Category Archives: ຝອຍໃຫ້ຟັງ

ວຽງລາວ

ມື້ນີ້ໄປຄົ້ນ ໆ ໃນ Google ລອງໃຊ້ຄຳວ່າ “ຄອມພິວເຕີ” ແລ້ວກໍ່ໄປເຫັນບລັອກນີ້ເຂົ້າ… ວຽງລາວ

ເບິ່ງຈາກວິທີການໃຊ້ສັບໃຊ້ພາສາແລ້ວ ເຂົ້າໃຈວ່າ ຫນ້າຈະເປັນລາວເກົ່າ ລອງໄປເບິ່ງ Profile ເພິ່ນຂຽນບອກວ່າ…

Location: ໂຕກຽວ : Japan

ອ່າ… ມາຈາກຢີ່ປຸ່ນນີ້ເອງ… ໃນບລັອກເພິ່ນ ກໍ່ຈະມີເລື່ອງຫນ້າສົນໃຈຢູ່ຫລາຍຢ່າງ ກ່ຽວກັບຄອມພິວເຕີ ທິບ ເທັກນິກ ແລະໂປຣແກຣມມິງ

ຫລັງ ໆ ມາເລີ່ມເຫັນຄົນລາວຂຽນບລັອກກັນຫລາຍຂຶ້ນ ແບບນີ້ມີຫວັງ LaoBlogger.com ຊິໄດ້ແຈ້ງເກີດ 😉


Technorati Tags: ວຽງລາວ, ຄອມພິວເຕີ, ບລັອກ, ໃຫມ່, ຄົນລາວ, ບລັອກລາວ, ເວັບບລັອກ, ໂຕກຽວ, ຢີ່ປຸ່ນ, au8ust

021 219425

ມື້ຄືນນີ້ ຂະນະທີ່ກຳລັງຫລິ້ນເນັດມັນ ໆ​… ປະກົດວ່າ ເນັດຫລຸດ…!! ເລີຍຄິດວ່າ ສົງໄສເປັນນຳຄອນເນັດມາດົນໂພດ ເລີຍຫລຸດໄປຊື່ ໆ (ປະມານ 17 ຊົ່ວໂມງຕໍ່ເນື່ອງ –ແຕ່ເຄີຍຕໍ່ເກີນ 30 ຊົ່ວໂມງຕໍ່ເນື່ອງ) ເລີຍຣີຄອນເນັດໃຫມ່ ມັນຂຶ້ນ Busy… -_-)//

ຕໍ່ອີກສອງສາມຄັ້ງບໍ່ຕິດ ກໍ່ໄປນອນເສັຍ

ຕື່ນມາຫົກໂມງເຊົ້າ ມາຕໍ່ອີກ ກໍ່ບໍ່ຕິດອີກ ເລີຍຖ້າຈົນຮອດປະມານໃກ້ ໆ​ 9 ໂມງ ໂທໄປ 021 219425 ເປັນເບີສອບຖາມກ່ຽວກັບອິນເຕີເນັດຂອງລາວໂທລະຄົມ ໂທໄປຕອນທຳອິດບໍ່ມີໃຜຮັບ ໂທໄປເທື່ອທີ່ສອງຜູ້ຍິງຮັບ ເວົ້າບໍ່ສຸພາບເທົ່າ 101 (ສົງໄສເງິນເດືອນຫນ້ອຍກວ່າ 😛 )

ຫລັງຈາກຖາມ username ຮຽບຮ້ອຍ ເພິ່ນກໍ່ບອກວ່າ ບໍ່ມີບັນຫາ… ອ້າວ!! ບໍ່ມີບັນຫາແລ້ວມັນມີຕັນຫາຫວາຊັ້ນນ່າ ຫ້າ ຫ້າ ຫ້າ+ ເອີ້… ເວົ້າແປກ ຈາກນັ້ນກໍ່ບອກໄປວ່າ ມັນໃຊ້ບໍ່ໄດ້ ມັນຕໍ່ບໍ່ຕິດ ຕໍ່ແລ້ວຟ້ອງວ່າລະຫັດ ຫລືຊື່ບໍ່ຖືກຕ້ອງ ເອື້ອຍເພິ່ນເລີຍບອກ ໃຫ້ລອງໃຊ່ຊື່ໃສ່ລະຫັດໃຫມ່ຄືນເບິ່ງ ກໍ່ບອກໄປວ່າລອງແລ້ວບໍ່ໄດ້ ເພິ່ນເລີຍບອກ ອີກຈັກຫນ່ອຍໃຫ້ລອງໃຫມ່…

