍຂອງເດືອນ, ການຄຳນວນມູນຄ່າຈະຄຳ ນວນຂໍ້ມູນຈາກວັນທີ່ 01 ຂອງເດືອນຫາວັນທີ່ສຸດທ້າຍຂອງເດືອນນັ້ນ.
ຕົວຢ່າງ: ໃບບີນຂອງເດືອນ 02/2005 ຕ້ອງພີມວັນທີ່ 28/02/2005, ຂໍ້ມູນນຳມາຄິດໄລ່ແມ່ນນັບຈາກວັນ ທີ່: 01/02/2005 ຫາ 28/02/2005.
> ເບີໂທລະສັບທີ່ຈະພີມປະຈຳງວດທີ່ 3 ມີດັ່ງນີ້:
– ນະຄອນຫຼວງວຽງຈັນ: ເບີໂທທີ່ຂື້ນຕົ້ນດ້ວຍ 21,22,24,25,51,54,55,61,63,67 ແລະ 86
– ຕ່າງແຂວງ:
ບັນຫາໃນ LaoBB.com
ຂຽນເມື່ອ October 23, 2008, ໃນຫມວດ ເທັກໂນໂລຢີ. (ອ່ານ 3,839 ຄັ້ງ)
ວ່າໄປແລ້ວເລື່ອງເຮັດເວັບມັນກໍ່ມີແນວເຈັບຫົວໄດ້ທຸກມື້ ດຽວໄດ້ອັນໜຶ່ງດຽວເສຍອັນໜຶ່ງ. ບັນຫາທີ່ໜ້າເຈັບຫົວທີ່ສຸດແມ່ນການວາງພື້ນຖານບໍ່ດີ. ຫາກວ່າຖານມັນບໍ່ດີແລ້ວຍ່ອມຈະຮອງຮັບນ້ຳໜັກໄດ້ບໍ່ດີໄປນຳ ເປັນ logical ງ່າຍ ໆ ທີ່ໃຊ້ໄດ້ສະເໝີ. ການຈະແກ້ໄຂບັນຫາເມື່ອມັນເກີດແລ້ວຍ່ອມເປັນເລື່ອງທີ່ເປັນໄປໄດ້ ແຕ່ມັນເປັນເລື່ອງທີ່ສ້າງຄວາມເຈັບຫົວໄດ້ເປັນຢ່າງດີ.
Tags: database, forum, Free, laobb, laobb.com, mysql, service, webboard, ບັນຫາ
ລາວໂທລະຄົມ semi-auto
ບ໊ະ… ລາວໂທລະຄົມໂທມາ ຖາມວ່າ ນີ້ແມ່ນເບີ 5x8x57x ບໍ່?
ຕອບວ່າແມ່ນແລ້ວ
ແລ້ວເຂົາກໍ່ບອກວ່າ ເບີຂອງທ່ານຈະໝົດອາຍຸການນຳໃຊ້ພາຍໃນມື້ນີ້ ກະລຸນາຕໍ່ອາຍຸ ບໍ່ດັ່ງນັ້ນຈະຖືກງົດການໃຊ້ບໍລິການ
ຂໍລົບກວນພຽງເທົ່ານີ້ ຂໍຂອບໃຈ (ເວົ້າສຽງແບບລະບົບອັດຕະໂນມັດ)
ແລ້ວກໍ່ວາງສາຍ -*-
ປະຫຼາດ ທຳມະດາບໍ່ປານນີ້ນາ…
Tags: mphone, ມືຖື, ລາວໂທລະຄົມ, ແຈ້ງເຕືອນ
ລືມລະຫັດຜ່ານ Windows?
ຂຽນເມື່ອ October 14, 2008, ໃນຫມວດ ເທັກໂນໂລຢີ. (ອ່ານ 2,323 ຄັ້ງ)
Tags: GIF, Password, Windows 98, ລະຫັດຜ່ານ
ຈົດໝາຍຖາມຫາຂ່າວ…ຈາກເວັບຫື່ນ…
ບໍ່ຢາກເຂົ້າ ກໍ່ຍັງສົ່ງມາເຊີນໃຫ້ເຂົ້າ ໂອ… ຕາຍຄັກ ໆ ບາດນີ້ 😛