Category Archives: ຝອຍໃຫ້ຟັງ

ເລື່ອງຂອງຝຣັ່ງບາງຄົນ

ລະວັງ! ເລື່ອງນີ້ມີເນື້ອຫາທີ່ທ່ານອາດຈະບໍ່ພຶງປະສົງ ກະລຸນາຄຶດໃຫ້ດີກ່ອນອ່ານຫຍໍ້ໜ້າຕໍ່ໄປ…

ເຮັດວຽກໃນຮ້ານອາຫານ ໄດ້ພົບປະກັບບັນດານັກທ່ອງທ່ຽວຕ່າງຊາດຫຼາກຫຼາຍ ບາງຄົນກໍ່ດີແສນດີ ບາງຄົນມັນກໍ່ຊົ່ວແສນຊົ່ວ ແຕ່ເວົ້າຮອດບ່ອນຊົ່ວແລ້ວ ຄົນຕ່າງປະເທດຕອນມັນຊິຊົ່ວມັນກໍ່ຊົ່ວໄດ້ໃຈຫຼາຍ ຕົວຢ່າງເຊັ່ນມັນບອກຈ່າຍແລ້ວ ແຕ່ຄວາມຈິງມັນບໍ່ໄດ້ຈ່າຍ ແລະມັນກໍ່ຮູ້ວ່າມັນບໍ່ໄດ້ຈ່າຍ ແຕ່ມັນຕ້ອງການໃຫ້ເຮົາສັບສົນນັ້ນເອງ ບໍ່ມີຫຍັງຫຼາຍເລີຍ -_-)a

ຄວາມຂີ້ຕົວະຂອງຝຣັ່ງນີ້ຍັງມີຕໍ່ ເຊັ່ນວ່າ ເຫດການຂຶ້ນມື້ນີ້ ມີນັກທ່ອງທ່ຽວຊາວຕ່າງຊາດຍ່າງເຂົ້າມາຕອນຍັງບໍ່ທັນເປີດຮ້ານ ແລ້ວບອກວ່າ ຂໍໃຫ້ໄຂຝາເບຍໃຫ້ແດ່ ກໍ່ເລີຍຖາມໄປວ່າ ເຈົ້າຊື້ຈາກຮ້ານນີ້ບໍ? ເຂົາຕອບວ່າ Yes, I bought it from here ກໍ່ບໍ່ໄດ້ວ່າຫຍັງກໍ່ໄຂໃຫ້ຕາມປົກກະຕິ ແລ້ວກໍ່ໄປຖາມພະນັກງານ ປະກົດວ່າມື້ນີ້ຍັງບໍ່ໄດ້ຂາຍຈັກແກ້ວ ສະແດງວ່າຖືກບັກຝຣັ່ງນີ້ຕົວະເສຍແລ້ວ ຮະຮາ…

ນິໄສແບບນີ້ບໍ່ຄ່ອຍພົບໃນກຸ່ມນັກທ່ອງທ່ຽວຄົນລາວປານໃດ ສ່ວນຫຼາຍຄົນລາວຈະກົງໄປກົງມາ ຊື້ກໍ່ວ່າຊື້ ຈ່າຍກໍ່ວ່າຈ່າຍ ແຕ່ພວກນັກທ່ອງທ່ຽວບາງຄົນນີ້ ນິໄສສູ້ຄົນລາວບໍ່ໄດ້ເລີຍ 🙁

ຈົ່ມໝົດແລ້ວ ໄປກ່ອນ ໕໕໕+ ມື້ນີ້ມາຈົ່ມໂດຍສະເພາະ

ຈົນລືມ… AdSense

ມື້ນີ້ໝູ່ຢູ່ໄປສະນີໂທຫາຕອນສິບໂມງເຊົ້າ ຖາມວ່າ ນິນນີ່ ລະຫັດ error ບລາ ໆໆ ເອີ… ແລ້ວກໍ່ມີຈົດໝາຍສົ່ງມາຫາ ມາຈາກສະວີເດັນ -*- ຟັງແລ້ວງົງ ສະວີເດັນບໍ່ຮູ້ຈັກໃຜຊິສົ່ງມາເຮັດຫຍັງ ກໍ່ເລີຍວ່າ ດຽວເລີກການຕອນສວາຍລະແວ່ເອົາມາໃຫ້ແດ່ ກໍ່ໂອເຄຕາມນັ້ນ…

