Category Archives: ຝອຍໃຫ້ຟັງ

ເຂົ້າກ່ອງ delivery

ມື້ວານສັ່ງເຂົ້າກ່ອງ delivery ມາລອງກິນເບິ່ງ ຫຼັງຈາກທີ່ເຫັນໂຄສະນາໃນໜັງສືພິມວຽງຈັນໃໝ່ ມີຫຼາຍລາຍການພໍສົມຄວນ ໝູ່ເຫັນ ໝູ່ທ້ວງວ່າ ບໍ່ແມ່ນເຂົາເອົາເຂົ້າກ່ອງ CP ມາອົບຊື່ຕີ້ -_-’ ແຕ່ສຸດທ້າຍກໍສັ່ງມາສອງກ່ອງ ກໍຄື ເຂົ້າລາບໝູ ກັບເຂົ້າຂາໝູ+ໄຂ່ ສັ່ງມາກິນກັບອ້າຍທີ່ມາວຽກຢູ່ຫ້ອງການ ໃຊ້ເວລາປະມານ 40 ນາທີມາຮອດ

ເຂົ້າກ່ອງ delivery

ລົດຊາດບໍ່ປານໃດ ແຕ່ບໍລິການໜ້າປະທັບໃຈ ປະທັບໃຈບ່ອນວ່າ ດີກວ່າບໍ່ມີຫຍັງກິນ ຫະຫະ

ກ່ອງລະ 16,000 ຫາ 18,000 ກີບ ແລ້ວແຕ່ລາຍການ.

ສົນໃຈໂທໄປໄດ້ທີ່ 021 314 074

 

ກ່ຽວກັບ e-Corner Weekly News

ຫຼັງຈາກທີ່ e-Corner Weekly News ເຊິ່ງເປັນລາຍການກ່ຽວກັບຄອມພິວເຕີ ແລະເທັກໂນໂລຢີໄດ້ເຮັດອອກມາ 4 ຕອນແລ້ວ (001002003 ແລະ 004) ກໍມີສຽງຕອບຮັບເຂົ້າມາຫຼາຍສຽງຫຼາຍສາຍ ກໍຖືວ່າປະສົບຄວາມສຳເລັດໃນລະດັບນຶ່ງ ມີສຽງຕອບຮັບດີພໍສົມຄວນ.

ແຕ່ວ່າ ຢ່າງໃດກໍດີ ມັນມີເລື່ອງນຶ່ງທີ່ສົງໄສ ແລະຢາກເລົ່າກໍຄື ເລື່ອງການປັບປຸງລາຍການ ເຊັ່ນວ່າ ບາງຄົນຢາກໃຫ້ມີກ້ອງຫຼາຍໆ ມຸມ ຫຼືມີສຽງປະກອບ ຫຼືແມ່ນແຕ່ໃຫ້ພິທີກອນເບິ່ງກ້ອງ ຫຼືວ່າເວົ້າໃຫ້ດີຂຶ້ນ. ອັນເລື່ອງດີມັນກໍດີຢູ່ ທີ່ແນະນຳກັນເຂົ້າມາທັງໝົດທັງປວງ ຂ້າພະເຈົ້າໃນນາມຂອງທີມງານຫຼັກ ກໍເຫັນດີນຳທຸກສຽງຫັ້ນລະ ພຽງແຕ່ ຢາກໃຫ້ທຸກຄົນເຂົ້າໃຈກົງກັນວ່າ ສຳລັບ “ຕອນນີ້” ທີ່ພວກເຮົາ ເຮັດ e-Corner Weekly News ນັ້ນ ແມ່ນເຮັດດ້ວຍໃຈລ້ວນໆ ເຖິງແມ່ນວ່າທຸກຄົນຈະມີວຽກມີງານທີ່ຕ້ອງເຮັດທຸກມື້ ບາງຄົນໃນທີມກໍຕ້ອງຮຽນໃຫ້ຈົບປະລິນຍາ ບາງຄົນກໍເຮັດບໍລິສັດສ່ວນໂຕ ບາງຄົນກໍເປັນ freelance ບາງຄົນກໍເປັນ marketing ຫາເວລາຫວ່າງບໍ່ຄ່ອຍໄດ້ ບາງຄົນເປັນອາຈານສອນ ມີໜ້າທີ່ຂອງໃຜລາວ ແຕ່ທຸກຄົນກໍເສຍສະລະເວລາມາເຮັດ ເຮັດເພື່ອຫຍັງ? ເພື່ອໃຫ້ມັນມີ! ພວກເຮົາເບື່ອ ເບື່ອທີ່ຈະຕ້ອງເບິ່ງລາຍການ IT ທີ່ມີແຕ່ໂຄສະນາ ມີແຕ່ slide show ມີແຕ່ປະຊາສຳພັນສິນຄ້າຂອງຮ້ານໂຕເອງ ຈຶ່ງ “ລົງມື” ເຮັດໃນສິ່ງທີ່ພວກເຮົາຕ້ອງການຢາກໃຫ້ມັນເປັນ.

