ສະບາຍດີພໍ່ແມ່ພີ່ນ້ອງລຸງປ້ານ້າອາທີ່ຮັກແລະເຄົາລົບທຸກ ໆ ທ່ານ ມື້ນີ້ມາຝອຍໃຫ້ຟັງເລື່ອງ ພໍດີໄປເອົາເຄື່ອງຢູ່ແຖວຄິວລົດສາຍເຫນືອ ໄປທາງພູວ່າວໄປ ໄປຮອດຈຸດຫນຶ່ງ ພໍດີມີລົດປ້າຍຈີນເພິ່ນຂັບມາ ພະຍາຍາມແຊງ ແລ້ວກໍ່ແຊງຂຶ້ນໄປໄດ້ ພໍຈັກຫນ່ອຍຢູ່ ໆ ມັນກໍ່ຢຸດ ເຮົາລະເພີນ ຢຸດເກືອບບໍ່ທັນ ເກືອບຕຳທ້າຍລົດປ້າຍຈີນເພິ່ນ ເບຣກສຽງດັງແອ໊ດດດດດດດ ແຕ່ກໍ່ບໍ່ເປັນຫຍັງ ບໍ່ໄດ້ຕຳ ພຽງແຕ່ ມີຄົນຫລຽວມາເບິ່ງຫນ້າຄົນຄັບ
ຈາກນັ້ນຕອນຂາກັບ ກໍ່ກັບທາງຕະຫລາດມິດຕະພາບ ກໍ່ຂີ່ມາທຳມະດາ ຕອນນັ້ນຍັງເຊົ້າຢູ່ ປະມານແປດໂມງ ລົດກຳລັງຫລາຍ ຂັບ ໆ ມາຢູ່ ມານຳຫລັງລົດຄັນອື່ນອີກຫລາຍຄັນ ນຳກົ້ນກັນໄປ ມາຮອດໃກ້ ໆ ສາມແຍກທີ່ມີຫ້ອງການຕຳຫລວດຢູ່ ລົດຄັນທາງໜ້າເພິ່ນຢຸດ ເຮົາກໍ່ຢຸດນຳ ບາດຄັນທາງຫລັງລົດຈັກຊ້ຳພັດວ່າບໍ່ຢຸດ ຂີ່ມາຕຳກົ້ນລົດໃຫຍ່ເຮົາເສີຍເລີຍ ແລ້ວເພິ່ນກໍ່ຕົກໃຈ ແລ້ວຂີ່ແຊງໄປຕໍ່ ອ່າວ ເວນກຳ ດີແຕ່ບໍ່ເປັນຫຍັງຫລາຍ
Continue reading ເກືອບຊົນລົດຊາວບ້ານ ກັບຖືກລົດຊາວບ້ານຊົນທ້າຍ →

ຫ້າມຜູ້ມີຕຳແຫນ່ງ, ສິດອຳນາດ ແລະ ຫນ້າທີ່ ມີພຶດຕິກຳດັ່ງນີ້
- ຮັບເງິນ, ວັດຖຸສິ່ງຂອງ ຫລື ມີຜົນປະໂຫຍດ ອື່ນໆ ຈາກບຸກຄົນ, ການຈັດຕັ້ງທີ່ກ່ຽວພັນກັບຫນ້າທີ່ວຽກງານ ທີ່ຕົນຮັບຜິດຊອບ.
- ສ້າງຄວາມຫຍຸ້ງຍາກ, ກົດຫນ່ວງ, ຖ່ວງດຶງ, ແຊກແຊງ ໃນການແກ້ໄຂວຽກງານໃດຫນຶ່ງ ໂດຍບໍ່ແຈ້ງໃຫ້ການຈັດຕັ້ງທີ່ກ່ຽວຂ້ອງຊາບ.
- ເປີດບັນຊີເງິນຝາກ ຢູ່ນອກສປປລາວ ໂດຍບໍ່ແຈ້ງໃຫ້ການຈັດຕັ້ງທີ່ກ່ຽວຂ້ອງຊາບ.
- ເປັນທີ່ປຶກສາໃຫ້ແກ່ ວິສາຫະກິດ ເອກະຊົນ ທີ່ພົວພັນເຖິງ ສິດຕົກລົງຂອງຕົນ ເພື່ອຜົນປະໂຫຍດສ່ວນຕົວ.
- ເປັນນາຍຫນ້າໃຫ້ແກ່ບຸກຄົນຫລືການຈັດຕັ້ງ ເຊັ່ນ: ແລ່ນຄະດີ, ແລ່ນໂຄງການ, ຂໍໂຄຕ້າ.
