ມື້ນີ້ໄດ້ຈັດການບັນຫາຂະໜາດຟອນຕ໌ໃນບລັອກຫລັກເປັນທີ່ຮຽບຮ້ອຍ ໂດຍການຊ່ວຍເຫລືອຈາກອ້າຍອັດ ເຊິ່ງເປັນເວບມາສເຕີຂອງ DivLand.com  ເພິ່ນແນະນຳໃຫ້ເຮັດ IE-Hack ເຊິ່ງກໍ່ຊ່ວຍແກ້ບັນຫາໄດ້ຫລາຍພໍສົມຄວນ ຂະໜາດຕົວອັກສອນຖືວ່າຢູ່ໃນຂັ້ນທີ່ຍອມຮັບໄດ້ຫລາຍຂຶ້ນ
ກໍ່ຫວັງວ່າຈະສາມາດແກ້ໄຂບັນຫາ Browser ໄດ້ຫມົດໃນໄວ ໆ ນີ້ 😉
	 
	
	 
	
	
		
		ເປີດເບິ່ງເວບນັ້ນນີ້ໄປເລື້ອຍ ຈົນໄປເຫັນເວບໜຶ່ງເຂົ້າ ເຊິ່ງເປັນເວບທີ່ໃຫ້ບໍລິການ Free Hosting ຖືເປັນລາຍເກືອບຈະທຳອິດໃນລາວເລີຍກໍ່ວ່າໄດ້ (ຫຼືອາດຈະທຳອິດເລີຍ?)
ຮູ້ສຶກວ່າຈະມີຂໍ້ກຳຫນົດເງື່ອນໄຂຕ່າງ ໆ ຫຼາຍພໍສົມຄວນ ສາມາດເຂົ້າໄປເບິ່ງໄດ້ໃນ laopdr.la 
ປ.ລ. ອ່ານຈາກວິທີການໃຊ້ສັບພາສາແລ້ວ ໜ້າຈະເປັນລາວນອກ ອືມ…
	 
	
	 
	
	
		
		ເດືອນນີ້ Visitors ທັງຫມົດ 915 ຄົນ ຄິດເປັນ 30.50 ຄົນຕໍ່ມື້  ແລະມີ Pageviews 1,975 ຄັ້ງ ຄິດເປັນ 65.83 ຄັ້ງຕໍ່ມື້
ກຸ່ມຄົນອ່ານຍັງຄົງມາຈາກລາວ ແລະໄທເປັນຫລັກ ແລະເດືອນເມສາປີນີ້ຄົນໃຊ້ Firefox ຫຼາຍກວ່າ IE ຕາມມາດ້ວຍ Opera
ສ່ວນ Windows ຍັງຄົງເປັນລະບົບປະຕິບັດການທີ່ຄົນໃຊ້ຫລາຍທີ່ສຸດ
ລາຍລະອຽດອື່ນ ໆ ກໍ່ເບິ່ງຕາມໃນຮູບເລີຍ ^_^
 
ສະຖິຕິການເຂົ້າໃຊ້ງານໂດຍທົ່ວໄປ
 Continue reading ສະຖິຕິ au8ust.org ປະຈຳເດືອນເມສາ ໒໐໐໗  →  
	 
	
	 
	
	
		
		ພໍດີຜ່ານໄປເຫັນ…
  Nanoweb  is an HTTP server written in PHP, designed to be small, secure, and extensible. 
 It is distributed under the terms of the GNU General Public License .
 Nanoweb’s main features are :
 – HTTP/1.1 compliance
ອືມ… ແລ້ວມັນຄືຫຍັງລ່ະ…!!?
	 
	
	 
	
	
		
		ວ່າຊິຂຽນດົນແລ້ວ ແຕ່ບໍ່ທັນຂຽນ ມື້ນີ້ເລີຍຊິຂຽນໃຫ້ຈົບ ໆ ໄປ ເລື້ອງມັນມີຢູ່ວ່າ ມື້ໜຶ່ງ ມີຄົນສົ່ງເພງມາໃຫ້ຟັງ ສົ່ງມາທາ Windows Live Messenger ກໍ່ຖ້າ ໆ ໆ ໆ ຈົນມັນແລ້ວ ແລ້ວກໍ່ຄລິກເປີດຟັງ… ປະກົດວ່າ… ຂຶ້ນ…
ແລ້ວຈາກນັ້ນ ມັນກໍ່ລຶບໄຟລ໌ໃຫ້ເອງພ້ອມ!!!! ໂອ້ວວວ!!! ຊ່າງມາສະຫຼາດລ້ຳລຶກຄຶກຄະນອງເອົາແທ້ເອົາວ່າ ບໍ່ສັ່ງມັນກໍ່ລຶບ 5555 ແຖມກູ້ຈາກໃສກໍ່ບໍ່ໄດ້ອີກ!!! ແລະທີ່ສຳຄັນໄປກວ່ານັ້ນ ບໍ່ສາມາດກຳໜົດໄດ້ວ່າໃຫ້ເຮັດແນວໃດເມື່ອພົບໄຟລ໌ທີ່ໜ້າສົງໄສ!! ແລ້ວຊາດ  -_-“
Technorati Tags: windows live messenger , wlm , ແລ້ວຊາດ , ອັດຕະໂນມັດ , automatic , realme , au8ust  
	 
	
	 
		
		
			Posts navigation		 
		
	 
			
		 
	 
		
my life, thoughts, ideas, and random stuff… since 2007