ທຸກຄົນທີ່ຢູ່ໃນໂຄງການນີ້ ລ້ວນແຕ່ອາສາມາເຮັດ ໂດຍບໍ່ໄດ້ຫຍັງຕອບແທນ ບໍ່ມີຫຍັງທັງໝົດ ບໍ່ມີຄ່າລົດ ບໍ່ມີຄ່າແຮງ ບໍ່ມີຄ່າໂຕ ບໍ່ມີຄ່າເຂົ້າໜົມນົມເນີຍຫຍັງທັງສິ້ນ ທຸກຄົນຕ່າງກໍມາໂດຍບໍ່ໄດ້ຫຍັງ ມີແຕ່ເສຍເວລາມາເຮັດເພື່ອໃຫ້ມີລາຍການດີໆ ນຳສະເໜີໃນສິ່ງທີ່ແຕກຕ່າງ. ດັ່ງນັ້ນຈຶ່ງຢາກໃຫ້ທຸກຄົນເຂົ້າໃຈກົງກັນວ່າ ການທີ່ພິທີກອນບໍ່ເບິ່ງກ້ອງກໍດີ, ການທີ່ມຸມກ້ອງມັນມີໜ້ອຍກໍດີ, ການທີ່ກຽມໂຕມາບໍ່ພ້ອມກໍດີ ເວົ້າຮວມແລ້ວກໍແມ່ນຄວາມຂາດຕົກບົກພ່ອງໃນລາຍການ ກໍລ້ວນແຕ່ເປັນເຫດສຸດວິໄສ ບໍ່ສາມາດຫຼີກເວັ້ນໄດ້ ຖ້າຫາກວ່າທ່ານຕ້ອງການແກ້ໄຂ ຈົ່ງຢ່າຊ້າ! ຢ່າໄດ້ລໍຖ້າຜູ່ອື່ນ! ຂໍເຊີນ! ຂໍເຊີນເຂົ້າມາຮ່ວມກັບທີມງານພວກເຮົາໄດ້ ຂໍເຊີນສະລະເວລາຂອງທ່ານ ເພື່ອປະໂຫຍດໃຫຍ່ຂອງນັກຮຽນນັກສຶກສາ ແລະຜູ່ສົນໃຈໃນ IT ຂອງປະເທດຊາດລາວເຮົາ! ທ່ານບໍ່ມັກພິທີກອນ? ມາເປັນແທນໄດ້! ທ່ານບໍ່ມັກມຸມກ້ອງ? ທ່ານມາຖ່າຍເອງໄດ້! ຖ່າຍບໍ່ມັກສຽງບາງຕອນຂາດຫາຍ? ທ່ານມາຈັບໄມໃຫ້ໄດ້! ທ່ານບໍ່ມັກຂ່າວທີ່ນຳສະເໜີ? ທ່ານມານຳສະເໜີເອງໄດ້!

ພວກເຮົາເປີດໂອກາດສະເໝີ ໃຫ້ກັບຄົນທີ່ຢາກ “ລົງມືເຮັດ” ເພື່ອ ປ່ຽນແປງ” ໄປສູ່ ສິ່ງທີ່ດີກວ່າ” ຖ້າຫາກວ່າທ່ານພ້ອມແລ້ວ ຢ່າໄດ້ລໍຊ້າ! ຕິດຕໍ່ມາໄດ້ເລີຍທີ່ເບີສ່ວນໂຕຂອງຂ້າພະເຈົ້າ ເຈັດ ເຈັດ ເຈັດ ເຈັດ ນຶ່ງ ເກົ້າ ສູນ ສູນ (ໃນເວລາ 9 ໂມງເຊົ້າ ເຖິງ 5 ໂມງແລງ ວັນຈັນ-ສຸກ)

ອິນເຕີເນັດດີໆໃນປະເທດລາວ

ເລື່ອງອິນເຕີເນັດປະເທດລາວຕອນນີ້ກໍນັບວ່າດີກວ່າແຕ່ກ່ອນຫຼາຍ ເຖິງຫຼາຍຄົນຈະບອກວ່າແພງ ແລ້ວກໍຊ້າ ແຕ່ ຂພຈ ຜັດຄຶດວ່າ ຄົນລຸ້ນໃໝ່ຫັ້ນດີແລ້ວ ທີ່ໄດ້ໃຊ້ ແຕ່ກີ້ຕອນໃຊ້ເນັດໃໝ່ໆ ຕ້ອງໄດ້ຈ່າຍເດືອນລະ $40 ຫຼິ້ນໄດ້ 50 ຊມ ອິນເຕີເນັດຄວາມໄວ 56kbps (ຕໍ່ຕິດແທ້ໆ ບໍ່ເກີນ 52kbps) ນອກຈາກເສຍຄ່າເນັດແລ້ວກໍຍັງເສຍຄ່າໂທລະສັບອີກນຳ (ໃນກໍລະນີຢູ່ຕ່າງແຂວງ) ຖ້າໃຜເຄີຍໃຊ້ຄົງຈະຈື່ໝາຍເລກ 8888 ໄດ້ດີ.

