ບັນຫາໂລກແຕກໃນ Joomla!

Posted on August 31, 2008, under ເທັກໂນໂລຢີ.

ພົບບັນຫານີ້ຂະນະທີ່ກຳລັງເຮັດເວັບໄຊ JoomlaLao.com ເຊິ່ງປະກົດວ່າ ໜ້າທຳອິດນັ້ນຂຶ້ນ Error 404 Article #44 not found ເຊິ່ງກໍ່ພະຍາຍາມແກ້ໄຂ ບໍ່ວ່າຈະເປັນການ Debug ແລ້ວ comment ໃນ line ທີ່ມີບັນຫາ ແຕ່ກໍ່ພົບບັນຫາອື່ນ ໆ ນຳຕະຫຼອດ ຫຼັງຈາກທີ່ກູກິ້ງໄປດົນເຕີບ ໃຊ້ເວລາຫຼາຍມື້ ກວ່າຈະແກ້ໄຂບັນຫານີ້ໄດ້

ສາເຫດຂອງບັນຫາກໍ່ຄື ໜ້າຫລັກ ຫຼື Frontpage ຈະຕ້ອງກຳນົດ Default menu ເຊິ່ງ default menu ນີ້ຈະດຶງເອົາຂໍ້ມູນມາສະແດງ ແລ້ວແຕ່ວ່າກຳນົດໃຫ້ດຶງຈາກບ່ອນໃດ ເຊິ່ງກໍລະນີທີ່ພົບບັນຫາແມ່ນເນື່ອງຈາກ ມັນໄປດຶງເອົາ article layout ຂອງບົດຄວາມທີ່ບໍ່ມີຢູ່ຈິງ (ຫຼືຢູ່ໃນສະຖານະ Unpublished) ມາສະແດງ ພໍດຶງມາແລ້ວບໍ່ພົບ ກໍ່ເລີຍກາຍເປັນ 404 Article Not Found ແທນ

ວິທີແກ້ໄຂແມ່ນຕ້ອງກຳນົດ Default menu ໃໝ່ ກໍ່ຈະສາມາດເຂົ້າໃຊ້ໄດ້ຕາມປົກກະຕິ ຖືວ່າເປັນຈຸດບອດຢ່າງໜຶ່ງ ຂອງຄົນທີ່ບໍ່ມີພື້ນຖານເລື່ອງໂຄງສ້າງຂອງ Joomla! ເພາະຈະບໍ່ສາມາດຮູ້ໄດ້ເລີຍວ່າ ມັນມີບັນຫາມາຈາກຫຍັງ?

ວິທີການແກ້ໄຂນີ້ໄດ້ມາຈາກການອ່ານໃນກະທູ້ໃນເວັບບອດ Joomla.org