ຄວາມລັບ…ໄດ້ຍິນວ່າມັກເປັນສີດຳ
ຄວາມຮັກ…ຈື່ໄດ້ວ່າເປັນສີຊົມພູ
ຄວາມລັບ…ຕ້ອງກະຊິບຂ້າງ ໆ ຫູ
ຄວາມຮັກ…ອາດຮັບຮູ້ໄດ້ດ້ວຍໃຈ
ຄວາມລັບ…ຕ້ອງມີການວາງແຜນ
ຄວາມຮັກ…ຈະຈັກຫມື່ນແສນກໍ່ຍັງຍິ່ງໃຫຍ່
ຄວາມລັບ…ຖ້າບອກຈະບໍ່ລັບອີກຕໍ່ໄປ
ຄວາມຮັກ…ໄດ້ຟັງເມື່ອໃດກໍ່ຍັງຄົງງົດງາມ
ຄວາມລັບ…ຟັງແລ້ວອາດສົງໄສ
ຄວາມຮັກ…ມັກບໍ່ຕ້ອງມີຄຳຖາມ
ຄວາມລັບ…ຕ້ອງເກັບໄວ້ໃຫ້ດີຄືນິຍາມ
ຄວາມຮັກ…ອາດບໍ່ຕ້ອງໃຫ້ຄຳຈຳກັດຄວາມມາປະປົນ
ຄວາມລັບ…ຈະບໍ່ບອກໃຫ້ໃຜຮູ້
ຄວາມຮັກ…ຢາກໃຫ້ໄດ້ຟັງຢູ່…ກໍ່ສຸກລົ້ນ
ຄວາມລັບ…ເຂົ້າໄປຫລາຍຈະວົກວົນ
ຄວາມຮັກ…ພຽງຢູ່ໃນໃຈໃຜຈັກຄົນ…ກໍ່ພຽງພໍ
ພໍດີອ່ານຂ່າວເລື່ອງຕົວຕັດຄຳໄທຢ່າງເປັນທາງການຂອງ Firefox ມາ ກໍ່ເລີຍຄິດອອກວ່າ ເລື່ອງຕັດຄຳນີ້ ຢ່າວ່າແຕ່ຄອມພິວເຕີເລີຍ ຂະຫນາດວ່າຄົນແທ້ ໆ ກໍ່ຍັມີບັນຫາກັບການຕັດຄຳ ມັນມີຢູ່ວ່າ ສະໄຫມຮຽນ ຫລາຍປີແລ້ວ ຕັ້ງແຕ່ຕອນຍັງຢູ່ ປ. 3 ພູ້ນ ຕອນນັ້ນມີຫມູ່ໃນຫ້ອງຄົນຫນຶ່ງຊື່ວ່າ “ປຸ”
ປຸເປັນຄົນແປກຢູ່ຢ່າງຫນຶ່ງໃນໃນສາຍຕາເຮົາເມື່ອຕອນນັ້ນ ເພາະວ່າ ເຖິງວ່າຕອນນັ້ນຈະຍັງເປັນເດັກນ້ອຍ ແຕ່ເຫັນພຶດຕິກຳການຂຽນພາສາລາວຂອງປຸແລ້ວ ເຮັດໃຫ້ເກີດຄວາມງຸນງົງ ເພາະວ່າປຸຫັ້ນ ເວລາຂຽນ ໆ ໄປ ມັນຈະເປັນແບບນີ້…
Continue reading Human error line-breaking →
ມື້ວານນີ້ໄຟດັບ ດັບມັນກໍ່ດັບຫມົດມື້ ດັບແຕ່ເຊົ້າຈົນຄ່ຳ ພໍໄຟມັນດັບແລ້ວກໍ່ຍາກ ເພາະວ່າໃດ ໆ ກໍ່ລ້ວນແຕ່ຕ້ອງອາໄສໄຟຟ້າ ພໍມັນບໍ່ມີໄຟຟ້າໃຊ້ກໍ່ຍາກໄປຫມົດ ຄອມກໍ່ເປີດບໍ່ໄດ້ ໂທລະສັບທີ່ມັນໃຊ້ໄຟຟ້າກໍ່ໃຊ້ບໍ່ໄດ້ ມືຖືແບັດຫມົດກໍ່ສາກບໍ່ໄດ້ ຮ້ອນກໍ່ຕ້ອງວີເອົາ ຯລຯ
ວ່າຊິຕິດຕັ້ງກ້ອງວົງຈອນປິດ ແຕ່ວ່າຍັງບໍ່ມີສາຍ ກ້ອງມັນມີ 8 ຕົວ ຕ້ອງຕິດຕັ້ງອ້ອມ ໆ ສະຖານທີ່ ລາກສາຍໄປມາ ຫນ້າຈະໃຊ້ຄວາມຍາວປະມານ 50 ແມັດ ແຕ່ວ່າໂທຖາມຢູ່ວຽງແລ້ວເພິ່ນບໍ່ວ່າ ສາຍ AV ຂະຫນາດ 2 ແມັດລາຄາ 15,000 ກີບ!! ຄິດມາແລ້ວຫນັກໃຈ ດ້ານສາຍສອງແມັດຍັງ 15 ພັນແລ້ວ ເອົາເປັນ 50 ແມັດຊິປານໃດ
ອືມ ບາງທີຕ້ອງປ່ຽນໃຊ້ສາຍ Cable ເອົາ ແຕ່ວ່າຖ້າໃຊ້ Cable ມັນຕ້ອງປ່ຽນຫົວແຈັກພ້ອມ ຕ້ອງລອງໂທໄປຖາມຢູ່ທ່າສະເດັດກ່ອນວ່າເຂົາມີຫົວແຈັກແບບ Cable ບໍ່
my life, thoughts, ideas, and random stuff… since 2007