Category Archives: ຝອຍໃຫ້ຟັງ

ວັນໂຄດເສົ້າໃນຊີວິດຂອງຂ້າພະເຈົ້າ

ທັມດາຊີວິດຄົນເຮົາຄັ້ງໜຶ່ງຈະມີເລື່ອງເສົ້າໃຈຫຼາຍໜ້ອຍຂຶ້ນກັບຄົນ ໆ ໄປ ແຕ່ສ່ວນຕົວ ຂພຈ ເອງ ເຫີ້ ~ ຮູ້ສຶກວ່າ ມື້ນີ້ ໂຄດເສົ້າເລີຍພີ່ນ້ອງ !

ອຸກຈາຍຍຍຍຍ ~

DHL

ຫຼັງຈາກທີ່ check ງວດກ່ອນໜ້ານີ້ (ອ່ານຕອນທີ່ແລ້ວ) ກໍ່ເປັນອັນວ່າຕ້ອງໃຫ້ສົ່ງມາແບບ Express delivery ແທນ ເສຍຄ່າທຳນຽມໃນການສົ່ງ $28 ທາງ AdSense ລະບຸວ່າຈະຮອດປະມານວັນທີ່ 5 ຂອງເດືອນຖັດມາ (check issue date ວັນທີ່ 26) ແຕ່ພໍດີວ່າວັນທີ່ 6-7 ແມ່ນວັນເສົາອາທິດ ກໍ່ເລີຍມາຮອດວັນທີ່ 8 ແທນ ຖືວ່າໄວຫຼາຍ

ສົ່ງໂດຍ DHL…

Continue reading DHL

ເບື່ອນັກຊາວຕ່າງຊາດບາງຄົນ

ລະວັງ! ເລື່ອງນີ້ມີເນື້ອຫາທີ່ທ່ານອາດຈະບໍ່ພຶງປະສົງ ກະລຸນາຄຶດໃຫ້ດີກ່ອນອ່ານຫຍໍ້ໜ້າຕໍ່ໄປ…

ຫຼັງຈາກທີ່ໄດ້ຈົ່ມໄປໃນຕອນກ່ອນໜ້ານີ້ ມື້ນີ້ກໍ່ພົບເຫດການໜ້າເບື່ອໜ່າຍອີກປະການໜຶ່ງ ນັ້ນກໍ່ຄືເລື່ອງປ່ຽນເງິນ

ເລື່ອງມັນມີຢູ່ວ່າ ຝຣັ່ງມາປ່ຽນເງິນ ມີເງິນໃບ $໑໐໐ ເຂົາເຈົ້າຂໍປ່ຽນແຕ່ $໕໐ ກໍ່ຕົກລົງ ຈັດແຈງປ່ຽນໃຫ້ ແລ້ວກໍ່ທອນໃບ $໕໐ ອີກໃບໃຫ້ ປະກົດວ່າ ໃບນັ້ນມັນມີຮອຍບິກຂີດສອງຈຸດ ເຊິ່ງຊາວຕ່າງຊາດທີ່ມາປ່ຽນນຳນັ້ນບໍ່ພໍໃຈ ເພາະວ່າມີຮອຍຂີດ ຈຶ່ງຂໍປ່ຽນເອົາໃບໃໝ່ ກໍ່ເລີຍປ່ຽນໃຫ້ ເພາະຄ້ານໄປຕໍ່ຄວາມຍາວສາວຄວາມຍືດນຳເພິ່ນ

ທີ່ເອົາມາຈົ່ມກໍ່ເພາະວ່ານັກທ່ອງທ່ຽວພວກນີ້ (ບາງຄົນ) ມັນເຫັນແກ່ຕົວ ເວລາຕອນມາປ່ຽນເງິນ ເອົາໃບຂາດ ໆ ຫວິ້ນ ໆ ຫຼືມີຮອຍຂີດຂ້າ ໃບເກົ່າ ໆ ເອົາໃຫ້ເຮົາ ເຮົາຖາມປ່ຽນ ບອກວ່າມັນມີຮອຍຂີດ ຮອຍຂ້າ ມີບ່ອນຂາດ ມັນບໍ່ຍອມ ບອກວ່າ ອັນນີ້ກໍ່ເງິນຄືກັນ ຊິເປັນຫຍັງ ມັນບໍ່ມີບັນຫາດອກ ບາງຄັ້ງກໍ່ເວົ້າປະມານວ່າ ອັນນີ້ຂ້ອຍເອົາມາຈາກທະນາຄານ ກໍ່ວ່າກັນໄປ ແຕ່ຕອນທີ່ເຮົາເອົາໃບບໍ່ດີໃຫ້ຫັ້ນນາາາາາາາ ມັນຄືມາຈົ່ມທຸກຈົ່ມຍາກແທ້