ຈັກຫນ່ອຍຜ່ານໄປ ກໍ່ມາລອງຕໍ່ອີກ ກໍ່ບໍ່ໄດ້ອີກ ກໍ່ໂທໄປອີກ ເທື່ອນີ້ຜູ້ຊາຍຮັບ ເວົ້າ (ເກືອບ) ດີ ລາວຖາມຫາລະຫັດພ້ອມ ກໍ່ນັ່ງ spell password ກັນຜ່ານໂທລະສັບ ກວ່າຊິເຂົ້າໃຈກໍ່ກິນເວລາໄປຫລາຍນາທີ -.-

ຈາກນັ້ນກໍ່ໃຫ້ຖືສາຍຖ້າ ແລ້ວກໍ່ໄປເຄາະ keyboard ສອງສາມນາທີກັບມາ ບອກອີກ 5 ນາທີລອງໃຫມ່ ແລ້ວກໍ່ວາງສາຍ

ອີກປະມານ 5 ນາທີ ລອງໃຫມ່ ປະກົດວ່າ ໄດ້ຜົນ -_-” ເປັນເທື່ອທີ່ 3 ລະ ເວນກຳ ຈັກມັນເປັນຫຍັງ ແຕ່ລະເທື່ອກ່ອນຈະເປັນ ກໍ່ຈະມີອາການຄ້າຍ ໆ ກັນຫມົດ ຄື ເນັດຈະຫລຸດ ຈາກນັ້ນຕໍຄືນແລ້ວຈະຂຶ້ນ Busy ແລ້ວຖັດໄປ ກໍ່ຂຶ້ນ Error 691 ລະຫັດຜ່ານ ຫລືຊື່ບໍ່ຖືກ

ບໍ່ຮູ້ມັນເປັນຫຍັງຂອງມັນ ລາວໂທລະຄົມ

Technorati Tags: ລະຫັດ, ຊື່, ລາວໂທລະຄົມ, 101, 219425, Error 691, ອິນເຕີເນັດ, au8ust

ຄວາມຮູ້ໃຫມ່

ມື້ນີ້ໄປປະຊຸມບ້ານມາ ໃຊ້ເວລາ 1 ຊົ່ວໂມງ ກັບອີກປະມານ 5 ນາທີ ໃນການປະຊຸມຄັ້ງນີ້ ເຮັດໃຫ້ໄດ້ຮູ້ວ່າ

  • ຫລວງພະບາງມີເຈົ້າເມືອງຊື່ ໄຊຍະສັກ ແກ້ວປັນຍາ
  • ບ້ານຈູມຄ້ອງມີ 69 ຄອບຄົວ

ຈົບ LOL


Technorati Tags: ຄວາມຮູ້ໃຫມ່, ບ້ານຈູມຄ້ອງ, ປະຊຸມ, ໄຊຍະສັກ, ແກ້ວປັນຍາ, au8ust

ຊີວິດ ແລະເມືອງມໍລະດົກ

ມື້ນີ້ພວກມໍລະດົກມາເກັບປ້າຍຕາງໆ ຕາມທາງ ພວກປ້າຍທີ່ຍື່ນອອກມາເກີນຂອບເຂດທີ່ ທາງມໍລະດົກເຂົາກຳຫນົດໄວ້ ກໍ່ຈະຖືກຫາມຂຶ້ນລົດໄປ ໂດຍທາງເຈົ້າຫນ້າທີ່ ໆ ກ່ຽວຂ້ອງ ຈະເອົາລົດມາພ້ອມ ແລ້ວກໍ່ມີຄົນມາຖ່າຍຮູບແຊ່ະໆ ໄວ້ເປັນຫລັກຖານ

