All posts by au8ust

ບໍ່ເຫັນຝຸ່ນ

ມື້ນຶ່ງເກີດມີລົມແຮງໆ ພັດໄປໃກ້ເຈົ້າຫຼາຍເກີນໄປ
ຂ້ອຍກໍຮູ້ໂຕວ່າລົບກວນຈິດໃຈ ເຮັດໃຫ້ເຈົ້າລຳຄານ
ຄົນມັນຮັກ ກໍເລີຍມາຕາມມາໃສ່ໃຈ
ກໍຄົນໃນໃຈຄົນດຽວຂອງຂ້ອຍຄືເຈົ້າ
ແຕ່ເຈົ້າບໍ່ເບິ່ງເສດຝຸ່ນຄືຂ້ອຍ
ຢູ່ໃກ້ໆຍັງລຳຄານໜັກໜາ
ຍິ່ງມາລອຍໃກ້ຊິດສາຍຕາ
ມີແຕ່ເຮັດໃຫ້ຂຸ່ນເຄືອງ
ຖ້າຫາກມື້ໃດເຂົ້າໃກ້ເກີນໄປ
ຢ່າພັກໃສຂ້ອຍພຽງຕ້ອງການແຕ່ພຽງ
ລັກມາລອຍລັກມາຂ້າງຄຽງ
ບໍ່ໄດ້ຫວັງໃຫ້ເຫັນ ໃນສາຍຕາ

The Best Offer

ສ່ວນໂຕແລ້ວເຫັນວ່າເປັນໜັງທີ່ເລົ່າເລື່ອງໄດ້ສວຍງາມ ແລະມີສະເໜ່ຫຼາຍທີ່ສຸດເລື່ອງນຶ່ງເທົ່າທີ່ເຄີຍເບິ່ງມາ

ເນື້ອຫາເວົ້າເຖິງຊາຍເຖົ້າຜູ່ຈັດການປະມູນສິນລະປະເກົ່າແກ່ ໄດ້ຮັບການຂໍຮ້ອງໃຫ້ໄປປະເມີນລາຄາເຄື່ອງເກົ່າໃນເຮືອນຫຼັງນຶ່ງ ແຕ່ເຈົ້າຂອງຊັບສິນເຫຼົ່ານັ້ນບໍ່ສາມາດໃຫ້ເຫັນໂຕໄດ້ດ້ວຍເຫດຜົນບາງຢ່າງ. ໂຕໜັງຄ່ອຍໆ ເລົ່າແລະຄາຍປົມປິດສະໜາໄປເລື້ອຍໆ ພ້ອມທັງຄວາມຜູກພັນຂອງຮັກລະຕ່າງໄວທີ່ກໍ່ເກີດຂຶ້ນເທື່ອລະນ້ອຍ ບວກກັບຄວາມໄວ້ໃຈທີ່ຄ່ອຍໆ ເພີ່ມຂຶ້ນ ຈົນເປັນເຫດໃຫ້ສອງໂຕລະຄອນໄດ້ຮັກກັນ ແຕ່ຖ້າມັນຈົບງ່າຍໆແບບນັ້ນ ກໍຄົງຈະບໍ່ຕ້ອງເຮັດໜັງໃຫ້ເບິ່ງໃຫ້ເສຍເວລາ ແລະຈະເປັນແນວໃດ ກໍຂໍໃຫ້ໄປເບິ່ງກັນເອົາ ຖ້າໃຜມັກໜັງແນວ romantic mystery film ຮັບຮອງວ່າຖືກໃຈ!

ມັກຄຳເວົ້ານຶ່ງໃນໜັງວ່າ “Living with a woman is like taking part in an auction sale. You never know if yours will be the best offer.”

ຢ່າງໃດກໍຕາມ ເຖິງວ່າໜັງຈະດີຖືກໃຈຜູ່ຂຽນ ແຕ່ໃນແງ່ຂອງການທຳລາຍໄດ້ ແລະຄະແນນວິຈານແລ້ວ ຖືວ່າບໍ່ປະສົບຄວາມສຳເລັດປານໃດ. ໜ້າເສຍດາຍ.

SMS ປີໃໝ່

ມື້ນີ້ພະຍາຍາມສົ່ງ SMS ຫາໃຜຄົນນຶ່ງ

ທີ່ຈິງສົ່ງຕັ້ງແຕ່ມື້ຄືນແລ້ວ ນັ່ງຖ້າຈົນຮອດ 12:00 ແລ້ວກໍກົດສົ່ງ ແລ້ວກໍໄປນອນ

ຕື່ນເຊົ້າມານັ່ງເຮັດອັນອື່ນແລ້ວພໍດີເຫັນ report ວ່າສົ່ງບໍ່ຮອດ =_=

ພະຍາຍາມສົ່ງໃໝ່ ສົ່ງແລ້ວສົ່ງອີກ ສົ່ງທຸກທາງທີ່ຄິດອອກທີ່ມັນຈະບໍ່ສະແດງຊື່ ຫຼືເບີໂທ ແຕ່ກໍບໍ່ໄດ້ຈັກເທື່ອ ມັນ Rejected ກັບ Undelivered ຕະຫຼອດ ຈົນເມື່ອຍໃຈ

ສົ່ງເບີອື່ນໄດ້ໝົດ ຍົກເວັ້ນເບີທີ່ຢາກສົ່ງໃຫ້ ເຫີ້…

ພະຍາຍາມຢູ່ເກືອບຊົ່ວໂມງ ກໍເລີຍຖອດໃຈ ໃຊ້ເບີທຳມະດາສົ່ງກໍໄດ້ ຫວັງວ່າຈະບໍ່ຖືກຮ້າຍ 🙁

Continue reading SMS ປີໃໝ່

ຄາຖາປຸກວິນຍານ (ຄາຖາປຸກຜີລຸກ)

ນັ່ງເບິ່ງຄົນອວດຜີລະເຂົາເວົ້າຄາຖານຶ່ງ ວ່າ

ສະອະນິໂສ ສະອະນິສັງ ທຸສະນິໂສ ທຸສະນິສັງ ໂອມ ນະໂມນາມະມັງ ສະມາໂສ ຍຸດຕະໂສ ຍຸດຖະ ເອຫິມານະ ຫິເນຖາເນ ນາມະວິກຣຶງ ຄະເຣ ເອຫິຈິດຕັງ ມາມະ ພູຕາ ພັນທານັງ ວິກຣຶງຄະເຣ ເອຫິ ມະມາ ອະອິເອອຸ ທຸສະນະໂສ ນະໂມພຸດທະຍາ

ເຂົາເຈົ້າບອກວ່າ ຕ້ອງເວົ້າຄາຖານີ້ໃນຍາມເດິກ ແລະຕ້ອງມີຍຳກຸ້ງ ມີເຫຼົ້້າມາປະກອບພິທີນຳ

ເອົ້າ! ໃຜລອງໄດ້ຜົນລະມາບອກລະກັນ 😀