ມື້ວານສັ່ງເຂົ້າກ່ອງ delivery ມາລອງກິນເບິ່ງ ຫຼັງຈາກທີ່ເຫັນໂຄສະນາໃນໜັງສືພິມວຽງຈັນໃໝ່ ມີຫຼາຍລາຍການພໍສົມຄວນ ໝູ່ເຫັນ ໝູ່ທ້ວງວ່າ ບໍ່ແມ່ນເຂົາເອົາເຂົ້າກ່ອງ CP ມາອົບຊື່ຕີ້ -_-’ ແຕ່ສຸດທ້າຍກໍສັ່ງມາສອງກ່ອງ ກໍຄື ເຂົ້າລາບໝູ ກັບເຂົ້າຂາໝູ+ໄຂ່ ສັ່ງມາກິນກັບອ້າຍທີ່ມາວຽກຢູ່ຫ້ອງການ ໃຊ້ເວລາປະມານ 40 ນາທີມາຮອດ

ລົດຊາດບໍ່ປານໃດ ແຕ່ບໍລິການໜ້າປະທັບໃຈ ປະທັບໃຈບ່ອນວ່າ ດີກວ່າບໍ່ມີຫຍັງກິນ ຫະຫະ
ກ່ອງລະ 16,000 ຫາ 18,000 ກີບ ແລ້ວແຕ່ລາຍການ.
ສົນໃຈໂທໄປໄດ້ທີ່ 021 314 074
ຫຼັງຈາກທີ່ e-Corner Weekly News ເຊິ່ງເປັນລາຍການກ່ຽວກັບຄອມພິວເຕີ ແລະເທັກໂນໂລຢີໄດ້ເຮັດອອກມາ 4 ຕອນແລ້ວ (001, 002, 003 ແລະ 004) ກໍມີສຽງຕອບຮັບເຂົ້າມາຫຼາຍສຽງຫຼາຍສາຍ ກໍຖືວ່າປະສົບຄວາມສຳເລັດໃນລະດັບນຶ່ງ ມີສຽງຕອບຮັບດີພໍສົມຄວນ.
ແຕ່ວ່າ ຢ່າງໃດກໍດີ ມັນມີເລື່ອງນຶ່ງທີ່ສົງໄສ ແລະຢາກເລົ່າກໍຄື ເລື່ອງການປັບປຸງລາຍການ ເຊັ່ນວ່າ ບາງຄົນຢາກໃຫ້ມີກ້ອງຫຼາຍໆ ມຸມ ຫຼືມີສຽງປະກອບ ຫຼືແມ່ນແຕ່ໃຫ້ພິທີກອນເບິ່ງກ້ອງ ຫຼືວ່າເວົ້າໃຫ້ດີຂຶ້ນ. ອັນເລື່ອງດີມັນກໍດີຢູ່ ທີ່ແນະນຳກັນເຂົ້າມາທັງໝົດທັງປວງ ຂ້າພະເຈົ້າໃນນາມຂອງທີມງານຫຼັກ ກໍເຫັນດີນຳທຸກສຽງຫັ້ນລະ ພຽງແຕ່ ຢາກໃຫ້ທຸກຄົນເຂົ້າໃຈກົງກັນວ່າ ສຳລັບ “ຕອນນີ້” ທີ່ພວກເຮົາ ເຮັດ e-Corner Weekly News ນັ້ນ ແມ່ນເຮັດດ້ວຍໃຈລ້ວນໆ ເຖິງແມ່ນວ່າທຸກຄົນຈະມີວຽກມີງານທີ່ຕ້ອງເຮັດທຸກມື້ ບາງຄົນໃນທີມກໍຕ້ອງຮຽນໃຫ້ຈົບປະລິນຍາ ບາງຄົນກໍເຮັດບໍລິສັດສ່ວນໂຕ ບາງຄົນກໍເປັນ freelance ບາງຄົນກໍເປັນ marketing ຫາເວລາຫວ່າງບໍ່ຄ່ອຍໄດ້ ບາງຄົນເປັນອາຈານສອນ ມີໜ້າທີ່ຂອງໃຜລາວ ແຕ່ທຸກຄົນກໍເສຍສະລະເວລາມາເຮັດ ເຮັດເພື່ອຫຍັງ? ເພື່ອໃຫ້ມັນມີ! ພວກເຮົາເບື່ອ ເບື່ອທີ່ຈະຕ້ອງເບິ່ງລາຍການ IT ທີ່ມີແຕ່ໂຄສະນາ ມີແຕ່ slide show ມີແຕ່ປະຊາສຳພັນສິນຄ້າຂອງຮ້ານໂຕເອງ ຈຶ່ງ “ລົງມື” ເຮັດໃນສິ່ງທີ່ພວກເຮົາຕ້ອງການຢາກໃຫ້ມັນເປັນ.