Continue reading ຈົນລືມ… AdSense

ໃບບີນຕັ້ງໂຕະ

ກັອບມາຈາກ http://www.bill.laotel.com/about/d_pstn.htm ເກັບໄວ້ອາດໄດ້ reference ໃນພາຍໜ້າ 😛
ໃບບີນໂທລະສັບແບບຕັ້ງໂຕະ,
ການພີມໃບບີນແມ່ນແບ່ງອອກເປັນ 3 ງວດຄື: ງວດທີ່ 1, ງວດທີ່ 2, ງວດທີ່ 3 ຊື່ງແຕ່ລະງວດມີລາຍ ລະອຽດດັ່ງນີ້:
>>ງວດທີ່1: ການພີມບີນງວດນີ້ແມ່ນຈະພີມທຸກໆວັນທີ່ 10 ຂອງເດືອນ, ແຕ່ການຄຳນວນມູນຄ່າຈະຄຳ ນວນຂໍ້ມູນຈາກວັນທີ່ 11 ຂອງເດືອນກ່ອນໜ້າຫາວັນທີ່ 10 ຂອງເດືອນນີ້.
ຕົວຢ່າງ: ໃບບີນຂອງເດືອນ 02/2005 ຕ້ອງພີມວັນທີ່ 10/02/2005, ແຕ່ຂໍ້ມູນນຳມາຄິດໄລ່ແມ່ນນັບຈາກ ວັນທີ່: 11/01/2005 ຫາ 10/02/2005.
> ເບີໂທລະສັບທີ່ຈະພີມປະຈຳງວດທີ່ 1 ມີດັ່ງນີ້:
– ນະຄອນຫຼວງວຽງຈັນ: ເບີໂທທີ່ຂື້ນຕົ້ນດ້ວຍ 31,32,35,36,81 ແລະ 83
– ຕ່າງແຂວງ: ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື >>ງວດທີ່2: ການພີມບີນງວດນີ້ແມ່ນຈະພີມທຸກໆວັນທີ່ 20 ຂອງເດືອນ, ແຕ່ການຄຳນວນມູນຄ່າຈະຄຳ ນວນຂໍ້ມູນຈາກວັນທີ່ 21 ຂອງເດືອນກ່ອນໜ້າຫາວັນທີ່ 20 ຂອງເດືອນນີ້. ຕົວຢ່າງ: ໃບບີນຂອງເດືອນ 02/2005 ຕ້ອງພີມວັນທີ່ 20/02/2005, ແຕ່ຂໍ້ມູນນຳມາຄິດໄລ່ແມ່ນນັບຈາກວັນທີ່: 21/01/2005 ຫາ 20/02/2005.
> ເບີໂທລະສັບທີ່ຈະພີມປະຈຳງວດທີ່ 2 ມີດັ່ງນີ້:
– ນະຄອນຫຼວງວຽງຈັນ: ເບີໂທທີ່ຂື້ນຕົ້ນດ້ວຍ 41,45,46,56,71,73,75 ແລະ 77
– ຕ່າງແຂວງ: ແຂວງວຽງຈັນ, ຊຽງຂວາງ, ຫົວພັນ, ຫຼວງພະບາງ, ໄຊຍະບູລີ, ອຸດົມໄຊ, ບໍ່ແກ້ວ, ຫຼວງນຳ້ທາ ແລະ ຜົ້ງສາລີ
>>ງວດທີ່3: ການພີມບີນງວດນີ້ແມ່ນຈະພີມທຸກໆວັນທີ່ສຸດທ້າຍຂອງເດືອນ, ການຄຳນວນມູນຄ່າຈະຄຳ ນວນຂໍ້ມູນຈາກວັນທີ່ 01 ຂອງເດືອນຫາວັນທີ່ສຸດທ້າຍຂອງເດືອນນັ້ນ.
ຕົວຢ່າງ: ໃບບີນຂອງເດືອນ 02/2005 ຕ້ອງພີມວັນທີ່ 28/02/2005, ຂໍ້ມູນນຳມາຄິດໄລ່ແມ່ນນັບຈາກວັນ ທີ່: 01/02/2005 ຫາ 28/02/2005.
> ເບີໂທລະສັບທີ່ຈະພີມປະຈຳງວດທີ່ 3 ມີດັ່ງນີ້:
– ນະຄອນຫຼວງວຽງຈັນ: ເບີໂທທີ່ຂື້ນຕົ້ນດ້ວຍ 21,22,24,25,51,54,55,61,63,67 ແລະ 86
– ຕ່າງແຂວງ:

