Category Archives: ຝອຍໃຫ້ຟັງ

Drupal

ຕອນນີ້ກຳລັງມີຄວາມສົນໃຈໃນ CMS ທີ່ຊື່ວ່າ Drupal ເພາະວ່າ ຮູ້ສຶກວ່າມັນຈະໄວກວ່າ WordPress ຢູ່ຫລາຍ ແລະກໍ່ມີຄວາມຢືນຢຸ່ນເຫມາະສົມໃນການໃຊ້ງານຫລາຍກວ່າ ເສຍແຕ່ວາ ລະບົບມັນຊັບຊ້ອນເກີນ ເຄີຍເອົາມາສຶກສາຢູ່ສອງເທື່ອ ແຕ່ກໍ່ຮູ້ສຶກວ່າຍັງຍາກຢູ່ ແຕ່ບໍ່ເປັນຫຍັງລອງແລ້ວລອງອີກລອງເລື້ອຍ ໆ ໄປ

Technorati Tags: drupal, cms, au8ust, real me

au8ust’s community

ແວະມາບອກວ່າ ຕອນນີ້ເປີດທົດສອບ au8ust’s community ເຊິ່ງເປັນເວບບອຣ໌ດໃຫມ່ ຢາກໃຫ້ທຸກຄົນລອງໄປໃຊ້ງານກັນເບິ່ງ 🙂

ກົດເລີຍ > http://community.au8ust.org/

Technorati Tags: community, au8ust, au8ust.org, nin, nxn, ນິນ, ເວບບອຣ໌ດ, ເວບບອດ, ຖາມຕອບ, ຕອບຖາມ, ກະດານຂ່າວ

Invisible CAPTCHA

ມື້ກ່ອນຂະນະທີ່ກຳລັງຊອກຫາເວບໄຊຕ໌ສຳຫລັບສົ່ງຂໍ້ຄວາມ SMS ທົ່ວໂລກຢູ່ນັ້ນ ບັງເອີນໄດ້ໄປພົບກັບເວບໄຊຕ໌ແຫ່ງຫນຶ່ງ ທີ່ຄາດວ່າ ຫນ້າຈະສົ່ງໄດ້ ແຕ່ວ່າເພິ່ນໃຫ້ລົງທະບຽນເປັນສະມາຊິກກ່ອນ ກໍ່ເລີຍດຳເນີນການໄປຕາມຂັ້ນຕອນ

ພໍໃສ່ຊື່ ໃສ່ເບີໂທ ໃສ່ນັ້ນນີ້ຄົບຖ້ວນແລ້ວ ກໍ່ເລື່ອນມາລຸ່ມສຸດ ເຂົາຈະໃຫ້ໃສ່ລະຫັດເພື່ອປ້ອງກັນ spam register ແຕ່ວ່າ ປະກົດວ່າລະບົບ Image Verification ຂອງເວບນັ້ນ ຊ່າງມາພິດສະດານເຫລືອເກີນ ນອກຈາກຈະສາມາດປ້ອງກັນ bot ແລ້ວ ຍັງປ້ອງກັນໄດ້ຮອດ human​ ອີກ!