ກຽມຍ້າຍໄປ Ubuntu #໒

Posted on January 23, 2009, under ເທັກໂນໂລຢີ.

ຕອນທີ່ສອງ ຫຼັງຈາກທີ່ມື້ຄືນວານນີ້ຂຽນໄປແລ້ວສ່ວນໜຶ່ງ ມື້ນີ້ຄຶດອອກອີກວ່າ ນອກຈາກໂປຣແກຣມແລ້ວ ຍັງມີ settings ຂອງໂປຣແກຣມອີກ ເຊັ່ນວ່າ Firefox ເພາະໃຊ້ຕະຫຼອດ ຂາດບໍ່ໄດ້ ແລ້ວກໍ່ບໍ່ຢາກເລີ່ມໃໝ່ໝົດ ສຳລັບຕອນນີ້ຈະຂຽນເລື່ອງຍ້າຍ Firefox ຈາກ Windows ໄປ Ubuntu

ເລື່ອງ Bookmarks ອັນນີ້ Foxmarks ຊ່ວຍໄດ້ ມີຂ້າມ platform ສະບາຍ ໆ ສຳລັບບັນດາ Addons ອັນນີ້ໂຫຼດໃໝ່ກໍ່ໄດ້ ແຕ່ບັນຫາທີ່ຈະມີແມ່ນ ພວກ cookies, history, etc.. ພວກນີ້ສຳຄັນ ໂດຍສະເພາະ history ເພາະຄ້ານພິມໃໝ່ໝົດ ຕອນນີ້ຍັງຄຶດຫາທາງບໍ່ໄດ້ ແຕ່ເບື້ອງຕົ້ນແມ່ນ ຕ້ອງເກັບຂໍ້ມູນໃນ %appdata%\Mozilla\Firefox ແລ້ວຄ່ອຍຊອກວິທີເອົາຍັດເຂົ້າໄປໃນ Ubuntu ໃຫ້ໄດ້

ຕາມນັ້ນ

update: ຄຶດອອກອີກຢ່າງແມ່ນ FileZilla ອັນນີ້ກໍ່ໃຊ້ປະຈຳ ແລ້ວກໍ່ຂາດບໍ່ໄດ້ ເພາະວ່າມີລາຍຊື່ເວັບໄຊທີ່ຕ້ອງໃຊ້ຢູ່ ຄ້ານແກ້ໄຂໃໝ່. FileZilla ມີລະບົບ Export ຄ່າຕ່າງ ໆ ໄວ້ແລ້ວ ສະດວກດີ ສາມາດ export ໄດ້ທັງລາຍຊື່ເວັບໃນ site manager, settings, ແລະ queue ເປັນ XML ໄວ້ import ຕອນຍ້າຍໄປ Ubuntu ໄດ້ 🙂

update ໒: WinMerge ໃຊ້ Meld ແທນ