ຫມາເຫົ່າຊ້າງ ລະວັງບ່ອນບາທາມັນເດີ
ຕີນຊ້າງຢຽບປາກນົກ
ປາກບໍ່ໄດ້ໄອບໍ່ດັງ
ໃຜມືນ້ອຍຄ່ອຍຢິບຄ່ອຍແຍມ ໃຜມືໃຫຍ່ຮູດກິນຮູດກິນ
ມ້າສອງປາກແຕ່ມີດາກດຽວ
ຜູ້ກິນກິນພໍຮາກ ຜູ້ຢາກຢາກບໍຕາຍ
ປີນີ້ໄດ້ຍິນວ່າເປັນປີຊວຍ ທຳອິດກໍ່ຄິດໄປວ່າ “ ເຮົາຄືຊິບໍ່ຊວຍປານນັ້ນ ” ປະກົດວ່າ ຄວາມຊວຍມັນເຮີ່ມປະກົດຕົວ ໃຫ້ເຫັນທີລະນ້ອຍ ໆ ແລ້ວ
ຕອນຊ່ວງປີໃຫມ່ ເອົາມືຖືໄປໃຫ້ຄົນຮູ້ຈັກແປງໃຫ້ ຜ່ານໄປສອງເດືອນຍັງບໍ່ໄດ້ ແຖມເຮັດຫນ້າຈໍພັງອີກ ຫນ້າກາກເລະຫມົດອີກ ເອົາເຂົ້າໄປ ເລີຍໄປແປງຢູ່ວຽງໃຫ້ຄົນຮູ້ຈັກ ກໍ່ເອົາເຂົ້າໄປອີກ ຫມົດໄປເກືອບສອງພັນ
ກັບມາຢູ່ບ້ານ ກໍ່ເຄື່ອງເສຍອີກ ສົ້ງເສຍ ເສື້ອເສຍ ສາຍສາກມືຖືເສຍ ເສຍ ເສຍ ເສຍ ເສຍ ມີແຕ່ເລື່ອງເສຍປີນີ້
ສອງສາມມື້ກ່ອນກໍ່ເກີບເສຍອີກ ຂະຫນາດໄວ້ບ້ານແທ້ ໆ ກໍ່ຍັງເສຍ ບໍ່ຈັກຊິວ່າແນວໃດດີແບບນີ້ກະດາຍ
ອ້າຍຕັ້ມ ວ່າຊິມາທ່ຽວລາວ ກ່ອນມາກໍ່ເຮັດກະເປົາໃສ່ເງິນເສຍອີກ ມາກັບອ້າຍເຈຟ ມາຮອດໃຫ້ເຮົາຈັບຂ້າກ້ອງໃຫ້ ກໍ່ເກືອບເຮັດຂາກ້ອງເຂົາເສຍອີກ ດີແຕ່ບໍ່ເສຍ (ພໍດີມື້ນັ້ນໄປປ່ອຍນົກແດ່ ສົງໄສເທພຮັກສາ 😉 )
ອ້າຍສອງຄົນເພິ່ນມາກໍ່ພາໄປຕາດກວາງຊີ ຍັງໄປຖືກແມ່ຄ້າຄົນລາວເຮົານຳກັນແທ້ ໆ ຫລອກແດກຄ່າຫມາກພ້າວອີກ ແບບວ່າຊວຍມະຫາຊວຍ
ມາຮອດມື້ເຊົ້າ ຝຣັ່ງມັນຊິອອກແຕ່ເຊົ້າສອງຫ້ອງ ອັນຄວາມວ່າຝຣັ່ງມັນຄິດແນວໃດບໍ່ຈັກ ມັນກິນເບຍປ່ອງຫນຶ່ງ ມັນກໍ່ບໍ່ຍອມຈ່າຍອີກ ຊັກດາບຫນີແຕ່ເຊົ້າ ແຖມເປີດແອໄວ້ຫມົດຄືນ ໃສ່ 15 ອົງສາ ແອກໍ່ໄຫມ້ອີກ ຫມົດຄ່າແປງໄປ 800+1500 ບາດ ໂອ… ຕາຍລະ ປີຊວຍ
