ພົບບັນຫາມີໂດເມນໜຶ່ງໃນ PunlaoHosting ທີ່ສົ່ງອີເມວສະແປມຊົ່ວໂມງລະຫຼາຍໆ ສະບັບ ໜ້າຈະມີບັນຫາກັບ script ທີ່ໃຊ້ ແຕ່ເຈົ້າຂອງເວັບບໍ່ຫວ່າງແກ້ ກໍເລີຍຕ້ອງບລັອກກ່ອນ ເລີຍລອງເຮັດຕາມວິທີນີ້
ຫຼັງຈາກນັ້ນກໍຕ້ອງລຶບອີເມວທີ່ຄ້າງໃນຄິວລະບົບຂອງ EXIM ດ້ວຍວິທີນີ້
ເບິ່ງຈຳນວນອີເມວທີ່ຄ້າງຢູ່
exim -bp | grep -c frozen
ລຶບອີເມວທີ່ຄ້າງດ້ວຍຄຳສັ່ງ
exim -bpr | grep frozen | awk {‘print $3’} | xargs exim -Mrm
ຈາກນັ້ນກວດສອບວ່າຈຳນວນຫຼຸດລົງບໍ່ດ້ວຍຄຳສັ່ງ
exim -bp | grep -c frozen
ຕົບທ້າຍດ້ວຍການຣີສະຕາດ EXIM
service exim restart
ກ່ອນໜ້ານີ້ມີບັນຫານຶ່ງເວລາເຊື່ອມຕໍ່ ssh ແມ່ນຖ້າເຮົາອອກຈາກ session ແລ້ວຄຳສັ່ງກໍຈະຫຼຸດ ຫຼືບໍ່ຕໍ່ໃຫ້ບໍ່ຫຼຸດກໍມັກຈະຖືກຕັດໂດຍ hangup signal ຂອງລະບົບ ກໍເລີຍໄປຊອກຫາວິທີມາ ປາກົດວ່າມີຫຼາຍໂປຣແກຣມທີ່ຊ່ວຍໄດ້ ບໍ່ວ່າຈະເປັນ screen, nohup ແລ້ວກໍ tmux ໂດຍໂຕ tmux ເປັນໂຕທີ່ມີຄົນແນະນຳໃຫ້ໃຊ້ຫຼາຍ
ວິທີການກໍບໍ່ຍາກ ສາມາດໂຫຼດມາໄດ້ຈາກ tmux.github.io ຫຼື yum install tmux ຈາກລະບົບເລີຍກໍໄດ້ຖ້າມີ repo ຢູ່ແລ້ວ
ສຳລັບວິທີໃຊ້ກໍງ່າຍໆ ເລີຍ ຈະມີຄຳສັ່ງຢູ່ບໍ່ເທົ່າໃດຄຳສັ່ງທີ່ໃຊ້ເລື້ອຍໆ ກໍຄື
- tmux — ເປີດໃຊ້ tmux ໂດຍໂປຣແກຣມຈະສ້າງ session ຂຶ້ນມາເອງເລີຍ ເມື່ອເຂົ້າໄປໃນ tmux ແລ້ວຫາກຕ້ອງການອອກ ໃຫ້ກົດ Ctrl + B ຈາກນັ້ນກົດ D ກໍຈະອອກມາ
- tmux ls — ຫຼັງຈາກອອກມາຈາກ tmux ແລ້ວເຮົາສາມາດກວດເບິ່ງໄດ້ວ່າຕອນນີ້ມີຈັກ session ໃນ tmux ໂດຍໃຊ້ຄຳສັ່ງນີ້ ຈະເຫັນເປັນລາຍຊື່ອອກມາ
- tmux kill-session -t — ຫາກວ່າເຮົາຕ້ອງການລຶບ session ໃດນຶ່ງ ໃຫ້ເຮົາພິມ tmux kill-session -t ຕາມດ້ວຍໝາຍເລກຂອງ session ເຊັ່ນ tmux kill-session -t 0 ກໍຈະເປັນການລຶບ session 0 ອອກໄປຈາກລະບົບ
- tmux attach — ຫາກເຮົາຕ້ອງການກັບເຂົ້າໄປໃຊ້ session ໃດນຶ່ງທີ່ສ້າງປະໄວ້ ກໍໃຫ້ພິມ tmux attach ຈາກນັ້ນ tmux ຈະພາເຮົາກັບໄປ session ທີ່ເປີດໄວ້