- ໃຊ້ຖານະຕຳແຫນ່ງເພື່ອ ກູ້ຢືມເງິນຂອງສ່ວນລວມທີ່ຕົນຮັບຜິດຊອບ ໃຫ້ຜູ້ອື່ນ ຫລື ຄ້ຳປະກັນໃຫ້ຜູ້ອື່ນໄປກູ້ຢືມເງິນຢູ່ທະນາຄານ.
- ບັນຈຸ, ຊັບຊ້ອນ, ຫລືແຕ່ງຕັ້ງ ເມຍ ຫລື ຜົວ, ລູກ ຫລື ຍາດໃກ້ຊິດຂອງຕົນ ທີ່ຈະສ້າງເງື່ອນໄຂໃຫ້ມີການສໍ້ລາດບັງຫລວງ ເຊັ່ນ: ວຽກງານຈັດຕັ້ງ, ວຽກງານກວດກາ, ການເງິນ-ການບັນຊີ, ສາງ, ການຈັດຊື້-ຈັດຈ້າງ.
- ຄອບຄອງຫລືນຳໃຊ້ ເຮືອນ ຫລື ທີ່ດິນຂອງລັດ, ລວມຫມູ່ ໂດຍບໍ່ຖືກຕ້ອງ ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ, ຄອບຄົວ, ຍາດພີ່ນ້ອງ ແລະ ພັກພວກ.
- ເປີດເຜີຍຄວາມລັບຂອງລັດ ຫລື ຄວາມລັບລັດຖະການ.
- ນຳໃຊ້ເງິນ ຫລື ຊັບສົມບັດຂອງລັດ, ຂອງລວມຫມູ່ ເພື່ອສັງສັນ ຊຸມແຊວ, ເອົາເປັນຂອງຂວັນ ຫລືແບ່ງປັນໃຫ້ພະນັກງານ ຫລືບຸກຄົນອື່ນ ນອກລະບຽບກົດຫມາຍ.
- ປາບປາມ, ນາບຂູ່, ກົດຫນ່ວງຜູ້ກ່າວຟ້ອງ, ຜູ້ຕຳນິສົ່ງຂ່າວ ຜລະ ຜູ້ສະເຫນີລາຍງານຂໍ້ມູນດ້ານຫຍໍ້ທໍ້ຕ່າງໆ ກ່ຽວກັບຕົນ.
- ແອບອ້າງຊື່ສຽງ, ຖານະຕຳແຫນ່ງ, ສິດອຳນາດ, ຫນ້າທີ່ຂອງຂັ້ນເທິງ ຫລື ຂອງຜູ້ອື່ນ ເພື່ອຫາຜົນປະໂຫຍດສ່ວນຕົວ.
—————————————————————————————-
ພໍດີໄປເຫັນໃນບລັອກທ່ານພະນົມສິນ ເລີຍເອົາມາລົງນຳ ດ້ວຍໃຈຮັກຊາດ 😀
ມີຕອນຫນຶ່ງ ທ່ານພະນົມສິນເລົ່າໃນ comment ວ່າທ່ານໄດ້ໄປເຫັນຄຳຂວັນໃນຫ້ອງການແຫ່ງຫນຶ່ງຂຽນໄວ້ຢ່າງຫນ້າສົນໃຈວ່າ
”ການສໍ້ລາດບັງຫລວງ ແມ່ນປະກົດການ ທີ່ ຄົນຄົນດຽວເປັນຜູ້ກິນ ແຕ່ແມ່ນຫມົດທຸກຄົນເປັນຜູ້ຈ່າຍ”
ຕ້ອງຂໍຂອບໃຈບລັອກພະນົມສິນ.ຄອມ ມາ ນະ ທີ່ນີ້ນຳ
ມື້ວານນີ້ໄຟດັບ ດັບມັນກໍ່ດັບຫມົດມື້ ດັບແຕ່ເຊົ້າຈົນຄ່ຳ ພໍໄຟມັນດັບແລ້ວກໍ່ຍາກ ເພາະວ່າໃດ ໆ ກໍ່ລ້ວນແຕ່ຕ້ອງອາໄສໄຟຟ້າ ພໍມັນບໍ່ມີໄຟຟ້າໃຊ້ກໍ່ຍາກໄປຫມົດ ຄອມກໍ່ເປີດບໍ່ໄດ້ ໂທລະສັບທີ່ມັນໃຊ້ໄຟຟ້າກໍ່ໃຊ້ບໍ່ໄດ້ ມືຖືແບັດຫມົດກໍ່ສາກບໍ່ໄດ້ ຮ້ອນກໍ່ຕ້ອງວີເອົາ ຯລຯ