ອີກຫ້ອງຫນຶ່ງ ກໍ່ເອົາຄືກັນອີກ ກິນເບຍປ່ອງຫນຶ່ງບໍ່ຍອມຈ່າຍ ແຖມເອົານ້ຳຂາຍໄປສອງຂວດອີກ ເອົາເຂົ້າໄປສູເອີ້ຍຍຍຍ
ມື້ນີ້ແມ່ກັບແຕ່ວຽງມາ ກໍ່ໂດນອີກ ມາຮອດຍົນມັນລົງແຮງໂພດ ເພິ່ນຕົກໃຈຫມົດ ຕອນອອກເຄື່ອງມາເລີຍລືມຖົງເຄື່ອງມາຊ້ຳ ຖິ້ມໄວ້ເບາະຂ້າງ ໆ ກັນຫັ້ນ ມາຮອດບ້ານຄິດອອກ ໂທໄປຖາມ ເຂົາບອກຍົນຂຶ້ນແລ້ວ ໄປຫ່າໂນຍ… ຟັງແລ້ວກໍ່ບໍ່ຈັກຊິວ່າແນວໃດອັນວ່າຄວາມມັນຊິຊວຍ ພວກພະນັກງານທຳຄວາມສະອາດກໍ່ບອກບໍ່ຮູ້ບໍ່ເຫັນອີກ ເຫີ້… ເນາະ ເນາະ ເນາະ ອັນບາດມັນຊິດວງຕົກຫັ້ນນາ… ໃນຖົງມີເອກກະສານການເງິນກ່ຽວກັບພວກ CC ກັບມືຖືໂນເກຍສອງເຄື່ອງ ກໍ່ໄປຫມົດນຳກັນ
ຍັງມີເລື່ອງ PocketPC ຈົມນ້ຳອີກ ແມ່ບ້ານເອົາເຄື່ອງໄປຊັກແລ້ວບໍ່ເບິ່ງວ່າມີເຄື່ອງຢູ່ໃນ ຂໍ້ມູນເບີໂທຕິດຕໍ່ຕ່າງ ໆ ຫາຍຫມົດ !! ເຖິງຕອນນີ້ຈະຍັງເປີດໄດ້ ແຕ່ກໍ່ malfunction ໄປເປັນທີ່ຮຽບຮ້ອຍແລ້ວ
ບໍ່ຮູ້ປີນີ້ເປັນຫຍັງຊວຍແຕ່ຫົວປີເລີຍ ດຽວຄືຊິຍັງມີອີກເປັນກອງທັບລະ ເວນກຳເອີ້ຍ!
ຫລາຍ ໆ ຄັ້ງຄົນເຮົາມັນກໍ່ແປກ ແບບວ່າ ມັນແປກຢູ່ບ່ອນວ່າ ມັນໂງ່ ໂຄດບຣົມໂງ່ ປະມານວ່າ ກູ່ບໍ່ກັບແລ້ວແບບນັ້ນ ອັນແນວເຂົ້າໃຈງ່າຍ ໆ ມັນກໍ່ບໍ່ເຂົ້າໃຈ ອັນສິ່ງແນວໃດຊິເປັນຕາໄດ້ ມັນກໍ່ພັດວ່າໂງ່ຈົນບໍ່ເຫັນຄຸນຄ່າຂອງສິ່ງນັ້ນ ບອກໄດ້ແຕ່ວ່າ ໂງ່ ໂຄດບຣົມໂງ່ ບໍ່ຮູ້ຊິເອົາຫຍັງມາປຽບດີເລີຍ
ຄົນເຮົາເກີດມາໄດ້ກໍ່ຍ້ອນມີບຸນເກົ່າແດ່ ຖ້າບໍ່ມີບຸນໃດມາເລີຍມັນຄືຊິໄປເກີດເປັນຫມາເປັນແມວໄປແລ້ວຕີ້ ແຕ່ອັນວ່າອົດສາໄດ້ເກີດເປັນຄົນແລ້ວ ມັນກໍ່ພັດມາໂງ່ແບບນີ້ກໍ່ບໍ່ຈັກຊິວ່າແນວໃດດີ
