ມື້ກີ້ເບິ່ງຂ່າວມາ ເຂົາເຈົ້າເວົ້າເລື່ອງອຸປະຕິເຫດທາງລົດ ເພິ່ນບອກວ່າ:
ຄວາມໄວ 60km/h ແຮງຊົນເທົ່າກັບຕົກຈາກບ່ອນສູງ 14 ແມັດຫຼືຕຶກສູງ 5 ຊັ້ນ
ຄວາມໄວ 80km/h ແຮງຊົນເທົ່າກັບຕົກຈາກບ່ອນສູງ 25 ແມັດຫຼືຕຶກສູງ 8 ຊັ້ນ
ຄວາມໄວ 100km/h ແຮງຊົນເທົ່າກັບຕົກຈາກບ່ອນສູງ 39 ແມັດຫຼືຕຶກສູງ 13 ຊັ້ນ
ຄວາມໄວ 120km/h ແຮງຊົນເທົ່າກັບຕົກຈາກບ່ອນສູງ 56 ແມັດຫຼືຕຶກສູງ 19 ຊັ້ນ
ມະນຸດໃຊ້ເວລາ 0.75 ວິນາທີໃນການຢຽບເບຣກໄດ້ຢ່າງມີປະສິດທິພາບ ໄລຍະເວລາທີ່ເສຍໄປນີ້ເອີ້ນວ່າ “ໄລຍະເວລາຂອງປະຕິກິລິຍາຕອບສະໜອງ” ເຊິ່ງຈະປ່ຽນໄປຕາມບຸກຄົນ ຄວາມໄວລົດ ແລະຮ່າງກາຍ ຫຼືສະໝອງໃນຂະນະນັ້ນໆ (ເຊັ່ນ: ອ່ອນເພຍ, ເມື່ອຍ ຫຼືມຶນເມົາຈາກລິດຢາ ຫຼືເຫຼົ້າ) ເຮັດໃຫ້ປະສິດທິພາບການຕອບສະໜອງເສຍໄປ
ສູດຄຳນວນແມ່ນ ຄວາມໄວ + ປະຕິກິລິຍາຕອບສະໜອງຕ່ຳ (ເຫຼົ້າ, ເຫງົານອນ, ໂທລະສັບ) = ຊີວິດສັ້ນ 🙁
ສະນັ້ນ ຫຼຸດຄວາມໄວ = ຫຼຸດຄວາມສ່ຽງ
ປະມວນພາບຈາກການເດີນທາງໄປ Nay Pwi Daw ແລະ Yangon ປະເທດມຽນມ່າ.
ພາບທຸກພາບ ຖ່າຍດ້ວຍກ້ອງ Sony NEX-3 ຊື້ມາມືສອງ $189 ກັບເລນ 18-55mm ໂຕດຽວ 😀

ເບິ່ງຮູບທັງໝົດໄດ້ໃນ Facebook ຫຼື Flickr
ຢາກໂພສເລື່ອງນີ້ມາຫຼາຍມື້ລະ ແຕ່ຄາອັນອື່ນກໍເລີຍຫາກໍໄດ້ມາໂພສ
ຕຳນານພະອຸປະຄຸດ (ພະບົວເຂັມ)
ພະອຸປະຄຸດ ເປັນພະພິຂຸອົງສຳຄັນອົງນຶ່ງໃນສະໄໝພະເຈົ້າອະໂສກມະຫາລາດ ຄຳວ່າ “ອຸປະຄຸດ” ມີຄວາມໝາຍວ່າ ຄຸ້ມຄອງຮັກສາ ເປັນພະທີ່ເປັນທີ່ນິຍົມນັບຖືຂອງຊາວອິນເດຍ, ຊາວມອນ, ຊາວໄທຍວນ ແລະຊາວອີ່ສານ.
ວ່າກັນວ່າ ພະອຸປະຄຸດນັ້ນ ເປັນຜູ່ໃດມີພູມລຳເນົາເດີມມາແຕ່ໃສບໍ່ມີໃຜຮູ້ແນ່ຊັດ ຮູ້ພຽງວ່າ ທ່ານເກີດຫຼັງພະພຸດທະເຈົ້າສະເດັດດັບຂັນປຣິນິບພານໄດ້ປະມານ 200 ປີ ເມື່ອທ່ານໄດ້ບວດແລ້ວ ກໍບຳເພັງພຽນຈົນສຳເລັດເປັນພຣະອະຣະຫັນຂີນາສົບ (ຄຳວ່າ ຂີນາສົບ ມີຄວາມໝາຍວ່າ ຜູ່ສິ້ນອາສາວະແລ້ວ ໝາຍເຖິງພະຜູ່ທີ່ກຳຈັດອາສາວະຄືກິເລດໄດ້ໝົດແລ້ວທັງ 3 ຢ່າງຄື: ກາມ, ພົບ ແລະອະວິຊາ ແລະຈະບໍ່ກັບມາເກີດອີກແລ້ວຫຼັງຈາກນິບພານ) ສຳເລັດອະພິນຍາສະມາບັດຕ່າງໆ ສາມາດສະແດງອະພິນິຫານຈົນເປັນທີ່ເລົ່າລືມາຮອດທຸກມື້ນີ້
Continue reading ຕຳນານພະອຸປະຄຸດ (ພະບົວເຂັມ) →
ພະເທວະທັດ ໃນສະໄໝພະພຸດທະການເປັນອ້າຍຂອງພະນາງຍະໂສທະຣາ (ພິມພາ) ພະຊາຍາຂອງເຈົ້າຊາຍສິດທັດຖະລາຊະກຸມານ ທີ່ມາເປັນພະພຸດທະເຈົ້າ ແລະເປັນລູກຂອງລູງພະພຸດທະເຈົ້າເອງ ພະເທວະທັດນັ້ນຕອມຈອງລ້າງພະພຸດທະເຈົ້າມາຫຼາຍຊາດ ອະດີດຊາດດົນນານມາແລ້ວນັ້ນ ພະເທວະທັດເປັນພໍ່ຄ້າວານິດ ມີຈິດລະໂມບທຸຈະລິດ ແລະໃນຊາດນັ້ນເອງ ພະພຸດທະອົງໄດ້ສະເຫວີຍພະຊາດເປັນພໍ່ຄ້າວານິດນຳເຊັ່ນກັນ ແຕ່ເປັນຝ່າຍສຸຈະລິດ Continue reading ພະເທວະທັດ →
my life, thoughts, ideas, and random stuff… since 2007