ຊ່ວງນີ້ຮູ້ສຶກວ່າຊີວິດມັນຢຸດສະງັກ ບໍ່ໄປບໍ່ມາ ບໍ່ຄືບໜ້າ ມີແຕ່ຊິຖອຍຫຼັງ (ເພາະຄົນອື່ນໄປທາງໜ້າໝົດ) ໂອ… ເວນກຳ ບໍ່ໜ້າເລີຍຊີວິດ… ເຮົາຕ້ອງພະຍາຍາມໃຫ້ຫຼາຍກວ່ານີ້ ເພື່ອອະນາຄົດທີ່ດີກວ່າມື້ນີ້ 🙂
Category Archives: ຊີວິດ
ເພາະນີ້ຄືຊີວິດ…
“Experience is a harsh teacher. First comes the test. Second comes the lesson.”
“ປະສົບການຄືຄູທີ່ໃຈຮ້າຍ ການສອບມາກ່ອນ ບົດຮຽນຈະຕາມມາພາຍຫລັງ”
– ປະໂຫຍກຕອນຫນຶ່ງໃນຫລັງເລື່ອງ SAW IV
ປີໃຫມ່ແລ້ວວຸ້ນວາຍ
ຕັ້ງແຕ່ກ່ອນປີໃຫມ່ ຈົນຫລັງປີໃຫມ່ມານີ້ວຽກຂຸ້ນຕະຫລອດ ຈົນບໍ່ມີເວລາເຮັດຫຍັງເລີຍ ມິແຕ່ຫາໂອກາດບັງຄັ້ງມາອັບເດດບລັອກ ແລະເວັບໄຊຕ໌ໃນເຄືອເລັກນ້ອຍເທົ່ານັ້ນ ວ່າຈະເຮັດ AAA ກໍ່ຍັງບໍ່ມີໂອກາດປານນີ້ ຄົງຈະຫລັງຈາກແລ້ວວຽງເລື່ອງລະບົບ POS ຂອງຮ້ານພຸ້ນລະຈຶ່ງຈະໄດ້ມາ active ໃຫມ່
ມ້າກັບນ້ຳ
ມ້າ ປົກກະຕິແລ້ວຈະເປັນສັດທີ່ບໍ່ຍອມກິນນ້ຳ ບໍ່ວ່າເຮົາຈະບັງຄັບ ຂູ່ເຂັນ ຫຼືຈັບມັນກົດຫົວລງໄປໃນສະນ້ຳ ມັກໍ່ຈະບໍ່ຍອມກິນ
ວິທີງ່າຍ ໆ ທີ່ຈະໃຫ້ມັນກິນນ້ຳ… ຮູ້ບໍ່ວ່າເຮັດແນວໃດ?
…ໃຫ້ມັນແລ່ນ… ໃຫ້ມັນແລ່ນຈົນເມື່ອຍແລ້ວມັນກໍ່ຈະມາກິນນ້ຳເອງ ໂດຍທີ່ເຮົາບໍ່ຕ້ອງໄປບັງຄັບມັນໃຫ້ເມື່ອຍ…
ນິທານເລື່ອງນີ້ສອນໃຫ້ຮູ້ວ່າ…
ຄົນປົກກະຕິຈະບໍ່ມັກອ່ານຫນັງສື ຕໍ່ໃຫ້ບັງຄັບ ຂູ່ເຂັນ ຖ້າບໍ່ມັກອ່ານກໍ່ຈະບໍ່ອ່ານ ບໍ່ຄົ້ນຄວ້າຫາຄວາມຮູ້ໃຫມ່ ໆ
ສະນັ້ນ ເຮົາຈະຕ້ອງເຮັດວຽກ ແລະຫາສິ່ງໃດທີ່ໃຊ້ສະຫມອງຫລາຍ ໆ ແລ້ວເຮົາກໍຈະເປັນຄົນກະຫາຍຄວາມຮູ້ ຢາກທີ່ຈະຮຽນຮູ້ສິ່ງໃດໃຫມ່ ໆ
ເຊັ່ນ ການໄດ້ເຮັດວຽກງານໃດໃຫມ່ ໆ ທີ່ເຮົາບໍ່ເຄີຍຮູ້ມາກ່ອນ ເຮົາກໍ່ຈະກະຕືລືລົ້ນທີ່ຈະຄົ້ນຄວ້າາຄວາມຮູ້ກ່ຽວກັບວຽກງານນັ້ນ ໆ ຫາຫນັງສືມາອ່ານ ຖາມຄົນນັ້ນຄົນນີ້ທີ່ເປັນຜູ້ຮູ້
ແຕ່ຖ້າບໍລິສັດ ສົ່ງເຮົາໄປຝຶກງານ ໃນເລື່ອງທີ່ເຮົາບໍ່ໄດ້ໃຊ້ ການຝຶກງານນັ້ນ ກໍ່ສະເຫມືອນກັບການໄດ້ລາງານຫນຶ່ງມື້ ນັ້ນເອງ
ຢູ່ທີ່ວິທີການ
ຊາຍຄົນຫນຶ່ງ ໃຫ້ຫມາຂອງລາວກິນນ້ຳມັນຕັບປາທຸກມື້ ເພາະເຊື່ອວ່າຈະສົ່ງຜົນດີຕໍ່ມັນ ແຕ່ວ່າການຈະໃຫ້ມັນກິນນັ້ນ ເປັນເລື່ອງຍາກຫລາຍ ເພາະລາວຕ້ອງໃຊ້ສອງຂານັ້ນ ຫນີບຫົວມັນໄວ້ບໍ່ໃຫ້ມັນດິ້ນ ແລ້ວງ້າງປາກຖອກນ້ຳມັນຕັບປາລົງໄປ
ມື້ຫນຶ່ງ ຫມາຂອງລາວດິ້ນຫລຸດຈາກລາວ ເຮັດໃຫ້ນ້ຳຕັບປາຄວ່ຳເຕັມພື້ນ ແລ້ວລາວກໍ່ປະຫລາດໃຈທີ່ເຫັນຫມາຂອງລາວ ເລຍນ້ຳມັນຕັບປາເທິງພື້ນຈົນຫມົດ ນີ້ເຮັດໃຫ້ລາວຮູ້ວ່າ ບໍ່ແມ່ນນ້ຳມັນຕັບປາດອກທີ່ສ້າງບັນຫາ ແຕ່ເປັນວິທີການຂອງລາວທີ່ໃຫ້ມັນກິນຕ່າງຫາກ
ໂດຍ ເດີ ເມວໂລ
ຈາກ:
ອີ້ຈິງ ສາດແຫ່ງການປ່ຽນແປງເພື່ອຄວາມສຳເລັດ
ຫນ້າ ໕໐, ບົດທີ່ ໕ ຖອຍອອກມາເບິ່ງ
[via iFew]