ຫຼາຍປີຕໍ່ມາ ເລີ່ມມີເນັດ ADSL ເຂົ້າມາ ມີເນັດ IPStar (ເນັດຜ່ານດາວທຽມ) ມີລະບົບGPRS/EDGE ຈົນມາຮອດລະບົບ 3G ພ້ອມທັງລາຄາທີ່ຖືກລົງຈົນສາມາດຈັບຕ້ອງໄດ້ ກໍນັບວ່າມີການພັດທະນາມາພໍສົມຄວນ.

ການຈະເອົາໄປປຽບທຽບປະເທດໃກ້ຄຽງກໍດີ ຫຼືປຽບທຽບກັບໂລກຕາເວັນຕົກກໍດີ ຕ້ອງເຂົ້າໃຈວ່າ ພື້ນຖານຂອງແຕ່ລະປະເທດບໍ່ຄືກັນ ບໍ່ວ່າຈະເປັນດ້ານພົນລະເມືອງ, ເສດຖະກິດ, ແລະອື່ນໆ ແມ່ນມີຄວາມແຕກຕ່າງກັນຢ່າງເຫັນໄດ້ຊັດ ຈຶ່ງບໍ່ອາດຈະນຳມາໄວ້ຂ້າງໆ ກັນແລ້ວເວົ້າວ່າ ປະເທດນີ້ມີ ປະເທດເຮົາຄືບໍ່ມີ ດັ່ງນີ້.

ຫາກຕ້ອງການໃຫ້ ອິນເຕີເນັດດີໆໃນປະເທດລາວ ມີໃນປະເທດລາວ ພວກເຮົາຄົນລາວຕ້ອງຊ່ວຍກັນ ພັດທະນາໃຫ້ມັນມີຂຶ້ນໂດຍໄວ ບໍ່ທາງກົງກໍທາງອ້ອມ ບໍ່ດັ່ງນັ້ນ ຖ້າມີແຕ່ເວົ້າໄປທຸກມື້ ກໍຄົງຈະບໍ່ມີ ອິນເຕີເນັດດີໆໃນປະເທດລາວ ໃຫ້ໃຊ້ກັນແນ່ນອນ!

ຈົບດີກວ່າ ໂພສໂດຍມີຈຸດປະສົງບາງຢ່າງ ອິອິ

ຮວມຂ່າວດີປະຈຳວັນທີ 21 ເມສາ 2010

ແບບວ່າ ມື້ນີ້ມີຫຼາຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍ ເລື່ອງທີ່ເປັນເລື່ອງດີໆ ເຂົ້າມາໃນຊີວິດ ເລີ່ມຕົ້ນຈາກ:

  1. ເຄື່ອງທີ່ສັ່ງຈາກ ebay ມາຮອດພ້ອມກັນ 8 ຢ່າງ
  2. ອ້າຍໂອໂທມາບອກວ່າ ເພງຂອງ L Zone ດີຫຼາຍ ຢາກໃຫ້ເຮັດ MV ອີກ 4 ເພງ
  3. ໄດ້ຮັບ check ຈາກ Amazon ຕັ້ງ $341 ໃຫ້ຊື່ນຫົວໃຈ
  4. ຊື້ Battery ກັບ Stylus ມາໃຊ້ກັບ iPAQ 1910 ສຳເລັດ
  5. ເປີດບັນຊີທະນາຄານຮ່ວມພັດທະນາ ເພື່ອກຽມເຮັດບັດ Debit VISA

ນັບວ່າເປັນອີກນຶ່ງມື້ທີ່ມີຄວາມສຸກ @_@

ບໍ່ຜ່ານອີກແລ້ວ!!!

ໄປເສັງໃບຂັບຂີ່ອີກຮອບ ຮອບນີ້ເປັນຮອບທີ 3 ເອ໊ະ ຫຼືໜ້າຈະ 4 ເພາະວ່າໄປເທື່ອນີ້ເທື່ອທີ 4 ແລ້ວ

ເລື່ອງກໍເລີ່ມຕົ້ນຈາກປີກາຍ ໄປຮຽນ basic ແບບໄວໆ ຈາກໂຮງຮຽນການຊ່າງ ແລ້ວກໍໄປເສັງ ປາກົດວ່າ ຜ່ານທິດສະດີ ແຕ່ບໍ່ຜ່ານຂັບຂີ່ໂຕ T ແລະໂຕ C ກິນແຫ້ວກັບບ້ານໄປ.

