Title: Song Hye Kyo
Name: Max Edwin Wahyudi
Country: Indonesia
Software: 3ds max, ZBrush
All posts by au8ust
56K ລົ່ມ!!!
ໃຊ້ເນັດມາບໍ່ໄດ້ສອງສາມມື້ ເພາະວ່າ ອືດເປັນເຕົ່າຄານ ເລີຍອັບເດທຫຍັງບໍ່ໄດ້ ຕິດຕາມຂ່າວກໍ່ທັງຍາກ (ຫາຮູ້ມື້ເຊົ້າວ່າ WordPress 2.11+2.0.9 ອອກແລ້ວ Oo!) ມັນຜິດປົກກະຕິຕັ້ງແຕ່ສອງມື້ກ່ອນ ເຂົ້າເວັບຫຍັງກໍ່ຍາກ ເຂົ້າເວັບຕ່າງປະເທດ ໂຄດອືດເລີຍ ເຂົ້າໄດ້ແຕ່ laotel.com ກັບ etllao.com ເຊິ່ງມີ server ໃນລາວ ເລີຍເຂົ້າໄດ້
ສອງມື້ຕໍ່ມາ ກໍ່ຍັງເຂົ້າບໍ່ໄດ້ອີກ ນຶກສົງໄສມັນເປັນຫຍັງຂອງມັນ ໄປໃຊ້ຢູ່ຮ້ານເນັດ (ADSL 1024K) ກໍ່ຄືວ່າປົກກະຕິດີ ມື້ນີ້ເລີຍໂທໄປ 101 ຖາມເບິ່ງ ເຂົາບອກ ໃຫ້ໂທຫາເບີ… ຖືສາຍຖ້າກ່ອນ… ກໍ່ຖືສາຍຟັງເພງຖ້າ ຈັກເພງໃຜບໍ່ຈັກ ບໍ່ໄດ້ຕິດຕາມ ຮູ້ແຕ່ວ່າບໍ່ມ່ວນ – -*
ພໍສາຍຕັດກັບມາ ສາວ 101 ກໍ່ຖາມວ່າ ຢູ່ຫລວງພະບາງບໍ? ເລີຍຕອບວ່າ ແມ່ນລ່ະ ສາວເພິ່ນກໍ່ບອກວ່າ ມັນເປັນແຕ່ມື້ວານແລ້ວ (ເກືອບບອກສາວເພິ່ນວ່າ ເປັນແຕ່ມື້ກ່ອນໆ ຕ່າງຫາກ) ເຂົາກຳລັງແກ້ຢູ່ ວ່າຊັ້ນ… (- – )??
ເປັນອັນວ່າ ຕ້ອງຖ້າຕໍ່ໄປ ກະວ່າອີກມື້ສອງມື້ຫນ້າຈະໃຊ້ໄດ້ ເລີຍມາຄິດໆ ວ່າ ເອ໊ະ!! ມື້ຫນ້າເຮົາຕິດ ADSL 256K ມັນຊິບໍ່ເປັນແບບນີ້ອີກບໍ້… ເອີ.. ແຕ່ບາງທີຖ້າເອົາ au8ust.org ມາໄວ້ໃນ server ໃນລາວກໍ່ຫນ້າຈະດີ ຄົນເຂົ້າເວັບອື່ນບໍ່ໄດ້ ຕ້ອງມາເວັບເຮົາ 😛 ~
ອາຫານໃຫມ່
ມື້ນີ້ໄດ້ຍິນພະນັກງານຮ້ານລົມກັນ ຄົນໃນຄົວບອກວ່າ
“ບໍ່ຈັກຊິຄົວຫຍັງ ແຕ່ລະມື້ກໍ່ຄົວແຕ່ແນວເກົ່າກິນ ເບື່ອ…”
ພະນັກງານທາງນອກຟັງ ລວມເຖິງຜູ້ຈັດການ ຜູ້ຈັດການຟັງແລ້ວກໍ່ເວົ້າຂຶ້ນວ່າ
“ຊິໄປຍາກຫຍັງ… ມື້ນີ້ເຮັດແກງຜັກກາດໃສ່ກະຫລ່ຳປີ ມື້ອື່ນກໍ່ເຮັດແກງກະຫລ່ຳປີໃສ່ຜັກກາດ ມື້ຮືກໍ່ເຮັດແກງຜັກກາດໃສ່ກະຫລ່ຳປີ ມື້ຖັດໄປກໍ່ເຮັດແກງກະຫລ່ຳປີໃສ່ຜັກກາດ ເຮັດແບບນີ້ກໍ່ໄດ້ກິນແນວບໍ່ຊ້ຳກັນແລ້ວ…”
ເຮົາຟັງແລ້ວກໍ່ ເອ໊ະ! ແປກ… ວິທີເວົ້າແບບນີ້ໃຫ້ແງ່ມຸມຫນ້າສົນໃຈດີ ມັນເປັນຈິດຕະວິທະຍາຢ່າງຫນຶ່ງ ຕໍ່ໄປອາດໄດ້ໃຊ້ວິທີການເວົ້າແບບນີ້ 555+
ລະບົບຮັກສາຄວາມປອດໄພລ້ຳສະໄຫມ!
ນ່ານ… ເຫັນພາບແລ້ວງົງ 555+ ເຂົາບອກວ່າ ມັນມີ Tesla Coil ໄວ້ສູງຈາກຫລັງຄາລົດ ເຂົ້າໃຈວ່າ ເມື່ອມີ Trigger ຂຶ້ນ ກໍ່ຈະປ່ອຍສະຫນາມໄຟຟ້າລົງມາຮອບໆ ຕົວຄັນລົດ ເປັນລັກສະນະວົງກົມ ຫນ້າຈະຄ້າຍໆ ລູກແກ້ວທີ່ເຫັນເຂົາຂາຍຢູ່ຕະຫລາດຈີນ ທີ່ເວລາເອົາມືໄປແຕະແລ້ວມັນມີຄ້າຍໆ ກະແສໄຟຟ້າໄລ່ຕາມມືເຮົາ
ໂຈນເຫັນມັນຄືຊິຕົກໃຈ!! ແລ່ນຫນີໄປໄກ…(ບໍ່ເກີນ 5 ແມັດແນ່ນອນ -_-“)
ທີ່ມາ – TechEBlog
Technorati Tags: ຂອງແປກ, ເທັກໂນໂລຢີ, Tesla Coil, Cool, Security Alarm, au8ust, real me
LaoSymbian is gone…
ກະວ່າຊິແວະໄປເບິ່ງເວັບເພື່ອນບ້ານ ປະກົດວ່າ…
This Account Has Been Suspended Dear Fine Spot Network Users,We are suspending accounts to remind you that we are scheduled to leave the present server we are using and to transfer to a new one until March 15, 2007. Please reply to this thread if you want your account to be unsuspended.
1. Reply with your account’s domain name.
2. State whether you want to be transfered to the new server on March 15, 2007.
3. Send to me(Efil) through private message your account’s user name.Please read Fine Spot Networks Announcements for more information.
http://finespot.net/english/index.php?board=12.0Best Regards,
Efil Leiv
Fine Spot Network
Fine Traders Group
ໂລກນີ້ບໍ່ມີຫຍັງທ່ຽງແທ້ໆ… ລາກ່ອນ LaoSymbian
ປລ. ແຕ່ກໍ່ດີແລ້ວແຫລ່ະ ໄປໆ ເສັຍ ຈະໄດ້ຫມົດເລື່ອງ 555+ (ອ້າວ!!?)