ເມື່ອຂ້າພະເຈົ້າປ່ຽນເງິນ…

ດ້ວຍຄວາມບັງເອີນ ເຮັດໃຫ້ຕ້ອງມາຢູ່ບ່ອນປ່ຽນເງິນ ເຊິ່ງກໍ່ເປັນເລື່ອງທີ່ບໍ່ເໝາະປານໃດ ເນື່ອງຈາກແຕ່ເດັກແຕ່ນ້ອຍມາເປັນຄົນໄລ່ເລກຊ້າ ຄຳນວນບໍ່ເກັ່ງ.

ມີມື້ໜຶ່ງ ມີແຂກສອງຄົນມາປ່ຽນເງິນ ເຂົາຊິເອົາເງິນກີບມາປ່ຽນໂດລາ ເຊິ່ງປົກກະຕິແລ້ວ ບໍ່ມີໃຜໃຫ້ປ່ຽນ ທະນາຄານກໍ່ບໍ່ປ່ຽນໃຫ້ ພວກຫ້າງຮ້ານລະແວກນີ້ກໍ່ບໍ່ມີໃຜປ່ຽນໃຫ້ ກໍ່ມີແຕ່ເມຍເຮົານີ້ລະທີ່ຮັບປ່ຽນ ແລ້ວກໍ່ບໍ່ບອກອັດຕາແລກປ່ຽນໃຫ້ເຮົາຮູ້ອີກ. ມື້ນັ້ນແຂກສອງຄົນມາຮອດ ຊາຍໜຶ່ງ ຍິງໜຶ່ງ ເຂົາບອກວ່າ ຊິເອົາເງິນກີບມາຊື້ໂດລາ — ເຂົາບອກວ່າຊົ່ວໂມງແລ້ວເຂົາມາປ່ຽນເທື່ອໜຶ່ງ. ຕອນນັ້ນຟັງກໍ່ຮູ້ແລ້ວວ່າ ສອງຄົນນີ້ເປັນພວກຂີ້ຕົວະ ເພາະເຮົານັ່ງເຝົ້າມາສາມຊົ່ວໂມງ ບໍ່ໄດ້ຂາຍໂດລ່າໃຫ້ໃຜ.