ຄົນເຮົາ ບໍ່ວ່າເຊື້ອຊາດໃດ ມາຈາກປະເທດຮັ່ງມີ ຫຼືທຸກຍາກ ກໍ່ລ້ວນແລ້ວແຕ່ມີຄົນທີ່ເຫັນແກ່ຕົວສະເໝີ ເພາະກິເລດມັນນອນເນື່ອງໃນສັນດານມາດົນ 🙁

Gerrit van. Wuijsthoff

ມື້ນີ້ມີໂອກາດໄດ້ອ່ານ ຄວາມເປັນມາໂດຍສັງເຂບຂອງທາດຫຼວງ ທີ່ຕີພິມໃນເວັບໄຊໜັງສືພິມວຽງຈັນໃໝ່ ຂະນະທີ່ອ່ານ ໆ ໄປນັ້ນພົບປະໂຫຍກທີ່ວ່າ

ມີການບັນທຶກໄວ້ ຂອງທ່ານ ວັນວຸດ ສະຕົບ ລາຊະທູດຂ້າຫຼວງໃຫຍ່ປະເທດໂຮນລັງ ປະຈຳຊາວາ ປະເທດອິນໂດເນເຊຍ ເມື່ອວັນທີ 16
ພະຈິກ 1641

ກໍ່ເລີຍໄປຊອກເບິ່ງວ່າ ທ່ານ “ວັນວຸດສະຕົບ” ນີ້ແມ່ນໃຜ? ມີຮູບຫຼືມີເອກະສານຫຍັງໃຫ້ສຶກສາໄດ້ຕໍ່ບໍ່ ແລ້ວກໍ່ປະກົດວ່າຊື່ຂອງທ່ານແມ່ນ “Gerrit van. Wuijsthoff” ຊື່ເພິ່ນສະກົດໄດ້ຫຼາຍແບບ ຂຽນວ່າ “Gerard Wusthof” ກໍ່ມີ ຂຽນວ່າ “Gérard van Wusthof” ກໍ່ມີ, ຂຽນອີກແບບແມ່ນ “Geebaerd von Wusthof” ເປັນຊາວ Dutch ພາສາລາວເອີ້ນວ່າຊາວ ຮອນແລນ ຕາມເອກະສານໃນ International Institute for Asian Studies (IIAS) ລະບຸວ່າເພິ່ນເປັນພໍ່ຄ້າຂອງ Vereenigde Oost-Indische Compagnie ຫຍໍ້ເປັນ VOC ແປວ່າ Dutch East India Company (Wikipedia)

ເສຍດາຍບໍ່ມີຂໍ້ມູນເພີ່ມເຕີມໃນເວັບໄຊ ແຕ່ເພິ່ນລະບຸວ່າ ມີຢູ່ National Archives ໃນ The Hague ປະເທດ Netherlands. ໃນເອກະສານດັ່ງກ່າວ ມີບັນທຶກກ່ຽວກັບລາວສັດຕະວັດທີ່ ໑໗.

ໄວ້ຖ້າຄືບໜ້າແນວໃດຈະມາຂຽນໃໝ່

au8ust.org renew!

ຫຼັງຈາກທີ່ໃຊ້ Theme O2 ມາດົນ ຈົນຮອດໃກ້ໝົດປີແລ້ວ ຈຶ່ງຖືເອົາມື້ນີ້ ເຊິ່ງເປັນເລິກງາມຍາມດີ (ເພາະວ່າບໍ່ຂີ້ຄ້ານປານໃດມື້ນີ້) ຈັດການປ່ຽນໜ້າຕາ au8ust.org ໃຫ້ຮຽບຮ້ອຍດັ່ງລຸ່ມ

ແບບເກົ່າ

ກາຍເປັນ…

ແບບໃໝ່

ພ້ອມທັງປ່ຽນລະບົບ shoutbox ເປັນແບບໃໝ່ນຳ ແຕ່ກີ້ໃຊ້ cbox.ws ຕອນນີ້ເຊົາໃຊ້ແລ້ວ ຈົບຂ່າວ.