Category Archives: ເພງ
ບໍ່ຕ່າງກັນ
ເຈົ້າເຄີຍໄດ້ເຫັນຫຼືບໍ່ວ່າຄວາມຮັກເປັນແນວໃດ
ຂ້ອຍບໍ່ເຫັນດອກ ແຕ່ຂ້ອຍກໍຮູ້ສຶກ
ຮູ້ບໍ່ວ່າຄວາມຄິດຮອດ ມັນໜ້າຕາເປັນແນວໃດ
ຂ້ອຍບໍ່ຮູ້ດອກ ແຕ່ຂ້ອຍກໍຮູ້ສຶກ
ບໍ່ຕ່າງກັນກັບໃຈຂ້ອຍດອກ
ສິ່ງນັ້ນທີ່ເຈົ້າສຳຜັດ ເຮົາຕ່າງຮັບຮູ້ມັນດ້ວຍໃຈ
ບາງສິ່ງ ເຮົາອາດບໍ່ເຫັນມັນດ້ວຍຕາ
ແຕ່ເຮົາຮັບຮູ້ມັນດ້ວຍໃຈ ເຮົາບໍ່ຕ່າງກັນ
ທຸກຄັ້ງທີ່ເຫງົາພຽງມີເຈົ້າກໍເຮັດໃຫ້ຊື່ນໃຈ
ແລະຂ້ອຍໝັ້ນວ່າເຈົ້າກໍຮູ້ສຶກ
ບໍ່ຕ່າງກັນກັບໃຈຂ້ອຍດອກ
ສິ່ງນັ້ນທີ່ເຈົ້າສຳຜັດ ເຮົາຕ່າງຮັບຮູ້ມັນດ້ວຍໃຈ
ບາງຢ່າງ ບໍ່ອາດເບິ່ງເຫັນມັນດ້ວຍຕາ
ແຕ່ເຮົາຮຽນຮູ້ມັນດ້ວຍໃຈ ເຮົາບໍ່ຕ່າງກັນ
ລົມເຢັນທີ່ເຈົ້າສຳຜັດ ບໍ່ຕ່າງກັບຂ້ອຍເທົ່າໃດ
ໄອອຸ່ນຍາມເຊົ້າຂອງທຸກມື້
ກໍຄືວ່າມັນບໍ່ຕ່າງກັນກັບໃຈຂ້ອຍເລີຍ
ສິ່ງນັ້ນທີ່ເຈົ້າສຳຜັດ ເຮົາຕ່າງຮັບຮູ້ມັນດ້ວຍໃຈ
ບາງຢ່າງບໍ່ອາດເບິ່ງເຫັນມັນດ້ວຍຕາ
ແຕ່ເຮົາຮັບຮູ້ມັນໄດ້ດ້ວຍໃຈ ເຮົາບໍ່ຕ່າງກັນ
ບໍ່ໝົດຮັກ ແຕ່ໝົດແຮງ
ມັນຍາວນານເຫຼືອເກີນ ທີ່ຂ້ອຍເດີນດຽວດາຍ
ທັງທີ່ໃນໃຈນີ້ຂ້ອຍມີເຈົ້າຢູ່ເພື່ອເປັນຈຸດໝາຍ
ທຸກຄັ້ງທີ່ເຮົາພົບກັນ ທຸກຄັ້ງທີ່ເຈົ້າຍິ້ມໃຫ້
ຢາກກອດເກັບເອົາໄວ້ເພາະຮູ້ບໍ່ດົນເຈົ້າຈະຫາຍໄປ
ວັນທີ່ຕ້ອງການເຈົ້າ ບໍ່ຮູ້ວ່າເຈົ້າຢູ່ໃສ
ບໍ່ເຄີຍໝົດຮັກ ແຕ່ເລີ່ມໝົດແຮງທີ່ຂ້ອຍຈະລໍຕໍ່ໄປ
ຍິ່ງຮັກຍິ່ງລໍກໍຍິ່ງອ່ອນໃຈ
