All posts by au8ust
Fonts ໃນ Windows ແລະ Max OS X
Invisible CAPTCHA
ມື້ກ່ອນຂະນະທີ່ກຳລັງຊອກຫາເວບໄຊຕ໌ສຳຫລັບສົ່ງຂໍ້ຄວາມ SMS ທົ່ວໂລກຢູ່ນັ້ນ ບັງເອີນໄດ້ໄປພົບກັບເວບໄຊຕ໌ແຫ່ງຫນຶ່ງ ທີ່ຄາດວ່າ ຫນ້າຈະສົ່ງໄດ້ ແຕ່ວ່າເພິ່ນໃຫ້ລົງທະບຽນເປັນສະມາຊິກກ່ອນ ກໍ່ເລີຍດຳເນີນການໄປຕາມຂັ້ນຕອນ
ພໍໃສ່ຊື່ ໃສ່ເບີໂທ ໃສ່ນັ້ນນີ້ຄົບຖ້ວນແລ້ວ ກໍ່ເລື່ອນມາລຸ່ມສຸດ ເຂົາຈະໃຫ້ໃສ່ລະຫັດເພື່ອປ້ອງກັນ spam register ແຕ່ວ່າ ປະກົດວ່າລະບົບ Image Verification ຂອງເວບນັ້ນ ຊ່າງມາພິດສະດານເຫລືອເກີນ ນອກຈາກຈະສາມາດປ້ອງກັນ bot ແລ້ວ ຍັງປ້ອງກັນໄດ້ຮອດ human ອີກ!

ຢູ່ທີ່ວິທີການ
ຊາຍຄົນຫນຶ່ງ ໃຫ້ຫມາຂອງລາວກິນນ້ຳມັນຕັບປາທຸກມື້ ເພາະເຊື່ອວ່າຈະສົ່ງຜົນດີຕໍ່ມັນ ແຕ່ວ່າການຈະໃຫ້ມັນກິນນັ້ນ ເປັນເລື່ອງຍາກຫລາຍ ເພາະລາວຕ້ອງໃຊ້ສອງຂານັ້ນ ຫນີບຫົວມັນໄວ້ບໍ່ໃຫ້ມັນດິ້ນ ແລ້ວງ້າງປາກຖອກນ້ຳມັນຕັບປາລົງໄປ
ມື້ຫນຶ່ງ ຫມາຂອງລາວດິ້ນຫລຸດຈາກລາວ ເຮັດໃຫ້ນ້ຳຕັບປາຄວ່ຳເຕັມພື້ນ ແລ້ວລາວກໍ່ປະຫລາດໃຈທີ່ເຫັນຫມາຂອງລາວ ເລຍນ້ຳມັນຕັບປາເທິງພື້ນຈົນຫມົດ ນີ້ເຮັດໃຫ້ລາວຮູ້ວ່າ ບໍ່ແມ່ນນ້ຳມັນຕັບປາດອກທີ່ສ້າງບັນຫາ ແຕ່ເປັນວິທີການຂອງລາວທີ່ໃຫ້ມັນກິນຕ່າງຫາກ
ໂດຍ ເດີ ເມວໂລ
ຈາກ:
ອີ້ຈິງ ສາດແຫ່ງການປ່ຽນແປງເພື່ອຄວາມສຳເລັດ
ຫນ້າ ໕໐, ບົດທີ່ ໕ ຖອຍອອກມາເບິ່ງ
[via iFew]
ຈະຢູ່ຄຽງຂ້າງກັນໄປຈົນວັນສຸດທ້າຍ ຂອງລົມຫາຍໃຈ
ຮູ້ດີວ່າເສັ້ນທາງຂ້າງຫນ້ານີ້ຕ້ອງລຳບາກທຸກຍາກ ແຕ່ກໍ່ຈະເດີນໄປ ບໍ່ຍອມຖອຍຫລັງເດັດຂາດ
ສັ້ນ ໆ ແຕ່ໄດ້ໃຈຄວາມ ^_^