Category Archives: ຝອຍໃຫ້ຟັງ

ເວົ້າໃຫ້ຟັງ

ຊ່ວງຫລັ​ງ ໆ ແປຂ່າວ ຮູ້ສຶກວ່າ ຈະມີຜິດ ໆ ຖືກ ໆ ຢູ່ຫລາຍອັນ ແຕ່ສ່ວນຫລາຍແປຜິດ -_-“

ພະຍາຍາມປັບປຸງຢູ່ ແບບວ່າອ່ານ ໆ​ ໄປແລ້ວເສັຍສະມາທິ ຄິດເລື່ອງອື່ນໄປກໍ່ມີ ບາງທີອ່ານຈົບແລ້ວລືມວ່າອ່ານຫຍັງມາແດ່ o.O!? ຊວຍເລີຍແບບນີ້

ບໍ່ຮູ້ວ່າ ມີໃຜສັງເກດເຫັນຫລືບໍ່?


Technorati Tags: ແປຜິດ, ຂ່າວ, ມົ່ວ, realme, au8ust

*sigh*

ຮູ້ສຶກເມື່ອຍໃຈ ບໍ່ຢາກເຮັດຫຍັງ ຫລຽວໄປທາງໃດກໍ່ມີແຕ່ເລື່ອງຫນ້າຫົດຫູ່ໃຈ ພະນັກງານກໍ່ມີແຕ່ພວກບໍ່ໄດ້ເລື່ອງ ປອງແຕ່ຊິຄົດຊິໂກງ ຫາທາງກິນປຽບ ຕອນນີ້ເຮົາຢູ່ໄດ້ກໍ່ຍ້ອນບາລະມີຄົນອື່ນ ຖ້າຄົນອື່ນສິ້ນບຸນໄປ ເຮົາຈະບໍ່ເປັນຫມາຂ້າງຖະຫນົນໄປຫລື?

ຂຶ້ນຊື່ວ່າແຂ່ງ ຊິແຂ່ງຫຍັງກໍ່ແຂ່ງໄດ້ ແຕ່ແຂ່ງບຸນແຂ່ງວາສນາມັນແຂ່ງກັນຍາກ –ສົມຄວາມເພິ່ນເວົ້າແທ້ !

Technorati Tags: sigh, ແຂ່ງ, ເມື່ອຍໃຈ, ທໍ້, ຫົດຫູ່, realme, au8ust

ສັງສິນໄຊ

ຊວງນີ້ໂພສຕ໌ວັນນະຄະດີເລື່ອງ “ ສັງສິນໄຊ ” ໃນ pasalao.wordpress.com ຢາກເຊີນຊວນໃຫ້ໄປອ່ານກັນເບີ່ງ 😉

ປ.ລ. ຢູ່ໃນຫມວດວັນນະຄະດີ

Technorati Tags: ສັງສິນໄຊ, ວັນນະຄະດີ, ນິທານ, ເລື່ອງ, ພື້ນແພນ, ພື້ນສືບ, ລາວ, ພາສາລາວ, ບູຮານ, 1969, realme, au8ust