ຫມາເຫົ່າຊ້າງ ລະວັງບ່ອນບາທາມັນເດີ
ຕີນຊ້າງຢຽບປາກນົກ
ປາກບໍ່ໄດ້ໄອບໍ່ດັງ
ໃຜມືນ້ອຍຄ່ອຍຢິບຄ່ອຍແຍມ ໃຜມືໃຫຍ່ຮູດກິນຮູດກິນ
ມ້າສອງປາກແຕ່ມີດາກດຽວ
ຜູ້ກິນກິນພໍຮາກ ຜູ້ຢາກຢາກບໍຕາຍ
ມື້ນີ້ພວກມໍລະດົກມາເກັບປ້າຍຕາງໆ ຕາມທາງ ພວກປ້າຍທີ່ຍື່ນອອກມາເກີນຂອບເຂດທີ່ ທາງມໍລະດົກເຂົາກຳຫນົດໄວ້ ກໍ່ຈະຖືກຫາມຂຶ້ນລົດໄປ ໂດຍທາງເຈົ້າຫນ້າທີ່ ໆ ກ່ຽວຂ້ອງ ຈະເອົາລົດມາພ້ອມ ແລ້ວກໍ່ມີຄົນມາຖ່າຍຮູບແຊ່ະໆ ໄວ້ເປັນຫລັກຖານ
ເຂົ້າໃຈວ່າ ຊ່ວງຫລັງນີ້ຄົງຈະເລີ່ມມາຈັດສັນບ້ານເມືອງອີກຄັ້ງຫນຶ່ງ ແລະອາດຈະໄປກ່ຽວຂ້ອງກັບງານກິລາທີ່ຈະຈັດຂຶ້ນ ໃນຊ່ວງເດືອນຫນ້ານີ້ນຳ ແຕ່ວ່າ ໃນຄວາມເປັນຈິງແລ້ວ ເຂົາເຮັດແບບນີ້ມັນແປກໆ ການທີ່ເຈົ້າຫນ້າທີ່ຈາກ ມໍລະດົກ ມາບອກໃຫ້ຍ້າຍປ້າຍ ຫລືປ່ຽນປ້າຍ (ລືມເລົ່າໄປວ່າ ຢູ່ຫລວງພະບາງ ປ້າຍຮ້ານຕ້ອງມີຊື່ພາສາລາວຂຶ້ນກ່ອນ ແລ້ວຈຶ່ງຕາມດ້ວຍພາສາອື່ນ) ແຕ່ລະຄັ້ງນັ້ນ ຈັ່ງແມ່ນວ່າ ບໍ່ເປັນທາງການຈັກຫນ້ອຍເລີຍ ມີແຕ່ໃຫ້ຄົນມາເວົ້າໆໆໆໆບາງກໍ່ມີທຳທ່າລັກສະນະຂູ່ເຂັນຊ້ຳ ແທນທີ່ຊິເຮັດຫນັງສືມາດິບດີ ຫລືອາດມີການປະຊຸມຊີ້ແຈງ ແລະວາງລະບຽບທີ່ຊັດເຈນໃຫ້ທຸກຝ່າຍເຂົ້າໃຈ ແຕ່ກໍ່ບໍ່ເຮັດ
ຫລວງພະບາງກໍ່ເປັນແຕ່ແບບນີ້ແຫລ່ະ ຈຶ່ງບອກວ່າ ໂດຍສ່ວນຕົວແລ້ວ ບໍ່ຢາກເປີດຮ້ານພວກນີ້ ເຖິງລາຍໄດ້ຈະດີ ລາຍຮັບຈະດີ ແລະບາງຄັ້ງ ລາຍເຫລືອຈະດີ ແຕ່ວ່າ… ເງິນບໍ່ແມ່ນທຸກຢ່າງຂອງຊີວິດ!! ຫາກຊິໃຫ້ໃຊ້ຊີວິດແບບນີ້ ສູ້ໄປເປີດຮ້ານນ້ອຍໆ ເຮັດໃນສິ່ງທີ່ເຮົາຖະນັດ ແລະຮັກດີກວ່າ ຈະໄດ້ມີເວລານັ່ງຟັງທັມມະ ມີເວລານັ່ງສະມາທິ ແລະໄດ້ຊ່ວຍເຫລືອຜູ້ຄົນອື່ນ ຂໍພຽງແຕ່ມີຊີວິດແບບຮຽບງ່າຍ ພໍຢູ່ພໍກິນ ດີກວ່າຈະມີເງີນຫລາຍໆ ແຕ່ວ່າຕ້ອງຄອຍຫ່ວງວ່າເງິນທີ່ເຮົາຫາມາໄດ້ນີ້ຈະເສັຍໄປ ຫ່ວງວ່າເງິນນີ້ຈະມີອັນຕ້ອງຈິບຫາຍ ມີໂຈນມາເອົາໄປ ມີຍາດມິດທີ່ຊັງເຮົາມາເອົາໄປ ແບບຫລັງນີ້ ບໍ່ມີດີກວ່າ 🙂
ຕົກລົງວ່າ ບໍ່ໄດ້ສາຍ ຫ້າມສາຍແລ້ວ ຫ້າມອອກອາກາດໂດຍເດັດຂາດ ເປັນຄຳສັ່ງກົງມາຈາກລັດຖະມົນຕີ ກະຊວງຖະແຫລງຂ່າວແລະວັດຖະນະທຳ ໂດຍທ່ານ ຫມຸນແກ້ວ ອໍລະບູນ ໄດ້ສົ່ງຫນັງສືໄປຫາທາງ ບໍລິສັດ ເວີກພ້ອຍທ໌ ຈຳກັດ ເຊິ່ງເປັນບໍລິສັດທີ່ຜະລິດລະຄອນເລື່ອງນີ້ ໂດຍໄດ້ຂໍໃຫ້ມີການແກ້ໄຂບາງສ່ວນໃນລະຄອນ ເພາະວ່າ ມັນມີບາງສາກ ບາງຕອນທີ່ ໄປກະທົບກັບຄວາມສຳພັນລະຫວ່າງສອງປະເທດ
ຈະມີຢູ່ຕອນຫນຶ່ງ ທີ່ວ່າພະເອກເອົາດອກໄມ້ໃຫ້ນາງເອກ ແຕ່ນາງເອົາບໍ່ເອົາ ພະເອກເກີດນ້ອຍໃຈ ເລີຍເອົາດອກໄມ້ຖິ້ມຖັງຂີ້ເຫຍື້ອຊ້ຳ ແລ້ວຊາດ… ແຕ່ວ່າ… ດອກທີວ່ານັ້ນ ມັນຄື… ດອກຈຳປາ!! ນັ້ນແລ ຕົ້ນເຫດຂອງບັນຫາລ່ະ ດອກຈຳປາ ເປັນດອກໄມ້ປະຈຳຊາດເຮົາ ທາງກະຊວງເພິ່ນເຫັນວ່າ ມັນບໍ່ເຫມາະສົມ ກໍ່ເລີຍຢາກໃຫ້ເອົາໄປແກ້ກ່ອນ ແກ້ແລ້ວໆ ຄ່ອຍມາວ່າກັນໃຫມ່
ນອກຈາກນັ້ນ ກໍ່ຍັງມີຫລາຍໆ ປະເດັນທີ່ກ່ຽວຂ້ອງ ແຕ່ສະຫລຸບແລ້ວກໍ່ຄື ທາງລາວເຮົາ ບໍ່ຢາກໃຫສາຍ ຂໍໃຫ້ໄປແກ້ບົດລະຄອນໃຫມ່ກ່ອນ ແກ້ແລ້ວໆ ມາພິຈາລະນາໃຫມ່ອີກຮອບ ຖ້າຜ່ານ ກໍ່ຄ່ອຍສາຍ
ທີ່ມາ – INN
ແປະໄວ້ກ່ອນ ດຽວມາຂຽນໃຫມ່ lol