Category Archives: ເທັກໂນໂລຢີ

ຕະຫລົກຮ້າຍ : ຫນຸ່ມນ້ອຍ IT ກັບ ລຸງຊາວທະເລ

ຫນຸ່ມນ້ອຍກຳລັງຈະຂ້າມຝາກໄປຫາເກາະແຫ່ງໜຶ່ງ ໂດຍອາໄສລຸງຊາວປະມົງພາຍເຮືອພາໄປ ແລະເມື່ອມາຮອດກາງທະເລນັ້ນ…

ຫນຸ່ມນ້ອຍ : ລຸງ ລຸງມີມືຖືຫຼືບໍ່? ຂ້ອຍຈະໄດ້ໂທເອີ້ນລຸງຕອນກັບ
ລຸງ : ບໍ່ມີດອກພໍ່ໜຸ່ມ ລຸງມີຫຍັງກໍ່ຍ່າງໄປຫາ ບໍ່ຕ້ອງໃຊ້ມືຖືດອກ
ຫນຸ່ມນ້ອຍ : ຕາຍ ໆ ນີ່ລຸງ ຖືວ່າຕາຍໄປແລ້ວ 25% ແລ້ວເດີ້ນີ້

…ຫນຸ່ມນ້ອຍກໍ່ລົມໂທລະສັບກາງທະເລກັບໝູ່ ແລ້ວລຸງກໍ່ພາຍເຮືອຕໍ່ໄປ…


ຫນຸ່ມນ້ອຍ : ນີ່ລຸງ ເຄີຍຫຼິ້ນເນັດບໍ່? ເຂົ້າເວບນີ້ແມະ ຂໍ້ມູນກ່ຽວກັບປາທະເລ ມີວິທີການຈັບປາ ແຫລ່ງຂາຍ ແລ້ວຄລິກດຽວກໍ່ຂາຍໄດ້ທົ່ວໂລກເລີຍ

ລຸງ : ລຸງກໍ່ຈັບພໍກິນ ຖ້າເຫລືອກໍ່ເອົາໄປຂາຍເທົ່ານັ້ນແຫລະ
ຫນຸ່ມນ້ອຍ : ຕາຍ ໆ ລຸງເຮັດວຽກແບບນີ້ຊິລວຍໄດ້ແນວໃດ ມືຖືບໍ່ມີ ຄອມບໍ່ມີ ເນັດກໍ່ບໍ່ມີ ແບບນີ້ເທົ່າກັບວ່າຕາຍໄປແລ້ວ 75%
ລຸງ : ລຸງຖາມແດ່ ລອຍນ້ຳເປັນບໍ່?
ຫນຸ່ມນ້ອຍ : ລອຍບໍ່ເປັນດອກລຸງ ໂອຍ…​ໃຜຊິເຮັດເປັນທຸກຢ່າງເດ້
ລຸງ : ລຸງວ່າໂຕຫັ້ນຊິຕາຍແນ່ ໆ 100% ເພາະຄື່ນຍັກກຳລັງມາຈາກທາງນັ້ນແລ້ວ!!!

LaoBlogger.com

ຈັກຊິໄດ້ເຮັດບໍ່ ເພາະຊ່ວງນີ້ມັນຈັກຈັ່ງໃດບຸ ບໍ່ຢາກເຮັດຫຍັງເທື່ອ ພໍດີຫາກໍ່ຊື້ Notebook ໃຫມ່ແດ່ ບໍ່ຢາກຈ່າຍເງິນ ກະໄວ້ວ່າ ຖ້າຈັກຫນ່ອຍເບິ່ງ ໃຫ້ມີເວລາຄິດ concept ເພີ່ມເຕີມກ່ອນດີກວ່າ ຢາກຫາຂໍ້ມູນໃຫ້ຫຼາຍກວ່ານີ້ແດ່ ກ່ອນທີ່ຈະເຮັດ

