ຈັກຊິໄດ້ເຮັດບໍ່ ເພາະຊ່ວງນີ້ມັນຈັກຈັ່ງໃດບຸ ບໍ່ຢາກເຮັດຫຍັງເທື່ອ ພໍດີຫາກໍ່ຊື້ Notebook ໃຫມ່ແດ່ ບໍ່ຢາກຈ່າຍເງິນ ກະໄວ້ວ່າ ຖ້າຈັກຫນ່ອຍເບິ່ງ ໃຫ້ມີເວລາຄິດ concept ເພີ່ມເຕີມກ່ອນດີກວ່າ ຢາກຫາຂໍ້ມູນໃຫ້ຫຼາຍກວ່ານີ້ແດ່ ກ່ອນທີ່ຈະເຮັດ

ຄວາມຈິງ ຕອນນີ້ສ່ຽນເພິ່ນກໍ່ກຳລັງເຮັດຢູ່ຄືກັນ ຮູ້ສຶກວ່າ ຈະໃຊ້ OBlog ເຊິ່ນເປັນ Blogware ຈາກຈີນວ່າຊັ້ນ ອືມ…ຖ້າເຮົາຊິເຮັດ ກໍ່ຄືຊີໃຊ້ WordPress Mu ຫັ້ນແຫລະ 😉
ມື້ນີ້ໄດ້ຈັດການບັນຫາຂະໜາດຟອນຕ໌ໃນບລັອກຫລັກເປັນທີ່ຮຽບຮ້ອຍ ໂດຍການຊ່ວຍເຫລືອຈາກອ້າຍອັດ ເຊິ່ງເປັນເວບມາສເຕີຂອງ DivLand.com ເພິ່ນແນະນຳໃຫ້ເຮັດ IE-Hack ເຊິ່ງກໍ່ຊ່ວຍແກ້ບັນຫາໄດ້ຫລາຍພໍສົມຄວນ ຂະໜາດຕົວອັກສອນຖືວ່າຢູ່ໃນຂັ້ນທີ່ຍອມຮັບໄດ້ຫລາຍຂຶ້ນ
ກໍ່ຫວັງວ່າຈະສາມາດແກ້ໄຂບັນຫາ Browser ໄດ້ຫມົດໃນໄວ ໆ ນີ້ 😉
ເດືອນນີ້ Visitors ທັງຫມົດ 915 ຄົນ ຄິດເປັນ 30.50 ຄົນຕໍ່ມື້ ແລະມີ Pageviews 1,975 ຄັ້ງ ຄິດເປັນ 65.83 ຄັ້ງຕໍ່ມື້
ກຸ່ມຄົນອ່ານຍັງຄົງມາຈາກລາວ ແລະໄທເປັນຫລັກ ແລະເດືອນເມສາປີນີ້ຄົນໃຊ້ Firefox ຫຼາຍກວ່າ IE ຕາມມາດ້ວຍ Opera
ສ່ວນ Windows ຍັງຄົງເປັນລະບົບປະຕິບັດການທີ່ຄົນໃຊ້ຫລາຍທີ່ສຸດ
ລາຍລະອຽດອື່ນ ໆ ກໍ່ເບິ່ງຕາມໃນຮູບເລີຍ ^_^

ສະຖິຕິການເຂົ້າໃຊ້ງານໂດຍທົ່ວໄປ
Continue reading ສະຖິຕິ au8ust.org ປະຈຳເດືອນເມສາ ໒໐໐໗ →
ວ່າຊິຂຽນດົນແລ້ວ ແຕ່ບໍ່ທັນຂຽນ ມື້ນີ້ເລີຍຊິຂຽນໃຫ້ຈົບ ໆ ໄປ ເລື້ອງມັນມີຢູ່ວ່າ ມື້ໜຶ່ງ ມີຄົນສົ່ງເພງມາໃຫ້ຟັງ ສົ່ງມາທາ Windows Live Messenger ກໍ່ຖ້າ ໆ ໆ ໆ ຈົນມັນແລ້ວ ແລ້ວກໍ່ຄລິກເປີດຟັງ… ປະກົດວ່າ… ຂຶ້ນ…
ແລ້ວຈາກນັ້ນ ມັນກໍ່ລຶບໄຟລ໌ໃຫ້ເອງພ້ອມ!!!! ໂອ້ວວວ!!! ຊ່າງມາສະຫຼາດລ້ຳລຶກຄຶກຄະນອງເອົາແທ້ເອົາວ່າ ບໍ່ສັ່ງມັນກໍ່ລຶບ 5555 ແຖມກູ້ຈາກໃສກໍ່ບໍ່ໄດ້ອີກ!!! ແລະທີ່ສຳຄັນໄປກວ່ານັ້ນ ບໍ່ສາມາດກຳໜົດໄດ້ວ່າໃຫ້ເຮັດແນວໃດເມື່ອພົບໄຟລ໌ທີ່ໜ້າສົງໄສ!! ແລ້ວຊາດ -_-“
Technorati Tags: windows live messenger, wlm, ແລ້ວຊາດ, ອັດຕະໂນມັດ, automatic, realme, au8ust
my life, thoughts, ideas, and random stuff… since 2007