ໄລຍະນີ້ກຳລັງປັບປຸງພັນລາວ໓ ກໍເລີຍພົບບັນຫາ harddisk ໃກ້ເຕັມ ເພາະວ່າພັນລາວ໒ ບໍ່ໄດ້ລຶບອອກ ພາລະກິດທີ່ຕ້ອງເຮັດກໍຄື ລຶບໄຟລ໌ mp3 ເກົ່າໃນພັນລາວ໒ ອອກ ເພາະບໍ່ໄດ້ໃຊ້ແລ້ວ ແຕ່ບັນຫາກໍຄື ມັນມີຫຼາຍໄຟລ໌ປົນໆ ກັນ ໄຟລ໌ mp3 ກັບໄຟລ໌ jpg ຢູ່ໃນໂຟນເດີດຽວກັນ ຈຶ່ງຕ້ອງຫາວິທີລຶບສະເພາະ mp3 ຜ່ານ command line ໂດຍມີວິທີດັ່ງນີ້
ພິມ find /path/to/folder/ -name ‘*.mp3′ -exec rm ‘{}’ +
ພຽງເທົ່ານີ້ກໍຮຽບຮ້ອຍ ບ່ອນ /path/to/folder/ ແມ່ນແກ້ເປັນ path ທີ່ຕ້ອງການຊອກຫາແລະລຶບ ສ່ວນ .mp3 ກໍສາມາດເລືອກເປັນ extension ທີ່ຕ້ອງການໄດ້ ງ່າຍໆ ເນາະ.
ໄປເຫັນວິທີເຮັດມາຈາກກະທູ້ນຶ່ງ ໃນ Unix.com ໃຊ້ງ່າຍດີ
ອັນທີ່ຈິງມັນມີວິທີແບບງ່າຍໆ ແມ່ນ ພິມ for x in *.old ; do mv “$x” “${x%.old }.new “; done ບ່ອນ old ແມ່ນນາມສະກຸນເກົ່າ ແລ້ວກໍ new ແມ່ນນາມສະກຸນໃໝ່ ແຕ່ບັນຫາແມ່ນ ມັນໃຊ້ໄດ້ສະເພາະໄຟລ໌ໃນ directory ທີ່ກຳລັງເປີດເທົ່ານັ້ນ ບໍ່ສາມາດປ່ຽນພວກໄຟລ໌ທີ່ຢູ່ໃນໂຟນເດີຍ່ອຍໄດ້.
ວິທີທີສອງ ສາມາດປ່ຽນໄດ້ທັງໃນໂຟນເດີຍ່ອຍນຳ:
ທຳອິດ ຊອກຫາໄຟລ໌ກ່ອນ ພິມ find . -type f -name “*.ext “ ບ່ອນ ext ແມ່ນນາມສະກຸນທີ່ຈະຊອກ
ທົດລອງໃຫ້ປ່ຽນຊື່ ພິມ find . -type f -name “*.ext ” | xargs -i echo ‘{}’ ‘{}’_disable ບ່ອນ ext ແມ່ນນາມສະກຸນ ສ່ວນ _disable ເປັນຊື່ທີ່ຈະຂຽນຕໍ່ຈາກນາມສະກຸນເກົ່າ
ຖ້າເບິ່ງແລ້ວທຸກຢ່າງລົງໂຕ ກໍຈັດການພິມ find . -type f -name “*.ext ” | xargs -t -i mv ‘{}’ ‘{}’_disable ກໍເປັນອັນຈົບພິທີ
Posts navigation
my life, thoughts, ideas, and random stuff… since 2007