ຍິ່ງຄິດຮອດກໍຍິ່ງຮ້ອງໄຫ້
ເມື່ອບໍ່ມີວັນໃດ
ທີ່ຂ້ອຍມີເຈົ້າ
ໝົດແລ້ວ ໝົດແຮງລັ້ງເຈົ້າຕໍ່ໄປ
ທົນຢູ່ແບບນີ້ ຂ້ອຍທົນເພື່ອໃຜ
ເພື່ອເຈົ້າ ເພື່ອຂ້ອຍ
ເພື່ອເຮົາ ເພື່ອຮັກນີ້ຂ້ອຍຂໍບອກລາ
ຄວາມສູກຢູ່ຫົນໃດ ໃຈບໍ່ເຄີຍພົບເຈີ
ຈົນວິນາທີນັ້ນທີ່ເຮົາພົບກັນຊ່າງມີຄວາມໝາຍ
ທຸກຄັ້ງທີ່ເຮົາພົບກັນ ທຸກຄັ້ງທີ່ເຈົ້າຍິ້ມໃຫ້
ຢາກດອກເກັບເອົາໄວ້ ເພາະຮູ້ບໍ່ດົນເຈົ້າຈະຫາຍໄປ
ວັນທີ່ຕ້ອງການເຈົ້າ ບໍ່ຮູ້ວ່າເຈົ້າຢູ່ໃສ
ບໍ່ເຄີຍໝົດຮັກ ແຕ່ເລີ່ມໝົດແຮງ ທີ່ຂ້ອຍຈະລໍຕໍ່ໄປ…
ຍິ່ງຮັກ ຍິ່ງລໍກໍຍິ່ງອ່ອນໃຈ
ຍິ່ງຄິດຮອດກໍຍິ່ງຮ້ອງໄຫ້
ເມື່ອບໍ່ມີວັນໃດ
ທີ່ຂ້ອຍມີເຈົ້າ
ໝົດແລ້ວ ໝົດແຮງລັ້ງເຈົ້າຕໍ່ໄປ
ທົນຢູ່ແບບນີ້ ຂ້ອຍທົນເພື່ອໃຜ
ເພື່ອເຈົ້າ ເພື່ອຂ້ອຍ
ເພື່ອເຮົາ ເພື່ອຮັກນີ້ຂ້ອຍຂໍບອກລາ…
ຝາກຄວາມຍິນດີ
ຂ້ອຍມາຍິນດີໃຫ້ກັບຮັກທີ່ສົດໃສ
ຍິນດີທີ່ເຈົ້າໄດ້ພົບເຈີ
ຄົນທີ່ດີ ຄົນທີ່ຄວນຄູ່ຮັກຂອງເຈົ້າ
ຄົນທີ່ເຂົ້າກັນຫຼາຍກວ່າຂ້ອຍ
ຂ້ອຍຫວັງຈະຢືນບ່ອນນັ້ນຂ້າງໆເຈົ້າ
ໄດ້ເດີນຮ່ວມທາງກັນຄືເກົ່າ
ແຕ່ກໍຮູ້ໜ້າເສຍໃຈເມື່ອມັນສວາຍເກີນ
ບໍ່ມີແລ້ວທີ່ເຄີຍຮັກກັນ
ໃນມື້ນີ້ມີພຽງຖ້ອຍຄຳສົ່ງທ້າຍ
ລາກ່ອນຮັກທີ່ເຄີຍສວຍງາມ
ບໍ່ໂກດເຄືອງເຈົ້າເລີຍມີແຕ່ຄຳຍິນດີ
ແລະຄຳອວຍພອນຈາກໃຈໃຫ້ເຈົ້າ
ຂໍໃຫ້ຄວາມຮັກມີແຕ່ຄວາມສຸກໃຈ
ບໍ່ວ່າສິ່ງໃດເຂົ້າກັນໝົດທຸກຢ່າງ