ຮອບທີສອງ ເສັງເດືອນຖັດມາ ໜ້າຈະເປັນເດືອນ 12 ເດືອນນັ້ນຄົນຫຼາຍພິລຶກ ເພາະວ່າເປັນເດືອນທີ່ພໍດີຄົບ 3 ເດືອນຂອງໂຮງຮຽນສອນຂັບລົດ ຄົນເລີຍຫຼາຍເປັນພິເສດ. ກໍໄປເສັງສະເພາະໂຕ T ກັບ C ເພາະທິດສະດີຜ່ານແລ້ວ ປາກົດວ່າ ຜ່ານແຕ່ໂຕ T ສ່ວນ C ບໍ່ຜ່ານ ກິນແຫ້ວອີກແລ້ວ.

ຍັງບໍ່ໝົດກຳລັງໃຈ ຊິເສັງໃຫ້ຜ່ານໃຫ້ໄດ້ນີ້ແຫລະ…

ເດືອນຖັດມາ ເດືອນ 1 ໄປຍື່ນຄຳຮ້ອງເສັງອີກຮອບ ປາກົດວ່າ ເພິ່ນບໍ່ໃຫ້ເສັງ ໃຫ້ຖ້າອີກ 3 ເດືອນ… -_-‘

3 ເດືອນຜ່ານໄປ ໄວປານຂີ້ໂມ້ ເດືອນ 3 ມາຮອດ ແຕ່ກໍບໍ່ໄດ້ໄປ ເພາະວ່າ ຄາວຽກ ກໍເລີຍກາຍເອົາຊື່ໆ ປົກກະຕິຈະໄປຍື່ນຊ່ວງວັນທີ 20 ~ 24 ຂອງເດືອນ ແຕ່ເດືອນນີ້ບໍ່ທັນ ບາດໄປກໍວ່າປິດແລ້ວ ອົດເລີຍ.

ມາຮອດເດືອນ 4 ເດືອນທີ່ກຳລັງຂຽນນີ້ເອງ ໄປຍື່ນອີກຮອບ ປາກົດວ່າ ບໍ່ຜ່ານ ເຂົາບອກວ່າ ເສັງເທື່ອທີ 1 ບໍ່ໄດ້ ເທື່ອທີ 2 ບໍ່ໄດ້ອີກ ຕ້ອງພັກຜ່ອນ 6 ເດືອນຄ່ອຍໄປຍື່ນເອກະສານໃໝ່ ແລ້ວໄປເສັງໃໝ່ຄືນ (ໝາຍຄວາມວ່າຕ້ອງກັບໄປເສັງທິດສະດີ ແລ້ວກໍໂຕ T ພ້ອມ C ໃໝ່ທັງໝົດ =”=)

ໄປເວົ້າໃຫ້ໝູ່ຟັງ ໝູ່ບອກວ່າ ຊື້ໂລດ ຊື້ໂລດ ຊື້ໂລດ ຈົນເຮົາເອງກໍຄ້ອຍຕາມ ໜ້າຈະຊື້ດີກວ່າ ບໍ່ຕ້ອງເສຍເວລາ ຊື້ເອົາບາດດຽວກໍໄດ້ ເສຍເງິນເທື່ອດຽວ ເສຍເວລາເທື່ອດຽວ ມັນກໍງ່າຍດີ ແຕ່ຄຶດໄປຄຶດມາ ຄົນອີ່ຫຍັງຫວະ ໂຄດໄດ້ເລື່ອງ ເຈິອຸປະສັກເທົ່ານີ້ກໍຖອດໃຈລະ ແມ່ມ ມັນຊິໄປຫາຢູ່ຫາກິນຫຍັງໄດ້ນຳເພິ່ນ ຖຸຍຍຍຍຍ ປາກບອກວ່າຊັງ ບໍ່ມັກພວກໃຊ້ເສັ້ນໃຊ້ສາຍ ແຕ່ໂຕເອງກຳລັງຄຶດຈະຊື້ໃບຂັບຂີ່ ນີ້ມຶງປາກຢ່າງໃຈຢ່າງແທ້ໆ

ວ່າຊັ້ນແລ້ວກໍຖ້າໄປເສັງຕໍ່ໄປ ຊ່ວງນີ້ຖ້າຖືກຕຳຫຼວດເປົ່າລົດຕອນກຳລັງຂັບກໍຈ່າຍຄ່າປັບໃໝໄປກ່ອນລະກັນ ຟິ້ວວວວວວ ~