Archive for 'ທັມມະ'

ບັນຫາ ໔ ຂໍ້ຂອງພະອິນ

Posted on December 5, 2007, under ທັມມະ.

  1. ຜູ້ທີ່ຕົບຕີຜູ້ອື່ນດ້ວຍມືດ້ວຍຕີນ ຕົບປາກຜູ້ອື່ນ ຜູ້ນັ້ນຍິ່ງເປັນທີ່ຮັກຂອງຜູ້ຖືກຕີ ຜູ້ນັ້ນແມ່ນໃຜ?
  2. ຜູ້ທີ່ດ່າວ່າຜູ້ອື່ນ ແຕ່ບໍ່ຢາກໃຫ້ເຂົາເປັນໄປຕາມນັ້ນ ແລະຄົນທີ່ຖືກດ່າ ເປັນຄົນທີ່ຮັກຂອງຄົນດ່າ ຜູ້ນັ້ນແມ່ນໃຜ?
  3. ຜູ້ທີ່ຂີ້ຕົວະຕໍ່ກັນ ເວົ້າຈາບໍ່ເປັນຄວາມຈິງ ແຕ່ຄົນທີ່ຕົວະນັ້ນແຫລະ ພັດເປັນທີ່ຮັກຂອງກັນແລະກັນ ຜູ້ນັ້ນແມ່ນໃຜ?
  4. ຜູ້ທີ່ມາເອົາເຂົ້າປາອາຫານ ສິ່ງຂອງແລະຜ້າຜ່ອນເງິນທອງ ແຕ່ຜູ້ນັ້ນພັດເປັນທີ່ຊອບໃຈຂອງເຈົ້າຂອງຊັບສິນເຫລົ່ານັ້ນ ຜູ້ນັ້ນແມ່ນໃຜ?

ທີ່ໃດມີຮັກ ທີ່ນັ້ນມີທຸກ

Posted on May 1, 2007, under ທັມມະ.

ຂຶ້ນຊື່ວ່າມີຮັກ ຍ່ອມມີທຸກສະເຫມີ ຫາກແຕ່ວ່າ ບຸກຄົນຈະເຫັນວ່າມັນເປັນຄວາມທຸກຫລືບໍ່ ຫລືອາດຈະບໍ່ເຫັນດ້ວຍເຫດພຽງຄວາມສຸກເລັກ ໆ​ ນ້ອຍ ໆ​ ທີ່ບົດບັງຄວາມຈິງ ປິດກັ້ນຄວາມທຸກອັນແສນສາຫັດໄວ້ ບຸລຸດໜຶ່ງ ພຶງກະທຳເພື່ອຍິງທີ່ຕົນຮັກໄດ້ທຸກຢ່າງ ແມ່ນວ່າອຸປະສັກຈະມາກລົ້ນພຽງໃດກໍ່ຕາມແຕ່ ບຸລຸດນັ້ນ ກັບບໍ່ເຫັນວ່າ ເປັນຄວາມທຸກແຕ່ຢ່າງໃດ ໂອ! ໜໍ… ຄວາມຫລົງໄຫລໃນໃຝ່ຫາຊ່າງມາເຮັດໃຫ້ຄົນເປັນໄປໄດ້ເຊັ່ນນັ້ນ

ຫາກແຕ່ເຮົາໄດ້ເຫັນແຈ້ງເຊິ່ງຄວາມທຸກນັ້ນແລ້ວເມື່ອໃດແລ້ວ ກໍ່ຈັກຄົງປ່ອຍວາງເສຍຖິ້ມ ເຊິ່ງຄວາມຮັກອັນເປັນດັ່ງນ້ຳເຜິ້ງທີ່ປະສົມຍາຜິດສະນັ້ນແລ ຈັກບໍ່ຫວນກັບໄປອີກເລີຍ

ຂຶ້ນຊື່ວ່າຄວາມຮັກຂອງປຸຖຸຊົນແລ້ວ ຍ່ອມຕ້ອງຖິ້ມເສຍເຊິ່ງໃນກາລອັນເປັນທີ່ສຸດແຫ່ງສັງຂານຕົນ ບຸກຄົນໃດຈະເປັນຊາຍຍິງກໍ່ຕາມ ເມື່ອປະຈັກແຈ້ງໃນຂໍ້ທັມອັນນີ້ ຍ່ອມພິຈາລະນາເຫັນຄວາມບໍ່ເປັນປະໂຫຍດແຫ່ງອາມິສສຸກນີ ແລ້ວກ້າວໄປສູ່ດິນແດນອັນໃສສະຫວ່າງນັ້ນແລ…

Technorati Tags: ທັມມະ, ຄວາມຮັກ, ສັງຂານ, ຄວາມຫລົງໄຫລ, ມີຮັກ

ບົດແຜ່ເມດຕາອຸທິດສ່ວນກຸສົນ

Posted on April 29, 2007, under ທັມມະ.

