
ເນື້ອຄູ່ສົດໃໝ່ ມາພ້ອມເບຄອນ ແລະຊີດ ແຊບແນ່ນອນ!

ເນື້ອຄູ່ສົດໃໝ່ ມາພ້ອມເບຄອນ ແລະຊີດ ແຊບແນ່ນອນ!
ຈາກ tweet ຂອງ @3eluga ລອງໄປເບິ່ງແລ້ວຄັກຫຼາຍ 😀
ມີເບື້ອງຫຼັງໃຫ້ເບິ່ງນຳໃນ http://www.carloslascano.com/carloslascano/vid_ashortlovestory.html
ໄດ້ມີໂອກາດສົນທະນາກັບຄົນ ໆ ໜຶ່ງ ລາວເປັນຜູ້ຊາຍ… ທີ່ມັກຜູ້ຊາຍນຳກັນ
ນ : ທ ບໍ່ມາຫຼວງພະບາງນຳອ້າຍ ຕ ຫວາ?
ທ : ເຫີະ ໆ ບໍ່ດີກວ່າ ເບິ່ງລາວຄືຊິບໍ່ມັກລົມກັບເຮົາເທົ່າໃດ
ນ : ອ້າວ ຫວາ… ອື…
ທ : ກໍ່ບໍ່ຮູ້ຄືກັນ ເຫັນລາວມິດ ໆ ໄປ
ນ : ເປັນຫຍັງ ທ ມັກຜູ້ຊາຍລະ? ສົງໄສ ໆ
ທ : ແລ້ວເປັນຫຍັງ ນ ມັກຜູ້ຍິງລະ?
ນ : …

ຄືນ້ຳເຜິ້ງ ຄືນ້ຳຕາ ຄືຢາຜິດ
ຄືຢາດນ້ຳອຳມະລິດອັນຊື່ນຊຸ່ມ ຄືເກສອນ ຄືດອກໄມ້ ຄືໄຟລຸມ
ຄືຄວາມກຸ້ມ ຄືຄວາມຝັນ
ນັ້ນແຫລະ
“ຮັກ”
 