Archive for 'ທັມມະ'
ຕຳນານພະອຸປະຄຸດ (ພະບົວເຂັມ)
Posted on December 16, 2013, under ທັມມະ.
ຢາກໂພສເລື່ອງນີ້ມາຫຼາຍມື້ລະ ແຕ່ຄາອັນອື່ນກໍເລີຍຫາກໍໄດ້ມາໂພສ
ຕຳນານພະອຸປະຄຸດ (ພະບົວເຂັມ)
ພະອຸປະຄຸດ ເປັນພະພິຂຸອົງສຳຄັນອົງນຶ່ງໃນສະໄໝພະເຈົ້າອະໂສກມະຫາລາດ ຄຳວ່າ “ອຸປະຄຸດ” ມີຄວາມໝາຍວ່າ ຄຸ້ມຄອງຮັກສາ ເປັນພະທີ່ເປັນທີ່ນິຍົມນັບຖືຂອງຊາວອິນເດຍ, ຊາວມອນ, ຊາວໄທຍວນ ແລະຊາວອີ່ສານ.
ວ່າກັນວ່າ ພະອຸປະຄຸດນັ້ນ ເປັນຜູ່ໃດມີພູມລຳເນົາເດີມມາແຕ່ໃສບໍ່ມີໃຜຮູ້ແນ່ຊັດ ຮູ້ພຽງວ່າ ທ່ານເກີດຫຼັງພະພຸດທະເຈົ້າສະເດັດດັບຂັນປຣິນິບພານໄດ້ປະມານ 200 ປີ ເມື່ອທ່ານໄດ້ບວດແລ້ວ ກໍບຳເພັງພຽນຈົນສຳເລັດເປັນພຣະອະຣະຫັນຂີນາສົບ (ຄຳວ່າ ຂີນາສົບ ມີຄວາມໝາຍວ່າ ຜູ່ສິ້ນອາສາວະແລ້ວ ໝາຍເຖິງພະຜູ່ທີ່ກຳຈັດອາສາວະຄືກິເລດໄດ້ໝົດແລ້ວທັງ 3 ຢ່າງຄື: ກາມ, ພົບ ແລະອະວິຊາ ແລະຈະບໍ່ກັບມາເກີດອີກແລ້ວຫຼັງຈາກນິບພານ) ສຳເລັດອະພິນຍາສະມາບັດຕ່າງໆ ສາມາດສະແດງອະພິນິຫານຈົນເປັນທີ່ເລົ່າລືມາຮອດທຸກມື້ນີ້
ພະເທວະທັດ
ພະເທວະທັດ ໃນສະໄໝພະພຸດທະການເປັນອ້າຍຂອງພະນາງຍະໂສທະຣາ (ພິມພາ) ພະຊາຍາຂອງເຈົ້າຊາຍສິດທັດຖະລາຊະກຸມານ ທີ່ມາເປັນພະພຸດທະເຈົ້າ ແລະເປັນລູກຂອງລູງພະພຸດທະເຈົ້າເອງ ພະເທວະທັດນັ້ນຕອມຈອງລ້າງພະພຸດທະເຈົ້າມາຫຼາຍຊາດ ອະດີດຊາດດົນນານມາແລ້ວນັ້ນ ພະເທວະທັດເປັນພໍ່ຄ້າວານິດ ມີຈິດລະໂມບທຸຈະລິດ ແລະໃນຊາດນັ້ນເອງ ພະພຸດທະອົງໄດ້ສະເຫວີຍພະຊາດເປັນພໍ່ຄ້າວານິດນຳເຊັ່ນກັນ ແຕ່ເປັນຝ່າຍສຸຈະລິດ (more…)
ກຸນສົນກຳມະບົດ 10
ທັມມັນຈະເຣ ສຸຈະຣິຕັງ … ບຸກຄົນພຶງປະພຶດທັມສ່ວນສຸດຈະລິດຢູ່ທຸກເມື່ອເຖີດ