- tmux attach -t session_name — ຫາກເຮົາມີຫຼາຍ session ເປີດໄວ້ ແລະຕ້ອງການກັບເຂົ້າໄປໂຕໃດນຶ່ງເຈາະຈົງ ກໍພິມ tmux attach -t ຕາມດ້ວຍຊື່ ຫຼືໝາຍເລກຂອງ session
ຄຳສັ່ງອື່ນໆ ເພີ່ມເຕີມສາມາດເບິ່ງໄດ້ຈາກ http://www.dayid.org/os/notes/tm.html
https://gist.github.com/irazasyed/6066507
ໝາຍໄວ້ ເປັນວິທີທີ່ງ່າຍດີ ໃຊ້ໄດ້ຜົນ ລອງໃຊ້ໃນ server ໃໝ່ ແປັບດຽວກໍຕັ້ງໄດ້ລະ ບໍ່ຍາກຄືແຕ່ລະອັນທີ່ເຄີຍເຮັດມາ 🙂
ພໍດີກວດເບິ່ງ watchlog ແລ້ວສັງເກດເຫັນມີພຶດຕິກຳ login ແປກໆ ຈາກ IP ຕ່າງໆ ບາງ IP ກໍພະຍາຍາມລັອກອິນເຖິງ 444 ຄັ້ງ (ເຊິ່ງກໍບໍ່ຜ່ານ) ກໍເລີຍຫາທາງບລັອກໄວ້ ໂດຍໃນເບື້ອງຕົ້ນ ຍັງບໍ່ແນ່ໃຈວ່າຈະໃຊ້ວິທີໃດ ໄປຊອກເຫັນວິທີນຶ່ງມາ
iptables -A INPUT -p tcp -i eth0 -m state –state NEW –dport 22 -m recent –update –seconds 3600 -j DROP
iptables -A INPUT -p tcp -i eth0 -m state –state NEW –dport 22 -m recent –set -j ACCEPT
ວິທີນີ້ຈະ drop IP ທີ່ເຊື່ອມຕໍ່ເຂົ້າມາໃໝ່ໃນໄລຍະເວລາ 1 ຊົ່ວໂມງ ກໍໃຊ້ໆ ໄປກ່ອນລະກັນ
ໄລຍະນີ້ກຳລັງປັບປຸງພັນລາວ໓ ກໍເລີຍພົບບັນຫາ harddisk ໃກ້ເຕັມ ເພາະວ່າພັນລາວ໒ ບໍ່ໄດ້ລຶບອອກ ພາລະກິດທີ່ຕ້ອງເຮັດກໍຄື ລຶບໄຟລ໌ mp3 ເກົ່າໃນພັນລາວ໒ ອອກ ເພາະບໍ່ໄດ້ໃຊ້ແລ້ວ ແຕ່ບັນຫາກໍຄື ມັນມີຫຼາຍໄຟລ໌ປົນໆ ກັນ ໄຟລ໌ mp3 ກັບໄຟລ໌ jpg ຢູ່ໃນໂຟນເດີດຽວກັນ ຈຶ່ງຕ້ອງຫາວິທີລຶບສະເພາະ mp3 ຜ່ານ command line ໂດຍມີວິທີດັ່ງນີ້
ພິມ find /path/to/folder/ -name ‘*.mp3′ -exec rm ‘{}’ +
ພຽງເທົ່ານີ້ກໍຮຽບຮ້ອຍ ບ່ອນ /path/to/folder/ ແມ່ນແກ້ເປັນ path ທີ່ຕ້ອງການຊອກຫາແລະລຶບ ສ່ວນ .mp3 ກໍສາມາດເລືອກເປັນ extension ທີ່ຕ້ອງການໄດ້ ງ່າຍໆ ເນາະ.
my life, thoughts, ideas, and random stuff… since 2007