ເຂົ້າໃຈວ່າ ຊ່ວງຫລັງນີ້ຄົງຈະເລີ່ມມາຈັດສັນບ້ານເມືອງອີກຄັ້ງຫນຶ່ງ ແລະອາດຈະໄປກ່ຽວຂ້ອງກັບງານກິລາທີ່ຈະຈັດຂຶ້ນ ໃນຊ່ວງເດືອນຫນ້ານີ້ນຳ ແຕ່ວ່າ ໃນຄວາມເປັນຈິງແລ້ວ ເຂົາເຮັດແບບນີ້ມັນແປກໆ ການທີ່ເຈົ້າຫນ້າທີ່ຈາກ ມໍລະດົກ ມາບອກໃຫ້ຍ້າຍປ້າຍ ຫລືປ່ຽນປ້າຍ (ລືມເລົ່າໄປວ່າ ຢູ່ຫລວງພະບາງ ປ້າຍຮ້ານຕ້ອງມີຊື່ພາສາລາວຂຶ້ນກ່ອນ ແລ້ວຈຶ່ງຕາມດ້ວຍພາສາອື່ນ) ແຕ່ລະຄັ້ງນັ້ນ ຈັ່ງແມ່ນວ່າ ບໍ່ເປັນທາງການຈັກຫນ້ອຍເລີຍ ມີແຕ່ໃຫ້ຄົນມາເວົ້າໆໆໆໆ​ບາງກໍ່ມີທຳທ່າລັກສະນະຂູ່ເຂັນຊ້ຳ ແທນທີ່ຊິເຮັດຫນັງສືມາດິບດີ ຫລືອາດມີການປະຊຸມຊີ້ແຈງ ແລະວາງລະບຽບທີ່ຊັດເຈນໃຫ້ທຸກຝ່າຍເຂົ້າໃຈ ແຕ່ກໍ່ບໍ່ເຮັດ

ຫລວງພະບາງກໍ່ເປັນແຕ່ແບບນີ້ແຫລ່ະ ຈຶ່ງບອກວ່າ ໂດຍສ່ວນຕົວແລ້ວ ບໍ່ຢາກເປີດຮ້ານພວກນີ້ ເຖິງລາຍໄດ້ຈະດີ ລາຍຮັບຈະດີ ແລະບາງຄັ້ງ ລາຍເຫລືອຈະດີ ແຕ່ວ່າ… ເງິນບໍ່ແມ່ນທຸກຢ່າງຂອງຊີວິດ!! ຫາກຊິໃຫ້ໃຊ້ຊີວິດແບບນີ້ ສູ້ໄປເປີດຮ້ານນ້ອຍໆ ເຮັດໃນສິ່ງທີ່ເຮົາຖະນັດ ແລະຮັກດີກວ່າ ຈະໄດ້ມີເວລານັ່ງຟັງທັມມະ ມີເວລານັ່ງສະມາທິ ແລະໄດ້ຊ່ວຍເຫລືອຜູ້ຄົນອື່ນ ຂໍພຽງແຕ່ມີຊີວິດແບບຮຽບງ່າຍ ພໍຢູ່ພໍກິນ ດີກວ່າຈະມີເງີນຫລາຍໆ ແຕ່ວ່າຕ້ອງຄອຍຫ່ວງວ່າເງິນທີ່ເຮົາຫາມາໄດ້ນີ້ຈະເສັຍໄປ ຫ່ວງວ່າເງິນນີ້ຈະມີອັນຕ້ອງຈິບຫາຍ ມີໂຈນມາເອົາໄປ ມີຍາດມິດທີ່ຊັງເຮົາມາເອົາໄປ ແບບຫລັງນີ້ ບໍ່ມີດີກວ່າ 🙂