ນະ ຕັງ ທຸດຈະຣິຕັງ ຈະເຣ … ບໍ່ພຶງປະພຶດທັມສ່ວນທຸຈະລິດເລີຍ
ທັມມະຈາຣີ ສຸຂັງ ເສຕິ … ຜູ່ປະພຶດທັມສ່ວນສຸຈະລິດ ຍ່ອມນອນເປັນສຸກ ຫຼືເປັນສຸກທຸກອິລິຍາບົດ
ອັດສະມຶ ໂລເກ ປະຣົມ ຫິ ຈະ … ທັງໃນໂລກນີ້ ແລະໂລກເບື້ອງໜ້ານຳ ດັ່ງນີ້ຯ
ກຸນສົນກຳມະບົດ 10
1. ຢ່າບຽດບຽນຮ່າງກາຍຂອງທ່ານ ຄື ຢ່າຂ້າ ຢ່າຟັນ ຢ່າທຸບ ຢ່າຕີ ຮ່າງກາຍຂອງຜູ່ອື່ນໂດຍທີ່ສຸດ ເວັ້ນເຖິງສັດເດລະສານໄດ້ຍິ່ງເປັນການດີ ກົງກັບພາສາປາລີທີ່ວ່າ ປານາຕິປາຕາ ເວຣະມະນີຯ
2. ຢ່າບຽດບຽນຊັບສົມບັດເຄື່ອງຂອງຂອງທ່ານຜູ່ອື່ນ ຄື ຢ່າລັກຂະໂມຍ ຢ່າສໍ້ໂກງ ຢ່າບຽດບັງເອົາເຄື່ອງຂອງຂອງທ່ານຜູ່ອື່ນ ກົງກັບພາສາປາລີທີ່ວ່າ ອະທິນນາທານາ ເວຣະມະນີຯ
3. ຢ່າຍາດຊິງລັກເລີບດ້ວຍອຳນາດຂອງກາຍໃນຍິງທີ່ທ່ານຫວງຫ້າມ ກົງກັບພາສາປາລີທີ່ວ່າ ກາເມສຸມິດສາຈາຣາ ເວຣະມະນີຯ
4. ໃຫ້ກ່າວແຕ່ວາຈາຖ້ອຍຄຳທີ່ສັດທີ່ຈິງ ໃຫ້ເວັ້ນຈາກວາຈາທີ່ເທັດບໍ່ຈິງເລີຍ ກົງກັບພາສາປາລີທີ່ວ່າ ມຸສາວາທາ ເວຣະມະນີຯ
5. ໃຫ້ກ່າວແຕ່ວາຈາຖ້ອຍຄຳອັນສະໝານປະສານສາມັກຄີໃຫ້ທ່ານດີຕໍ່ກັນ ໃຫ້ເວັ້ນວາຈາສໍ່ສຽດຍຸຍົງເສຍ ກົງກັບພາສາປາລີທີ່ວ່າ ປິສຸນາຍາວາຈາ ເວຣະມະນີຯ
6. ໃຫ້ກ່າວແຕ່ວາຈາຖ້ອຍຄຳອັນອ່ອນໂຍນ ໃຫ້ເກີດຄວາມຍິນດີແກ່ຜູ່ຟັງ ໃຫ້ງົດເວັ້ນວາຈາທີ່ຫຍາບຄາຍຂຶ້ນກູຂຶ້ນມຶງ ບໍລິພາດຕັດພໍ້ຫຍາບໆ ຄາຍໆ ໃຫ້ຜູ່ຟັງໄດ້ຮັບຄວາມເດືອດຮ້ອນຕ່າງໆ ເສຍ ກົງກັບພາສາປາລີທີ່ວ່າ ຜະຣຸດສາຍະວາຈາຍະ ເວຣະມະນີຯ
7. ໃຫ້ກ່າວແຕ່ວາຈາຖ້ອຍຄຳທີ່ເປັນໄປກັບດ້ວຍປະໂຫຍດ ໃຫ້ເວັ້ນວາຈາທີ່ບໍ່ມີສາລະ ຄືເວົ້າຫຼິ້ນຫາປະໂຫຍດບໍ່ໄດ້ເລີຍ ກົງກັບພາສາປາລີທີ່ວ່າ ສັມຜັບປະລາປາວາຈາຍະ ເວຣະມະນີຯ