ຂໍໃຫ້ຄວາມຮັກເຂົາແລະລາວບໍ່ຈືດຈາງ
ມີລາວຄຽງຂ້າງບໍ່ມີຄວາມທຸກໃດ
ຂໍໃຫ້ຄວາມຮັກດີກວ່າທີ່ຝັນ
ບໍ່ມີປ່ຽນຜັນຮັກກັນໝົດຫົວໃຈ
ຂໍໃຫ້ເຈົ້ານັ້ນໄດ້ຄຽງຄູ່ກັນຕະຫຼອດໄປ
ເຖິງແມ່ນຂ້ອຍຍັງບໍ່ປ່ຽນໃຈ
ແລະຮັກໄດ້ພຽງແຕ່ເຈົ້າຢູ່ຄືເກົ່າ
ເຊື່ອງນ້ຳຕາໄວ້ໃຕ້ຮອຍຍິ້ມທີ່ໃຫ້ໄປ
ບໍ່ມີໃຜຮູ້ຄວາມເປັນຈິງ
ວ່າຂ້ອຍຝືນເກັບເລື່ອງຄວາມຮູ້ສຶກທຸກສິ່ງ
ກົດມັນໄວ້ຈົນໃຈປວດຮ້າວ
ຂໍໃຫ້ຄວາມຮັກດີກວ່າທີ່ຝັນ
ຂໍໃຫ້ຄົນນັ້ນດີກວ່າຂ້ອຍທຸກຢ່າງ
ໃຫ້ລາວຄອຍຮັກ ຄອຍເບິ່ງແຍງ ຄອຍຢູ່ຄຽງຂ້າງ
ແບບທີ່ຂ້ອຍເອງບໍ່ເຄີຍເຮັດໃຫ້ເຈົ້າ
ຂໍໃຫ້ຄາດຫວັງແລ້ວບໍ່ຕ້ອງຜິດພັ້ງ
ບໍ່ຄືຄວາມຫຼັງທີ່ເຈົ້າເຄີຍພົບເຈີ
ຂໍໃຫ້ເທື່ອນີ້ໄດ້ຢ່າງໃຈເຈົ້າຢູ່ສະເໝີ
ເຖິງແມ່ນຂ້ອຍຍັງມີແຕ່ເຈົ້າ
ແລະຮັກໄດ້ພຽງແຕ່ເຈົ້າຢູ່ຄືເກົ່າ
ຂໍໃຫ້ຮັກນັ້ນໄດ້ຄູ່ຄຽງກັນຕະຫຼອດໄປ
ເຖິງແມ່ນຂ້ອຍຍັງບໍ່ປ່ຽນໃຈ
ແລະຮັກໄດ້ພຽງແຕ່ເຈົ້າຢູ່ຄືເກົ່າ
ບໍ່ເຫັນຝຸ່ນ
ມື້ນຶ່ງເກີດມີລົມແຮງໆ ພັດໄປໃກ້ເຈົ້າຫຼາຍເກີນໄປ
ຂ້ອຍກໍຮູ້ໂຕວ່າລົບກວນຈິດໃຈ ເຮັດໃຫ້ເຈົ້າລຳຄານ
ຄົນມັນຮັກ ກໍເລີຍມາຕາມມາໃສ່ໃຈ
ກໍຄົນໃນໃຈຄົນດຽວຂອງຂ້ອຍຄືເຈົ້າ
ແຕ່ເຈົ້າບໍ່ເບິ່ງເສດຝຸ່ນຄືຂ້ອຍ
ຢູ່ໃກ້ໆຍັງລຳຄານໜັກໜາ
ຍິ່ງມາລອຍໃກ້ຊິດສາຍຕາ
ມີແຕ່ເຮັດໃຫ້ຂຸ່ນເຄືອງ
ຖ້າຫາກມື້ໃດເຂົ້າໃກ້ເກີນໄປ
ຢ່າພັກໃສຂ້ອຍພຽງຕ້ອງການແຕ່ພຽງ
ລັກມາລອຍລັກມາຂ້າງຄຽງ
ບໍ່ໄດ້ຫວັງໃຫ້ເຫັນ ໃນສາຍຕາ