ລົມກັນໄປລົມກັນມາ ເພິ່ນບອກ ປະມານຕອນ 8 ໂມງເພິ່ນມາເທື່ອໜຶ່ງ ເຊິ່ງເວລານັ້ນແມ່ນປະມານ 9 ປາຍໜ້ອຍໜຶ່ງ ແລະເຮົານັ່ງເຝົ້າບ່ອນປ່ຽນເງິນມາ 3 ຊົ່ວໂມງແລ້ວ ຈຶ່ງຮູ້ໄດ້ວ່າພວກນີ້ນິໄສໃຈຄໍເຊື່ອຖືບໍ່ໄດ້. ລາວກໍ່ບອກວ່າລາວມາປ່ຽນກ່ອນໜ້ານີ້ແມ່ນຜູ້ຍິງປ່ຽນໃຫ້ ໄລ່ອັດຕາ 8590 ກີບຕໍ່ 1 ໂດລາ ລາວຢາກປ່ຽນ 600,000 ກີບ ຕົກຢູ່ $69 ແຕ່ຕົວເລກຢູ່ແຜງໜ້າປັດເຄື່ອງຄິດໄລ່ມັນມີແນວມາບັງ ເຮັດໃຫ້ເຫັນເປັນ $59 ເພິ່ນເລີຍຄິດວ່າແມ່ນ $59 ເຮົາກໍ່ຊອກມາປ່ຽນໃຫ້.

ຕອນປ່ຽນ ມັນເລກເສດ 600,000 ຫານ 5890 ໄດ້ $59.84 ມັນບອກ (ທີ່ຈິງໄດ້ $69.84 ແຕ່ເພາະເລກ 6 ຖືກບັງໄວ້ ໃຫ້ຄິດວ່າເປັນເລກ 5) ໃຫ້ໄລ່ເປັນ $60 ເລີຍ ເຮົາກໍ່ບໍ່ໄດ້ເວົ້າຫຍັງ ຕອນນັ້ນກໍ່ຄິດວ່າແມ່ນ $60 ກໍ່ໄປເອົາເງິນມາປ່ຽນໃຫ້. ໄລ່ໄປໄລ່ມາ ເຮົາລະສົງໄສ ເພາະມັນໄລ່ກັບຄືນແລ້ວບໍ່ຖືກຕາມອັດຕາຂອງມັນ (ເພາະວ່າຄວາມຈິງແມ່ນ $69.84 ແຕ່ໄປໄລ່ $59.84) ເຮົາໄລ່ໄປມາກໍ່ຈຶ່ງຮູ້ວ່າ ຕົວເລກມັນຜິດ ເລີຍເອົາໃຫ້ $69 ກັບອີກ 2500 ກີບ. ແຂກເອົາໄປໄລ່ແລ້ວ ມັນຖາມວ່າ 2500 ກີບນີ້ມາຈາກໃສ ເຮົາບໍ່ໄດ້ຕອບຫຍັງ ພຽງແຕ່ເອົາຈັກຄິດໄລ່ ໄລ່ໃຫ້ເບິ່ງວ່າເປັນເສດເງິນ $0.84 (ເຊິ່ງຈັກຄິດໄລ່ມັນພັດໄປປັດເສດ ເຮັດໃຫ້ເຫັນເປັນ 2500 ແທນທີ່ຊິເປັນ 7500 ປາຍ) ຕອນນັ້ນແຂກດີໃຈ ເພາະທຳອິດລາວຄິດວ່າຊິໄດ້ $59 ແຕ່ເຮົາໄປໃຫ້ $69 ເພິ່ນຮີບເກັບເງິນແລ້ວຍ່າງອອກໄປ… ສົງໄສຄິດວ່າເຮົາໄລ່ເລກໃຫ້ຜິດ.

ເລື່ອງນີ້ຕອກຢ້ຳຂ້າພະເຈົ້າວ່າ ຄົນຂາວພວກນີ້ ກໍ່ບໍ່ຕ່າງຫຍັງກັບຄົນທົ່ວໄປ ເວລາມາເຮັດບ່ອນປ່ຽນເງິນແນວນີ້ ໄດ້ພົບກັບລູກຄ້າທີ່ມີນິໄສແບບນີ້ປະຈຳ ບາງທີກໍ່ເຮັດໃຫ້ເກີດຄວາມເມື່ອຍໃຈ ທີ່ຄົນດີ ໆ ຊອກຍາກຫຼາຍໃນສັງຄົມປັດຈຸບັນ…