8. ໃຫ້ລະວັງເຈດຕະນາກັມ ໃຫ້ສັມປະຍຸດດ້ວຍເມດຕາຢູ່ສະເໝີ ຄື ຄວາມດຳລິຂອງໃຈ ຢ່າງໃຫ້ລຸອຳນາດແຫ່ງໂລພະ ຄືຢ່າງເພ່ງເອົາກິເລດກາມ ແລະວັດຖຸກາມຂອງທ່ານຜູ່ອື່ນ ກົງກັບພາສາປາລີທີ່ວ່າ ອັນພິດຊາ ໂຫຕິຯ
9. ໃຫ້ລະວັງເຈດຕະນາກັມ ໃຫ້ສັມປະຍຸດດ້ວຍກະລຸນາຢູ່ທຸກເມື່ອ ຢ່າໃຫ້ໂທສະ ພະຍາບາດ ເຂົ້າຄອບງຳໄດ້ ກົງກັບພາສາປາລີທີ່ວ່າ ອັບພະຍາປາໂທ ໂຫຕິຯ
10. ໃຫ້ລະວັງເຈດຕະນາກັມ ໃຫ້ສັມປະຍຸດດ້ວຍ ມຸທິຕາ ອຸເບກຂາ ຢູ່ທຸກເມື່ອ ຢ່າໃຫ້ໄຫລໄປໃນທາງທີ່ຜິດ ໃຫ້ເຫັນກົງຕາມຄອງທັມທັງ 10 ນີ້ຢູ່ທຸກເມື່ອ ກົງກັບພາສາປາລີທີ່ວ່າ ສົມມະທິກຕິໂກ ໂຫຕິຯ
ຮວງເຂົ້າ
ຮວງເຂົ້າທີ່ແກ່ແລ້ວ ມີນ້ຳໜັກຫຼາຍ ຍ່ອມນ້ອມລົງ
ຜູ່ມີຄຸນງາມຄວາມດີ ຍ່ອມນ້ອມລົງຕໍ່ຜູ່ອື່ນ
ກົງກັນຂ້າມ ຕົ້ນເຂົ້າທີ່ບໍ່ມີເມັດເຂົ້າ
ຍ່ອມຕັ້ງຊີ້ ຊູຂຶ້ນ ແຕ່ຫາຄ່າໃດບໍ່ໄດ້
ຜູ້ຊະນະທີ່ແທ້ຈິງ
[…] ຊົນພາລກ່າວຄຳຫຍາບດ້ວຍວາຈາ ຍ່ອມສຳຄັນວ່າຊະນະທີດຽວ ແຕ່ຄວາມອົດກັ້ນໄດ້ເປັນຄວາມຊະນະຂອງບັນດິດຜູ້ຮູ້ແຈ້ງຢູ່ ຜູ້ໃດໂກດຕອບບຸກຄົນຜູ້ໂກດແລ້ວ ຜູ້ນັ້ນເປັນຜູ້ລາມົກກວ່າບຸກຄົນຜູ້ໂກດແລ້ວ ເພາະການໂກດຕອບນັ້ນ ບຸກຄົນບໍ່ໂກດຕອບບຸກຄົນຜູ້ໂກດແລ້ວ ຍ່ອມຊື່ວ່າຊະນະສົງຄາມອັນບຸກຄົນຊະນະໄດ້ໂດຍຍາກ ຜູ້ໃດຮູ້ວ່າຜູ້ອື່ນໂກດແລ້ວ ເປັນຜູ້ມີສະຕິ ສະຫງົບຢູ່ໄດ້ ຜູ້ນັ້ນຍ່ອມຊື່ວ່າປະພຶດປະໂຫຍດແກ່ທັງສອງຝ່າຍ ຄືແກ່ຕົນແລະແກ່ຜູ້ອື່ນ ເມື່ອຜູ້ນັ້ນຮັກສາປະໂຫຍດທັງ ໒ ຝ່າຍ ຄືຂອງຕົນແລະຂອງຜູ້ອື່ນ ຊົນທັງຫຼາຍຜູ້ບໍ່ສະຫຼາດໃນທັມ ຍ່ອມສຳຄັນບຸກຄົນນັ້ນວ່າ ເປັນຄົນເຂລົາ ດັ່ງນີ້ […]
ວິທີລ່ວງຮູ້ຄຸນສົມບັດຂອງຜູ້ອື່ນ
[…] ດູກ່ອນມະຫາບພິດ ສີລເຖິງຮູ້ໄດ້ດ້ວຍການຢູ່ຮ່ວມກັນ ກໍ່ສີລນັ້ນ ຈະພຶງຮູ້ໄດ້ໂດຍກາລນານ ບໍ່ແມ່ນດ້ວຍກາລເລັກນ້ອຍ ຜູ້ສົນໃຈຈຶ່ງຈະຮູ້ ຜູ້ບໍ່ສົນໃຈກໍ່ບໍ່ຮູ້ ຜູ້ມີບັນຍາຈຶງຈະຮູ້ໄດ້ ຜູ້ມີປັນຍາຊາມກໍ່ບໍ່ຮູ້ […]