ອັນທຳມະດາຄົນເຮົາ ຖ້າບໍ່ເປັນຄົນເຂລົາເກີນໄປ ຮອດຍາມປ່ວຍມາກໍ່ຫາກຊິຄິດໄດ້ວ່າ ຕອນນີ້ປ່ວຍຊ່ຳນີ້ ຕ້ອງຮີບເຮັດ ເຜື່ອວ່າວັນຫນ້າໄປຈະປ່ວຍຫນັກກວ່ານີ້ຊິເຮັດບໍ່ໄດ້ ໄອ້ຄົນໂງ່ມັນບໍ່ຄິດແບບນີ້ ມັນໄປຄິດວ່າ ຕອນນີ້ປ່ວຍຊ່ຳນີ້ ຕ້ອງຮີບພັກ ດຽວມື້ຫນ້າມາປ່ວຍຫນັກກວ່ານີ້ຊິບໍ່ໄດ້ພັກ ອັນນີ້ແຫລ່ະຄວາມແຕກຕ່າງກັນ
ຊີວິດຄົນເຮົາມັນສັ້ນ ຄວາມຕາຍມັນຢູ່ປາຍຮູດັງນີ້ຊື່ ຄົນເຮົາມັນຕາຍກັນງ່າຍ ໆ ຢູ່ສອງແນວ ຫາຍໃຈອອກບໍ່ຫາຍໃຈເຂົ້າແລ້ວກໍ່ຕາຍ ກັບຫາຍໃຈເຂົ້າບໍ່ຫາຍໃຈອອກແລ້ວກໍ່ຕາຍ ມັນມີແຕ່ສອງແບບນີ້ລ່ະຄວາມຕາຍຂອງຄົນ
ອັນຄົນມັນວ່າມີອາຍຸຍືນ ສູງສຸດດຽວນີ້ຊິມີໃຜຢູ່ໄດ້ເກີນຮ້ອຍປີ? ແຕ່ອັນວ່າຄົນພາລ ມັນບໍ່ເຫັນປະໂຫຍດຂອງຄວາມດີ ມັນບໍ່ເຫັນວ່າຄົນເຮົາລ້ວນແລ້ວແຕ່ອາຍຸສັ້ນພລັນຕາຍ ມັນຍັງປະຕິບັດຕົນຢ່າງປະມາດ ອັນຄົນເຊັ່ນນີ້ລະ ທີ່ຫາປະໂຫຍດໃນປະຈຸບັນບໍ່ໄດ້ ແມ້ນໃນອະນາຄົດກໍ່ມີຄະຕິທີ່ບໍ່ທ່ຽງ
ຮູ້ສຶກເມື່ອຍໃຈ ບໍ່ຢາກເຮັດຫຍັງ ຫລຽວໄປທາງໃດກໍ່ມີແຕ່ເລື່ອງຫນ້າຫົດຫູ່ໃຈ ພະນັກງານກໍ່ມີແຕ່ພວກບໍ່ໄດ້ເລື່ອງ ປອງແຕ່ຊິຄົດຊິໂກງ ຫາທາງກິນປຽບ ຕອນນີ້ເຮົາຢູ່ໄດ້ກໍ່ຍ້ອນບາລະມີຄົນອື່ນ ຖ້າຄົນອື່ນສິ້ນບຸນໄປ ເຮົາຈະບໍ່ເປັນຫມາຂ້າງຖະຫນົນໄປຫລື?
ຂຶ້ນຊື່ວ່າແຂ່ງ ຊິແຂ່ງຫຍັງກໍ່ແຂ່ງໄດ້ ແຕ່ແຂ່ງບຸນແຂ່ງວາສນາມັນແຂ່ງກັນຍາກ –ສົມຄວາມເພິ່ນເວົ້າແທ້ !
Technorati Tags: sigh, ແຂ່ງ, ເມື່ອຍໃຈ, ທໍ້, ຫົດຫູ່, realme, au8ust
ເສົ້າໃຈ… ແມ່ນບ້ານໄປຊັກເຄື່ອງບໍ່ເອົາ IPAQ 1910 ອອກ ມັນເລີຍຈົມນ້ຳຕາຍຊ້ຳ… ໂອຍ…