Category Archives: ຝອຍໃຫ້ຟັງ

Back online!

ກັບມາອີກຄັ້ງຫນງຫລັງຈາກທີ່ down ໄປຫລາຍມື້ (ເກືອບສອງອາທິດ) ເພາະຍ້າຍ host ເຊິ່ງຕອນນິ້ຄິດວ່າ host ໃຫມ່ຊ້າກວ່າເກົ່າອີກ ກໍ່ເລີຍວ່າສົງໄສຊິໄດ້ຍ້າຍໃຫມ່ ແລະຄົງຈະໄປລອງໃຊ້ຂອງ AppServHosting.com ເບິ່ງ ເພາະວ່າ background ດີພໍສົມຄວນ

ອືມ… ມີບັນຫາຫຍັງບາງຢ່າງເຮັດໃຫ້ useronline ບໍ່ສາມາດໃຊ້ໄດ້ ກໍ່ເລີຍເອົາປລັກອິນຕົວນີ້ອອກໄປກ່ອນ ເພາະວ່າບໍ່ຄ່ອຍໄດ້ໃຊ້ຢູ່ແລ້ວແດ່ 😛

Technorati Tags: host, hosting, ກັບມາ, au8ust, realme

Happy birthday to me

ສຸກສັນວັນເກີດໃຫ້ຕົວເອງ ເຢ້ ~ !

ປີນີ້ກໍ່ເປັນໄປຕາມຄາດ ບໍ່ມີຫຍັງຫລາຍ ບໍ່ໄດ້ຈັດຫຍັງເປັນພິເສດ ແລະກໍ່ບໍ່ມີໃຜຮູ້ (ນອກຈາກແຟນ ^0^)

ແຕ່ວ່າ ເຈັບຫົວ ໄປນອນກ່ອນ ~

Technorati Tags: ສຸກສັນວັນເກີດ, au8ust, me, real me, happy birthday

ມື້ອື່ນແມ່ນວັນຄ້າຍວັນເກີດຂ້າພະເຈົ້າ…!

ໂອ..​. ອນິຈຈາ ວະຕະ ສັງຂາຣາ ສັງຂານບໍທ່ຽງໜໍ…

ກຳລັງຈະຜ່ານພົ້ນໄປອີກຫນຶ່ງປີແລ້ວ ສຳຫລັບປີນີ້ກົງກັບວັນສຸກທີ່ 24 ເຊິ່ງຄາດວ່າຄົງຈະບໍ່ມີຫຍັງເປັນພິເສດຄືຫລາຍ ໆ ປີທີ່ຜ່ານມາ -_-a

ແຕ່ບໍ່ເປັນຫຍັງ ບໍ່ສຳຄັນເທົ່າກັບວ່າ ເຮົາຍັງມີລົມຫາຍໃຈຢູ່ ^o^

Technorati Tags: ວັນເກີດ, ນິນ, ວັນເກີດນິນ, hbd, birthday, ວັນຄ້າຍວັນເກີດ, realme, au8ust

ເມື່ອຂ້າພະເຈົ້າຕື່ນມາແລ້ວພົບວ່າ…!!!

ມີເລື່ອງແປກປະຫລາດຈະເລົ່າໃຫ້ຟັງ ບໍ່ມີຄົນຟັງກໍ່ຢ່າ ຢາກເລົ່າ ເລື່ອງມັນມີຢູ່ວ່າ ມື້ຄືນນີ້ນອນຫລັບ ປົກກະຕິກໍ່ນອນຕຽງພັບ ເຊິ່ງຕຽງພັບມັນຈະພໍດີຄົນນອນໄດ້ຄົນຫນຶ່ງ ບໍ່ສາມາດພິກໄປມາຫລາຍໄດ້ ນອນ ໆ ໄປໃກ້ແຈ້ງກໍ່ຝັນວ່າໄປມີເລື່ອງກັບໃຜບໍ່ຈັກ ແຕ່ວ່າມີຄວາມຄຽດແຄ້ນຊິງຊັງເກີດຂຶ້ນພາຍໃນຈິດຫລາຍ ພະຍາຍາມໄປເຮັດບໍ່ດີໃຫ້ເຂົາເຈົ້າ

ດີແຕ່ວ່າໃນຝັນນັ້ນຄົນຮັກຂ້າພະເຈົ້າໄດ້ຫ້າມໄວ້ ບອກວ່າຢ່າໄປເຮັດໃຫ້ເຂົາເຈົ້າເລີຍ ຂ້າພະເຈົ້າໄດ້ສະຕິຄືນມາຈຶ່ງຢຸດ…

ຫາກແຕ່ວ່າ!!! ພໍເມື່ອລຸກຂຶ້ນມາແລ້ວ ຂ້າພະເຈົ້າຫລຽວເບິ່ງໂມງທີ່ຕິດຢູ່ຝາເຮືອນ ປະກົດວ່າ ຂະນະນັ້ນເປັນເວລາ 5:20​ ແລະທີ່ຍິ່ງໄປກວ່ານັ້ນຄື ຂ້າພະເຈົ້ານອນກັບຫົວ!!! ຕອນນອນທຳອິດຂ້າພະເຈົ້ານອນເອົາຫົວປິ່ນໄປທາງໂມງ ແຕ່ພໍຕື່ນຂຶ້ນມາກັບກາຍເປັນວ່າ ຕີນຂ້າພະເຈົ້າປິ່ນໄປທາງໂມງແທນ…!!!

ໂອ…​ສະຫຍອງ…