[…] ດູກ່ອນມະຫາບພິດ ກຳລັງໃຈພຶງຮູ້ໄດ້ໃນຄາວມີອັນຕະລາຍ ກໍ່ກຳລັງໃຈນັ້ນ ຈະພຶງຮູ້ໄດ້ໂດຍກາລນານ ບໍ່ແມ່ນດ້ວຍກາລເລັກນ້ອຍ ຜູ້ສົນໃຈຈຶ່ງຈະຮູ້ ຜູ້ບໍ່ສົນໃຈກໍ່ບໍ່ຮູ້ ຜູ້ມີບັນຍາຈຶງຈະຮູ້ໄດ້ ຜູ້ມີປັນຍາຊາມກໍ່ບໍ່ຮູ້ […]
[…] ດູກ່ອນມະຫາບພິດ ປັນຍາຈະພຶງຮູ້ໄດ້ດ້ວຍການສົນທະນາ ກໍ່ປັນຍານັ້ນ ຈະພຶງຮູ້ໄດ້ໂດຍກາລນານ ບໍ່ແມ່ນດ້ວຍກາລເລັກນ້ອຍ ຜູ້ສົນໃຈຈຶ່ງຈະຮູ້ ຜູ້ບໍ່ສົນໃຈກໍ່ບໍ່ຮູ້ ຜູ້ມີບັນຍາຈຶງຈະຮູ້ໄດ້ ຜູ້ມີປັນຍາຊາມກໍ່ບໍ່ຮູ້ […]
[…] ຄົນຜູ້ເກີດມາດີ ບໍ່ຄວນໄວ້ວາງໃຈ ເພາະຜິວພັນແລະຮູບຮ່າງບໍ່ຄວນໄວ້ວາງໃຈ ເພາະການເຫັນກັນຊົ່ວຄູ່ດຽວ ເພາະວ່ານັກບວດຜູ້ບໍ່ສັງລວມທັງຫຼາຍ ຍ່ອມທ່ຽວໄປໃນໂລກນີ້ ດ້ວຍເຄື່ອງບໍລິຂານຂອງເຫຼົ່ານັກບວດຜູ້ສັງລວດດີແລ້ວ ປະດຸດກຸນທະລະດິນແລະມາສະກະໂລຫະ ຫຸ້ມດ້ວຍທອງຄຳປອມໄວ້ ຄົນທັງຫຼາຍບໍ່ບໍລິສຸດພາຍໃນ ງາມແຕ່ພາຍນອກ ແວດລ້ອມດ້ວຍບໍລິວານ ທ່ອງທ່ຽວຢູ່ໃນໂລກ […]
ຈາກພຣະໄຕຣປິດົກປາລີ ເຫຼັ້ມທີ່ ໑໗ ໜ້າທີ່ ໑໑໔
http://84000.org/true/110.html
ຄາຖາທັມບົດ ນິຣຍວັກທີ່ ໒໒
“ບຸກຄົນຜູ້ກ່າວຄຳບໍ່ຈິງຍ່ອມເຂົ້າເຖິງນະຣົກ
ຫຼືແມ້ແຕ່ຜູ້ໃດເຮັດບາບກັມແລ້ວ ກ່າວວ່າບໍ່ໄດ້ເຮັດ
ຜູ້ນັ້ນຍ່ອມເຂົ້າເຖິງນະຣົກເຊັ່ນດຽວກັນ”
ຈາກພຣະທັມບົດ ໃນພຣະສຸຕຕັນຕປິດົກ
ຄາຖາທັມບົດ ໂກທວັກທີ່ ໑໗
“ພຶງຊະນະຄວາມໂກດດ້ວຍຄວາມບໍ່ໂກດ
ພຶງຊະນະຄວາມບໍ່ໃຍດີດ້ວຍຄວາມດີ
ພຶງຊະນະຄວາມຖີ່ດ້ວຍການໃຫ້
ພຶງຊະນະຄົນມັກກວ່າຄຳເຫລາະແຫລະດ້ວຍຄຳສັຈ”
ພໍດີມີໂອກາດໄດ້ອ່ານວາລະສານທັມມະໃກ້ຕົວ ເລີຍເຫັນພຸທພາສິດນີ້ມາ ອ່ານແລ້ວຂົນລຸກ
