ຍ້າຍເຊີບເວີ + ອັບເດດພັນລາວ ແລະ ເວັບໄຊອື່ນໆໃນເຄືອ

ຂຽນເມື່ອ May 3, 2020, ໃນຫມວດ ພັນລາວ.

ບໍ່ໜ້າເຊື່ອວ່າມັນຈະຜ່ານມາແລ້ວເກືອບ 13 ປີກັບເວັບໄຊພັນລາວ ນັບວ່າເປັນການເດີນທາງທີ່ຍາວນານ ແລະ ຍັງບໍ່ມີທີ່ສຸດສິ້ນງ່າຍໆ ໃນຂະນະທີ່ເວັບໄຊລາວອື່ນໆໃນຍຸກດຽວກັນຕ່າງກໍລົ້ມຫາຍຕາຍຈາກກັນໄປຫຼາຍເວັບ ສິ່ງດຽວທີ່ຍັງຄົງເຮັດໃຫ້ພັນລາວຢູ່ມາໄດ້ຮອດທຸກມື້ນີ້ແມ່ນຄວາມເສຍດາຍທີ່ຈະເຫັນມັນຈາກໄປພຽງເພາະທຸກຄົນໄປໃຊ້ Facebook ນັ້ນເອງ 555.

ຕອນຊ່ວງຕົ້ນເດືອນເມສາທີ່ຜ່ານມາ ເປັນໄລຍະທີ່ COVID-19 ກຳລັງລະບາດໄປທົ່ວທຸກສາລະທິດ ເຮັດໃຫ້ຫຼາຍຄົນເກີດພາວະຝືດເຄືອງທາງການເງິນຢ່າງບໍ່ສາມາດຫຼີກເວັ້ນໄດ້. ເບິ່ງແລ້ວຄ່າໃຊ້ຈ່າຍເຊີບເວີຖືວ່າໜັກໜາເອົາການ ເພາະຕ້ອງຈ່າຍເດືອນລະ $155 ແລະ ເປັນແບບນັ້ນມາຫຼາຍປີແລ້ວ. ກໍເລີຍມາຄິດວ່າເຮັດແນວໃດດີ ແລ້ວກໍຄິດອອກວ່າໜ້າຈະຕ້ອງຍ້າຍເຊີບເວີຈາກທີ່ເປັນ dedicated ໄປໃຊ້ VPS ແທນ ເພາະຕອນນີ້ເວັບໄຊໃນເຄືອກໍເຫຼືອໜ້ອຍຫຼາຍ ແລະ ອາດຈະຍົກເລີກ PunlaoHosting.com ໄປໃນອີກບໍ່ດົນ. ດັ່ງນັ້ນພາລະໃນການໃຊ້ເຊີບເວີກໍຄົງບໍ່ຫຼາຍຄືແຕ່ເກົ່າ. ຈຶ່ງຕັດສິນໃຈຍ້າຍໄປໃຊ້ VPS ເຮັດໃຫ້ຄ່າໃຊ້ຈ່າຍແຕ່ລະເດືອນບໍ່ຮອດ $90 (ຈື່ຕົວເລກແທ້ບໍ່ໄດ້). ກໍຖືວ່າຊ່ວຍໄດ້ຫຼາຍ.

ສຳລັບຕອນນີ້ກໍຕ້ອງຈັດການອັບເດດເວັບໄຊເກົ່າໆ ໃຫ້ມັນກັບມາໃຊ້ໄດ້ຄືນ. ຕອນນີ້ກຳລັງອັບເດດ Punlao.com ຢູ່:

  • ແກ້ໄຂການສະກົດຄຳ ເຊັ່ນ: ຄຳວ່າ ຜູ່ ແກ້ເປັນ ຜູ້, ອີເມລ ແກ້ເປັນ ອີເມວ ເປັນຕົ້ນ.
  • ອັບເດດລິ້ງເວັບໄຊທີ່ບໍ່ມີແລ້ວ ເຊັ່ນ: ລຶບເວັບໄຊ umc.la ອອກ.
  • ອັບເດດການຕັ້ງຄ່າບາງຢ່າງ.
  • ຕິດຕັ້ງ SSL (ຕິດຕັ້ງແລ້ວແຕ່ຍັງໃຊ້ໄດ້ບໍ່ສົມບູນ)
  • ອັບເດດເພກ Punlao.com ໃນ Facebook

ຄິດວ່າຄົງຕ້ອງໃຊ້ເວລາອີກໄລຍະໜຶ່ງສຳລັບການປັບປຸງສ່ວນອື່ນໆ ແຕ່ພາລະກິດຫຼັກແມ່ນໃຫ້ແນ່ໃຈວ່າຈະຍັງສາມາດເຮັດວຽໄດ້ຕໍ່ໄປ.

ນອກຈາກພັນລາວ ກໍຍັງມີ LaoDictionary.net ທີ່ຍັງໃຊ້ໄດ້ຢູ່. ມີແຜນວ່າຢາກ OCR ຂໍ້ມູນຈາກວັດຈະນານຸກົມສະບັບມະຫາສິລາໃຫ້ເປັນໄຟລ໌ດິຈິຕອນ. ຈາກນັ້ນຄ່ອຍຊອກຄົນມາຊ່ວຍກັນສຳເນົາ/ວາງຂໍ້ມູນໃສ່ໃນ Glossword ເຊິ່ງເປັນ CMS ທີ່ໃຊ້ໃນເວັບ LaoDictionary.net ໃຫ້ສົມບູນ ເພາະເຮັດຄ້າງໄວ້ມາດົນແລ້ວ.

ເອົາລະ, ໄວ້ຄ່ອຍວ່າກັນໃໝ່.

ຂຽນຄຳເຫັນ

*

code