ພຸດທັງ ອະນັນຕັງ ທັມມັງຈັກກະວາລັງ ສັງຄັງ ນິພພານະ ປັດຈະໂຢໂຫຕຸ


ຜົນບຸນຂອງຂ້າພະເຈົ້າ ທີ່ໄດ້ທຳມາແລ້ວໃນອະດີດ ປັດຈຸບັນ ແລະອະນາຄົດ

ປວງສັບພະສັດທັງຫລາຍ ທີ່ວຽງວ່າຍ ຕາຍ ເກີດ ໃນສັງສາລະວັດ

ຈົງມີສ່ວນໄດ້ຮັບແຫ່ງບຸນຂອງຂ້າພະເຈົ້າ ທັງສິ້ນນີ້ເທີນ

! ຄາຖາວິເສດ !

Posted on April 10, 2007, under ທັມມະ.

ອັດຕາຫິ ອັດຕະໂນນາໂຖ

ໂກຫິ ນາໂຖ ປະໂຣສິຍາ

ອັດຕາຫິ ສຸທັນເຕນະ ນາຖັງ ລະພະຕິ ທຸນລະພັງ

…ງົງລ່ະບໍ່? ອິອິ

…ເລື່ອນ ໆ ລົງໄປອ່ານອີກໜ້ອຍໜຶ່ງດີກວ່າ…

ອັດຕາຫິ ອັດຕະໂນນາໂຖ

ຕົນແລຍ່ອມເປັນທີ່ເພິ່ງແຫ່ງຕົນ


ໂກຫິ ນາໂຖ ປະໂຣສິຍາ

ຄົນອື່ນໃດໃຜຈະເປັນທີ່ເພິ່ງໃຫ້ເຮົາໄດ້


ອັດຕາຫິ ສຸທັນເຕນະ ນາຖັງ ລະພະຕິ ທຸນລະພັງ

ເມື່ອເຮົາເຝິກຕົນເອງດີແລ້ວ ຍ່ອມຈະໄດ້ທີ່ເພິ່ງອັນປະເສີດ ອັນບຸກຄົນອື່ນຈະໄດ້ໂດຍຍາກ

ເປັນຄຳສອນທີ່ອົງສົມເດັດພະສັມມາສັມພຸດທະເຈົ້າ ໄດ້ໃຫ້ໄວ້ແກ່ເຫລົ່າພະພິກສຸເມື່ອ ໒໕໐໐ ປີມາແລ້ວ ເປັນຄຳສອນທີ່ມີຄວາມຫມາຍເລິກເຊິ່ງກິນໃຈຫລາຍສຳຫລັບຂ້າພະເຈົ້າ ຫາກຄົນທີ່ບໍ່ເຄີຍສຶກສາພະພຸດທະສາດສະໜາມາກ່ອນແລ້ວ ເມື່ອໄດ້ຍິນປະໂຫຍກທີ່ວ່າ “ຕົນແລຍ່ອມເປັນທີ່ພຶ່ງແຫ່ງຕົນ” ຄົງຈະຄິດຄັດຄ້ານຂຶ້ນມາທັນທີ ແຕ່ຄວາມຈິງແລ້ວ ມັນມີຄວາມຫມາຍອັນຍິ່ງຍວດທີ່ບໍ່ອາດຈະເບິ່ງຂ້າມໄປໄດ້ເລີຍ

ເວລາທີ່ຂ້າພະເຈົ້າສິ້ນຫວັງ ຂ້າພະເຈົ້າຈະຄິດເຖິງຄາຖານີ້ສະເຫມີ (ພ້ອມຄຳແປ) ບໍ່ແມ່ນສະເພາະຄາຖານີ້ ທຸກ ໆ ຄາຖາລ້ວນມີໄນຍະສະເຫມີ ເສຍດາຍຄົນຮຸ່ນຫລັງບໍ່ເຂົ້າໃຈເຖິງກຸດສະໂລບາຍຂອງເຈົ້າຂອງຄາຖາ ມັກຄິດໄປວ່າ ທ່ອງແລ້ວຈະໄດ້ດີເອງ ບໍ່ຕ້ອງເຮັດຫຍັງ ພຽງທ່ອງເປັນນົກແກ້ວນົກຂຸນທອງກໍ່ພໍ

ຄາຖາ ກໍ່ຄືຄຳເວົ້າທຳມະດາ ໆ ທີ່ບໍ່ທຳມະດາຢ່າງຫນຶ່ງ ບຸລຸດຜູ້ມີສະຕິ ເມື່ອໄດ້ຟັງ ໄດ້ພິຈາລະນາແລ້ວ ຍ່ອມເລັງເຫັນສາລະໃນຄຳເວົ້ານັ້ນ ໆ

Technorati Tags: ທຳມະ, ທັມມະ, ພະພຸດທະເຈົ້າ, ຄາຖາວິເສດ, ຄາຖາ, ແກ້ຈົນ, au8ust, realme

ປະຕິກູນມະນະສິການບັບພະ

Posted on April 3, 2007, under ທັມມະ.

