Tag Archives: Addons

ຍ້າຍກັບໄປ Windows XP

ປະກົດວ່າ ບໍ່ໄຫວ Ubuntu ມີບັນຫາຫລາຍ ໂດຍສະເພາະແມ່ນ Pidgin ກັບ Firefox ມັກຄ້າງໂດຍບໍ່ມີສາເຫດ ແລະໃຊ້ shared printer ຂອງ Windows ບໍ່ໄດ້ເລີຍ -*-

ຈົດລາຍການ Addons Firefox ໄວ້ກ່ອນມີ

  • AdBlock Plus
  • ColorZilla
  • Firebug
  • Flashblock
  • Foxmarks
  • FoxyProxy
  • Google Gears
  • MeasureIt
  • QuickRestart
  • Screen Grab!
  • SearchStatus
  • TinEye
  • TwitterFox
  • Web Developer

ຕາມນັ້ນ -_-a

ກຽມຍ້າຍໄປ Ubuntu #໒

ຕອນທີ່ສອງ ຫຼັງຈາກທີ່ມື້ຄືນວານນີ້ຂຽນໄປແລ້ວສ່ວນໜຶ່ງ ມື້ນີ້ຄຶດອອກອີກວ່າ ນອກຈາກໂປຣແກຣມແລ້ວ ຍັງມີ settings ຂອງໂປຣແກຣມອີກ ເຊັ່ນວ່າ Firefox ເພາະໃຊ້ຕະຫຼອດ ຂາດບໍ່ໄດ້ ແລ້ວກໍ່ບໍ່ຢາກເລີ່ມໃໝ່ໝົດ ສຳລັບຕອນນີ້ຈະຂຽນເລື່ອງຍ້າຍ Firefox ຈາກ Windows ໄປ Ubuntu

ເລື່ອງ Bookmarks ອັນນີ້ Foxmarks ຊ່ວຍໄດ້ ມີຂ້າມ platform ສະບາຍ ໆ ສຳລັບບັນດາ Addons ອັນນີ້ໂຫຼດໃໝ່ກໍ່ໄດ້ ແຕ່ບັນຫາທີ່ຈະມີແມ່ນ ພວກ cookies, history, etc.. ພວກນີ້ສຳຄັນ ໂດຍສະເພາະ history ເພາະຄ້ານພິມໃໝ່ໝົດ ຕອນນີ້ຍັງຄຶດຫາທາງບໍ່ໄດ້ ແຕ່ເບື້ອງຕົ້ນແມ່ນ ຕ້ອງເກັບຂໍ້ມູນໃນ %appdata%\Mozilla\Firefox ແລ້ວຄ່ອຍຊອກວິທີເອົາຍັດເຂົ້າໄປໃນ Ubuntu ໃຫ້ໄດ້

ຕາມນັ້ນ

update: ຄຶດອອກອີກຢ່າງແມ່ນ FileZilla ອັນນີ້ກໍ່ໃຊ້ປະຈຳ ແລ້ວກໍ່ຂາດບໍ່ໄດ້ ເພາະວ່າມີລາຍຊື່ເວັບໄຊທີ່ຕ້ອງໃຊ້ຢູ່ ຄ້ານແກ້ໄຂໃໝ່. FileZilla ມີລະບົບ Export ຄ່າຕ່າງ ໆ ໄວ້ແລ້ວ ສະດວກດີ ສາມາດ export ໄດ້ທັງລາຍຊື່ເວັບໃນ site manager, settings, ແລະ queue ເປັນ XML ໄວ້ import ຕອນຍ້າຍໄປ Ubuntu ໄດ້ 🙂

update ໒: WinMerge ໃຊ້ Meld ແທນ