ວ່າຊິຕິດຕັ້ງກ້ອງວົງຈອນປິດ ແຕ່ວ່າຍັງບໍ່ມີສາຍ ກ້ອງມັນມີ 8 ຕົວ ຕ້ອງຕິດຕັ້ງອ້ອມ ໆ ສະຖານທີ່ ລາກສາຍໄປມາ ຫນ້າຈະໃຊ້ຄວາມຍາວປະມານ 50 ແມັດ ແຕ່ວ່າໂທຖາມຢູ່ວຽງແລ້ວເພິ່ນບໍ່ວ່າ ສາຍ AV ຂະຫນາດ 2 ແມັດລາຄາ 15,000 ກີບ!! ຄິດມາແລ້ວຫນັກໃຈ ດ້ານສາຍສອງແມັດຍັງ 15 ພັນແລ້ວ ເອົາເປັນ 50 ແມັດຊິປານໃດ
ອືມ ບາງທີຕ້ອງປ່ຽນໃຊ້ສາຍ Cable ເອົາ ແຕ່ວ່າຖ້າໃຊ້ Cable ມັນຕ້ອງປ່ຽນຫົວແຈັກພ້ອມ ຕ້ອງລອງໂທໄປຖາມຢູ່ທ່າສະເດັດກ່ອນວ່າເຂົາມີຫົວແຈັກແບບ Cable ບໍ່
ຕອນເຊົ້າໄປຮັບຟ່າງ ແລ້ວກໍ່ໄປເລາະເບິ່ງວ່າມີຫຍັງກິນບໍ່ ເລາະໄປເລາະມາ ຕອນນັ້ນປະມານ 7 ໂມງເກືອບເຄິ່ງລະ ແຕ່ວ່າ ຍັງບໍ່ມີຮ້ານໃດເປີດເທື່ອ (ຫລວງພະບາງ) ໄປ ໆ ມາ ໆ ເລີຍກາຍໄປຮ້ານເຂົ້າປຽກເຂົ້າ ຢູ່ໃກ້ ໆ ກັບທະນາຄານພັດທະນາລາວ ກໍ່ໄປນັ່ງກິນ ທຳອິດກໍ່ລືມມມມມມມມມມມມມ ກິນໄປຈົນຫມົດ ແລ້ວກໍ່ກັບ
ພໍກັບຮອດຮ້ານ ຮູ້ສຶກເພຍ ໆ ນັ່ງໄປນັ່ງມາ ຈຶ່ງຄິດອອກວ່າ ອໍ້….!!!! ຮ້ານອັນນີ້ມັນໃສ່ແປ້ງນົວເກີນຂະໜາດແລ້ວ 555+ ເວນກຳເອີ້ຍ ຮູ້ຊີ້ບໍ່ໄປກິນຂອງມັນດີກວ່າ ເຊັງຈິດ -*-
ຟ່າງໄປນຳກໍ່ຄືຊິເມື່ອຍ ໆ ຄືກັນ ບໍ່ເຂົ້າໃຈວ່າເຂົາຊິໃສ່ຫລາຍໄປເຮັດຫຍັງ ບ້ານເຮົານິຍົມກິນແປ້ງນົວ ເຮັດຫຍັງກໍ່ຕ້ອງໃສ່ແປ້ງນົວ ຄົນບ້ານອື່ນເມືອງອື່ນມາ ເຂົາບໍ່ກິນແປ້ງນົວ ມາເຈີະກັບອາຫານບ້ານເຮົາລະເຊົາຢາກເລີຍ 555
ເຄີຍມີຄົນໄທມາ ພີ່ເຈບ ກັບພີ່ຕັ້ມ ມາ ເພິ່ນວ່າ ເມືອງລາວໃສ່ແປ້ງນົວເກີນຂະໜາດ ເຊິ່ງຟັງແລ້ວກໍ່ແທ້ ເພາະວ່າ ຕອນກິນອາດຈະດີ ແຕ່ວ່າ ຫລັງຈາກກິນແລ້ວ ມັນບໍ່ດີ ບາງຄົນມີອາການບໍ່ຖືກກັບແປ້ງນົວເຖິງຂະໜາດວ່າ ກິນແລ້ວບໍ່ມີແຮງ ຫຼືເປັນອຳມະພາດຊົ່ວຄາວເລີຍກໍ່ມີ ບາງຄົນກໍ່ກິນແລ້ວເຈັບເສັ້ນ ແມ່ນຫຍັງກໍ່ວ່າກັນໄປ ແລ້ວແຕ່ຄົນ
ໂພສຕ໌ນີ້ຈົ່ມລູກດຽວ 😛
Technorati Tags: ແປ້ງນົວ, ຜົງຊູລົດ, ผงชูรส, au8ust, realme, ເຂົ້າປຽກເຂົ້າ

ແປະໄວ້ກ່ອນ ຕໍ່ຫນ້າໄປມັນຊິຫາຍາກ 😉
Technorati Tags: ທາດຫລວງ, ທາດຫຼວງ, ພຣະທາຕຸຫລວງ, ໑໘໙໖
my life, thoughts, ideas, and random stuff… since 2007