 

ຄວາມຈິງ ຕອນນີ້ສ່ຽນເພິ່ນກໍ່ກຳລັງເຮັດຢູ່ຄືກັນ ຮູ້ສຶກວ່າ ຈະໃຊ້ OBlog ເຊິ່ນເປັນ Blogware ຈາກຈີນວ່າຊັ້ນ ອືມ…ຖ້າເຮົາຊິເຮັດ ກໍ່ຄືຊີໃຊ້ WordPress Mu ຫັ້ນແຫລະ 😉

ເລື່ອງຂະໜາດຟອນຕ໌

ມື້ນີ້ໄດ້ຈັດການບັນຫາຂະໜາດຟອນຕ໌ໃນບລັອກຫລັກເປັນທີ່ຮຽບຮ້ອຍ ໂດຍການຊ່ວຍເຫລືອຈາກອ້າຍອັດ ເຊິ່ງເປັນເວບມາສເຕີຂອງ DivLand.com ເພິ່ນແນະນຳໃຫ້ເຮັດ IE-Hack ເຊິ່ງກໍ່ຊ່ວຍແກ້ບັນຫາໄດ້ຫລາຍພໍສົມຄວນ ຂະໜາດຕົວອັກສອນຖືວ່າຢູ່ໃນຂັ້ນທີ່ຍອມຮັບໄດ້ຫລາຍຂຶ້ນ

ກໍ່ຫວັງວ່າຈະສາມາດແກ້ໄຂບັນຫາ Browser ໄດ້ຫມົດໃນໄວ ໆ ນີ້ 😉

Free Host ຂອງລາວ

ເປີດເບິ່ງເວບນັ້ນນີ້ໄປເລື້ອຍ ຈົນໄປເຫັນເວບໜຶ່ງເຂົ້າ ເຊິ່ງເປັນເວບທີ່ໃຫ້ບໍລິການ Free Hosting ຖືເປັນລາຍເກືອບຈະທຳອິດໃນລາວເລີຍກໍ່ວ່າໄດ້ (ຫຼືອາດຈະທຳອິດເລີຍ?)

ຮູ້ສຶກວ່າຈະມີຂໍ້ກຳຫນົດເງື່ອນໄຂຕ່າງ ໆ​ ຫຼາຍພໍສົມຄວນ ສາມາດເຂົ້າໄປເບິ່ງໄດ້ໃນ laopdr.la

ປ.ລ. ອ່ານຈາກວິທີການໃຊ້ສັບພາສາແລ້ວ ໜ້າຈະເປັນລາວນອກ ອືມ…

ສະຖິຕິ au8ust.org ປະຈຳເດືອນເມສາ ໒໐໐໗

ເດືອນນີ້ Visitors ທັງຫມົດ 915 ຄົນ ຄິດເປັນ 30.50 ຄົນຕໍ່ມື້ ແລະມີ Pageviews 1,975 ຄັ້ງ ຄິດເປັນ 65.83 ຄັ້ງຕໍ່ມື້

ກຸ່ມຄົນອ່ານຍັງຄົງມາຈາກລາວ ແລະໄທເປັນຫລັກ ແລະເດືອນເມສາປີນີ້ຄົນໃຊ້ Firefox ຫຼາຍກວ່າ IE ຕາມມາດ້ວຍ Opera

ສ່ວນ Windows ຍັງຄົງເປັນລະບົບປະຕິບັດການທີ່ຄົນໃຊ້ຫລາຍທີ່ສຸດ

ລາຍລະອຽດອື່ນ ໆ ກໍ່ເບິ່ງຕາມໃນຮູບເລີຍ ^_^

 

ສະຖິຕິ

ສະຖິຕິການເຂົ້າໃຊ້ງານໂດຍທົ່ວໄປ

Continue reading ສະຖິຕິ au8ust.org ປະຈຳເດືອນເມສາ ໒໐໐໗