ຫມາເຫົ່າຊ້າງ ລະວັງບ່ອນບາທາມັນເດີ
ຕີນຊ້າງຢຽບປາກນົກ
ປາກບໍ່ໄດ້ໄອບໍ່ດັງ
ໃຜມືນ້ອຍຄ່ອຍຢິບຄ່ອຍແຍມ ໃຜມືໃຫຍ່ຮູດກິນຮູດກິນ
ມ້າສອງປາກແຕ່ມີດາກດຽວ
ຜູ້ກິນກິນພໍຮາກ ຜູ້ຢາກຢາກບໍຕາຍ
ຢ່ານອນຕື່ນສາຍ ຢ່າອາຍທຳກິນ
ຢ່າໝິ່ນເງິນນ້ອຍ ຢ່າຄອຍແຕ່ວາສນາ
ຢ່າເສວນາຄົນຊົ່ວ ຢ່າມົ່ວອະບາຍມຸກ
ຢ່າສຸກກ່ອນຫ່າມ ຢ່າພຣ່າມກ່ອນທຳ
ຢ່າລຳກ່ອນເພງ ຢ່າຂົ່ມເຫງຜູ້ນ້ອຍ
ຢ່າຄອຍແຕ່ປະຈົບ ຢ່າຄົບແຕ່ເສດຖີ
ຢ່າດີແຕ່ຕົວ ຢ່າຊົ່ວແຕ່ຜູ້ອື່ນ
ຢ່າຝ່າຝືນກົດລະບຽບ ຢ່າເອົາປຽບສັງຄົມ
ຢ່າຊື່ນຊົມຄົນຜິດ ຢ່າຄິດເອົາແຕ່ໄດ້
ຢ່າໃສ່ຮ້າຍຄົນດີ ຢ່າກ່າວວະຈີມຸສາ
ຢ່ານິນທາພະເຈົ້າ ຢ່າຂຣາດເຂຮົາເມື່ອມີທຸກ
ຢ່າງສຸກຈົນລືມຕົວ ຢ່າງເກງກົວງານຫນັກ
ຢ່າພິທັກພາລຊົນ ຢ່າລືມຕົນເມື່ອມັ່ງມີ!
Technorati Tags: ເກີດເປັນຄົນ, ພາສິດ, ກອນ, au8ust, realme
ບ່າຍວານນີ້ກົງກັບວັນທີ່ ໑໙ ແຮມ ໑໕ ຄ່ຳ ເດືອນ ໔ ຈຸລສັກຣາຊ ໑໓໖໙
ໃນຂະນະທີ່ຂ້າພະເຈົ້າກຳລັງກວດເບິ່ງ Internet Connection Properties ນັ້ນ
ໄດ້ແລເຫັນວ່າ ມັນຂຶ້ນ 1 day 13 hours xx minutes xx seconds
ກໍ່ເກີດພິຈາລະນາຢ່າງແຍບຄາຍໃນໃຈວ່າ ສາຍນ້ຳຍັງມີເຮືອດແຫ້ງ ຫມົດລະດູແລ້ງ
ຍັງມີລະດູຝົນ ຄົນຮັກກັນຍັງມາຊັງກັນໄດ້ ສັນໃດກໍ່ສັນນັ້ນ
ດຽວສາຍໂທລະສັບມັນຄືຊິຫລຸດ ແລະໃນບັນດົນນັ້ນເອງ
ອະຖິຖານຈິດຂອງຂ້າພະເຈົ້າກໍ່ສຳຣິດຜົນເມື່ອພົບວ່າ ມັນຫລຸດໄປແລ້ວ
ຈາກນັ້ນກໍ່ເປັນແບບເກົ່າ
ເລົ່າແບບຫຍໍ້ ໆ ຄວາມຈິງມັນຍາວກວ່ານີ້
ສັງເກດວ່າ ມັນຈະເປັນໄດ້ເປັນດີ ເປັນທຸກ ໆ ໑-໒ ອາທິດ ແລ້ວ pattern ມັນກໍ່ຊ້ຳ ໆ ກັນແບບເກົ່າຕະຫລອດ *sigh* (ແປວ່າຖອນຫາຍໃຈ –ພາສາອັງກິດມື້ລະຄຳ)
ວ່າຊິໃຊ້ ADSL2+ ມັນຊິເປັນແບບນີ້ຄືກັນບໍ່ (ວະ)
ປ.ລ. ມັນຍັງຖາມອີກວ່າເປັນຫຍັງບໍ່ໂທຫາສູນຢູ່ຫລວງພະບາງ (ແຕ່ລະເທື່ອ *ຕີ໊ດ* ກໍ່ໂທຫາແຕ່ເບີນີ້ແຫລະ)
ປ.ຮ. ມັນຟ້າວ *ຕີ໊ດ* ແຕ່ວ່າສາຍ
ປ.ອ. ມີໃຜເປັນແດ່? ໃຊ້ Dial-up 1 year package ຈາກ Lao Telecom
ປ.ສ.
ກະວ່າຊິປ່ຽນລະຫັດໃຫມ່ ເພາະວ່າເວລາ spell ລະຫັດຜ່ານໂທລະສັບມັນເສຍເວລາດົນ
ນັ່ງບອກເທື່ອລະໂຕ a – apple, d – dong, f – farang, g – go ໆລໆ
ລ.ຮ. ມື້ນີ້ຕອນເຊົ້າມີສຸຣິຢຸປຣາຄາ ຢູ່ວຽງກໍ່ເຫັນບໍ່?
ລ.ອ. ມີຂ່າວແວ໊ບ ໆ ອອກມາວ່າດາລາເກົາຫລີຄົນນີ້ມີ … ຫລຸດ
Technorati Tags: ເອົາອີກແລ້ວ, ຫລູດ, ແບບເກົາ, ຈູລສັກຣາຊ, ອິນເຕີເນັດ, ລາວໂທລະຄົມ, Laotel, Lao Telecom, realme, au8ust