ທຸກຄົນທີ່ຢູ່ໃນໂຄງການນີ້ ລ້ວນແຕ່ອາສາມາເຮັດ ໂດຍບໍ່ໄດ້ຫຍັງຕອບແທນ ບໍ່ມີຫຍັງທັງໝົດ ບໍ່ມີຄ່າລົດ ບໍ່ມີຄ່າແຮງ ບໍ່ມີຄ່າໂຕ ບໍ່ມີຄ່າເຂົ້າໜົມນົມເນີຍຫຍັງທັງສິ້ນ ທຸກຄົນຕ່າງກໍມາໂດຍບໍ່ໄດ້ຫຍັງ ມີແຕ່ເສຍເວລາມາເຮັດເພື່ອໃຫ້ມີລາຍການດີໆ ນຳສະເໜີໃນສິ່ງທີ່ແຕກຕ່າງ. ດັ່ງນັ້ນຈຶ່ງຢາກໃຫ້ທຸກຄົນເຂົ້າໃຈກົງກັນວ່າ ການທີ່ພິທີກອນບໍ່ເບິ່ງກ້ອງກໍດີ, ການທີ່ມຸມກ້ອງມັນມີໜ້ອຍກໍດີ, ການທີ່ກຽມໂຕມາບໍ່ພ້ອມກໍດີ ເວົ້າຮວມແລ້ວກໍແມ່ນຄວາມຂາດຕົກບົກພ່ອງໃນລາຍການ ກໍລ້ວນແຕ່ເປັນເຫດສຸດວິໄສ ບໍ່ສາມາດຫຼີກເວັ້ນໄດ້ ຖ້າຫາກວ່າທ່ານຕ້ອງການແກ້ໄຂ ຈົ່ງຢ່າຊ້າ! ຢ່າໄດ້ລໍຖ້າຜູ່ອື່ນ! ຂໍເຊີນ! ຂໍເຊີນເຂົ້າມາຮ່ວມກັບທີມງານພວກເຮົາໄດ້ ຂໍເຊີນສະລະເວລາຂອງທ່ານ ເພື່ອປະໂຫຍດໃຫຍ່ຂອງນັກຮຽນນັກສຶກສາ ແລະຜູ່ສົນໃຈໃນ IT ຂອງປະເທດຊາດລາວເຮົາ! ທ່ານບໍ່ມັກພິທີກອນ? ມາເປັນແທນໄດ້! ທ່ານບໍ່ມັກມຸມກ້ອງ? ທ່ານມາຖ່າຍເອງໄດ້! ຖ່າຍບໍ່ມັກສຽງບາງຕອນຂາດຫາຍ? ທ່ານມາຈັບໄມໃຫ້ໄດ້! ທ່ານບໍ່ມັກຂ່າວທີ່ນຳສະເໜີ? ທ່ານມານຳສະເໜີເອງໄດ້!
ພວກເຮົາເປີດໂອກາດສະເໝີ ໃຫ້ກັບຄົນທີ່ຢາກ “ລົງມືເຮັດ” ເພື່ອ “ປ່ຽນແປງ” ໄປສູ່ “ສິ່ງທີ່ດີກວ່າ” ຖ້າຫາກວ່າທ່ານພ້ອມແລ້ວ ຢ່າໄດ້ລໍຊ້າ! ຕິດຕໍ່ມາໄດ້ເລີຍທີ່ເບີສ່ວນໂຕຂອງຂ້າພະເຈົ້າ ເຈັດ ເຈັດ ເຈັດ ເຈັດ ນຶ່ງ ເກົ້າ ສູນ ສູນ (ໃນເວລາ 9 ໂມງເຊົ້າ ເຖິງ 5 ໂມງແລງ ວັນຈັນ-ສຸກ)
“You go to war with the army you have, not the army you might want or wish to have.” – Rumsfeld
ໄປຊື້ສາຍ Data cable ຂອງ Nokia ລຸ້ນເກົ່າມາໃຊ້ກັບ Nokia 6030 ທຳອິດເຂົາສົ່ງແຜ່ນ Driver ມາໃຫ້ຜິດ ບາດນັ້ນໄດ້ໂຫລດເອົາ ກໍເລີຍລົງໄວ້ຊະ ເພື່ອອາດຈະໄດ້ໃຊ້ອີກ.
USB-to-Serial Device http://www.duckload.com/download/2176389/ca_45.rar
ໄຟລ໌ສຳຄັນແມ່ນ ser2pl.sys
ໃຊ້ໄດ້ກັບ Windows 98/ME, 2000, ແລ້ວກໍ XP
ສ່ວນ Vista ບໍ່ໄດ້ລອງ ລອງແຕ່ກັບ 7 64-bit ມັນບໍ່ໄດ້ =(
ວ່າມີບລັອກນີ້ຢູ່ ເພາະວ່າໄລຍະຫຼັງມານີ້ເມົາໄປຫຍຸ້ງກັບວຽກບໍລິສັດຫຼາຍ ຈົນຮູ້ສຶກວ່າຫ່າງເຫີນໄປກັບການເຮັດເວັບໄຊພໍສົມຄວນ ທັງວຽກຂອງ UMC ແລ້ວກໍຂອງ Lao IT Dev ທີ່ເຮັດວາລະສານ e-Corner ໃນຊ່ວງບຸກເບີກ ຄາດວ່າຕ້ອງໃຊ້ເວລາພໍສົມຄວນຈຶ່ງຈະສາມາດບັນລຸເປົ້າໝາຍທີ່ຕັ້ງໄວ້ໄດ້.
ຢ່າງໃດກໍຕາມ ໃກ້ຊິຮອດມື້ອັບເດດພັນລາວແລ້ວ =)
my life, thoughts, ideas, and random stuff… since 2007