ໂມຂະບຸລຸດ
ດູກ່ອນໂມຂະບຸລຸດ ທັມອັນເຮົາສະແດງແລ້ວໂດຍອະເນກປຣິຍາຍ ເພື່ອຄາຍຄວາມກຳໜັດ ບໍ່ແມ່ນເພື່ອມີຄວາມກຳໜັດ ເພື່ອຄວາມພາກ ບໍ່ແມ່ນເພື່ອຄວາມປະກອບ ເພື່ອຄວາມບໍ່ຍຶດໝັ້ນ ບໍ່ແມ່ນເພື່ອມີຄວາມຍຶດໝັ້ນບໍ່ແມ່ນຫຼື? ເມື່ອທັມຊື່ນັ້ນອັນເຮົາສະແດງແລ້ວ ເພື່ອຄາຍຄວາມກຳໜັດ ເຈົ້າຍັງຈະຄິດເພື່ອມີຄວາມກຳໜັດ ເຮົາສະແດງເພື່ອຄວາມພາກ ເຈົ້າຍັງຈະຄິດເພື່ອຄວາມປະກອບ ເຮົາສະແດງເພື່ອຄວາມບໍ່ຖືໝັ້ນ ເຈົ້າຍັງຈະຄິດເພື່ອມີຄວາມຖືໝັ້ນ.
ດູກ່ອນໂມຂະບຸລຸດ ທັມອັນເຮົາສະແດງແລ້ວໂດຍອະເນກປຣິຍາຍ ເພື່ອເປັນທີ່ສຳລອກແຫ່ງຣາຄະ ເພື່ອເປັນທີ່ສ່າງແຫ່ງຄວາມເມົາ ເພື່ອເປັນທີ່ດັບສູນແຫ່ງຄວາມຣະຫາຍ ເພື່ອເປັນທີ່ສຳຣອກແຫ່ງຕັນຫາ ເພື່ອເປັນທີ່ດັບແຫ່ງຕັນຫາ ເພື່ອອກໄປຈາກຕັນຫາຊື່ວ່ານະ ບໍ່ແມ່ນຫຼື?
ສ່ວນຫນຶ່ງຈາກ ພຣະໄຕຣປິດົກ ເຫຼັ້ມທີ່ ໑ ພຣະວິໄນປິດົກ ເຫຼັ້ມທີ່ ໑ ມະຫາວິພັງ ພາກ ໑
Busy life ຕອນທີ່ ໑
ໄດ້ໂອກາດປ່ຽນ Theme ພ້ອມເລີຍ ຍັງຄົງຄວາມມືດມົນເຊັ່ນເດີມ 😀 ຊ່ວງນີ້ຫຍຸ້ງວຽກຫລາຍເລື່ອງ ຮູ້ສຶກວ່າເຄີຍຂຽນໄປກ່ອນຫນ້ານີ້ແລ້ວໃນ ອີກບລັອກຫນຶ່ງ ແຕ່ບໍ່ເປັນຫຍັງ ຂຽນຕື່ມກໍ່ໄດ້ ເຮົາບໍ່ຖື ໕໕໕
ໄລຍະນີ້ກຳລັງງົມຢູ່ກັບການແກ້ໄຂຫລາຍ ໆ ຢ່າງໃຫ້ຮຽບຮ້ອຍ ບາງອັນເກົ່າໂພດກໍ່ຢາກເອົາມາປັດຝຸ່ນ ບາງອັນເກົ່າເກີນໃຊ້ໄດ້ກໍ່ຢາກເອົາໄປແຂວນປະໄວ້ ເຜື່ອມື້ຫນ້າມີເວລາຄ່ອຍເບິ່ງໃຫມ່ ແຕ່ວ່າ ເວລາກໍ່ຍັງຄົງເປັນບັນຫາ ອັນທີ່ຈິງບັນຫາບໍ່ໄດ້ມາຈາກເວລາ ແຕ່ບັນຫາມັນມາຈາກຄົນບໍລິຫານເວລາ ເພິ່ນວ່າ ຄົນເຮົາມີເວລາ ໒໔ ຊົ່ວໂມງເທົ່າກັນຫມົດ ແຕ່ວ່າ ໃຜກັນທີ່ຈະສາມາດໃຊ້ ໒໔ ຊົ່ວໂມງນັ້ນໃຫ້ເປັນປະໂຫຍດທີ່ສຸດ