[໒໗໗] ດູກ່ອນພິກສຸທັງຫລາຍ ອີກຂໍ້ຫນຶ່ງ ພິກສຸຍ່ອມພິຈາລະນາເຫັນກາຍນີ້ແຫລະ ແຕ່ພື້ນຕີນຂຶ້ນໄປ ແຕ່ປາຍຜົມລົງມາ ມີໜັງເປັນທີ່ສຸດຮອບ ເຕັມໄປດ້ວຍຂອງບໍ່ສະອາດມີປະການຕ່າງ ໆ ​ວ່າ ມີຢູ່ໃນກາຍນີ້ ຜົມ ຂົນ ເລັບ ແຂ້ວ ໜັງ ເນື້ອ ເອັນ ກະດູກ ເຍື່ອໃນກະດູກ ມ້າມ ຫົວໃຈ ຕັບ ຜັງຜືດ ໄຕ ປອດ ໄສ້ໃຫຍ່ ໄສ້ທົບ ອາຫານໃຫມ່ ອາຫານເກົ່າ ດີ ສະເຫຼດ ໜອງ ເລືອດ ເຫື່ອ ມົນຂົ້ນ ນ້ຳຕາ ມັນເຫຼວ ນ້ຳລາຍ ນ້ຳມູກ ໄຂຂໍ້ ມູດ ດູກ່ອນ ພິກສຸທັງຫລາຍ ປຽບເໝືອນໄຖ້ມີປາກສອງຂ້າງ ເຕັມດ້ວຍທັນຍະຊາດຕ່າງຊະນິດຄື ເຂົ້າສາລີ ເຂົ້າເປືອກ ຖົ່ວຂຽວ ຖົ່ວເຫຼືອງ ງາ ເຂົ້າສານ ບຸຣຸດຜູ້ມີໄນຕາດີແກ້ໄຖ້ນັ້ນແລ້ວ ພຶງເຫັນວ່າ ນີ້ເຂົ້າສາລີ ນີ້ເຂົ້າເປືອກ ນີ້ຖົ່ວຂຽວ ນີ້ຖົ່ວເຫຼືອງ ນີ້ງາ ນີ້ເຂົ້າສານ ສັນໃດ ພິກສຸກໍ່ສັນນັ້ນເໝືອນກັນ ຍ່ອມພິຈາລະນາເຫັນກາຍນີ້ແຫລະ ແຕ່ພື້ນຕີນຂຶ້ນໄປ ແຕ່ປາຍຜົມລົງມາ ມີໜັງເປັນທີ່ສຸດຮອບ ເຕັມດ້ວຍຂອງບໍ່ສະອາດມີປະການຕ່າງ ໆ​ ວ່າ ມີຢູ່ໃນກາຍນີ້ ຜົມ ຂົນ ເລັບ ແຂ້ວ ໜັງ ເນື້ອ ເອັນ ກະດູກ ເຍື່ອໃນກະດູກ ມ້າມ ຫົວໃຈ ຕັບ ຜັງຜືດ ໄຕ ປອດ ໄສ້ໃຫຍ່ ໄສ້ທົບ ອາຫານໃຫມ່ ອາຫານເກົ່າ ດີ ສະເຫຼດ ໜອງ ເລືອດ ເຫື່ອ ມັນຂົ້ນ ນ້ຳຕາ ມັນເຫຼວ ນ້ຳລາຍ ນ້ຳມູກ ໄຂຂໍ້ ມູດ ດັງພັນລະນາມາສະນີ້ ພິກສຸຍ່ອມພິຈາລະນາເຫັນກາຍໃນກາຍພາຍໃນແດ່ ພິຈາລະນາເຫັນກາຍໃນກາຍພາຍນອກແດ່ ພິຈາລະນາເຫັນກາຍໃນກາຍທັງພາຍໃນທັງພາຍນອກແດ່ ພິຈາລະນາເຫັນທັມຄື ຄວາມເກີດຂຶ້ນໃນກາຍແດ່ ພິຈາລະນາເຫັນທັມຄື ຄວາມເສື່ອມໃນກາຍແດ່ ພິຈາລະນາເຫັນທັມຄື ທັງຄວາມເກີດຂຶ້ນທັງຄວາມເສື່ອມໄປໃນກາຍແດ່ ຍ່ອມຢູ່ອີກຢ່າງໜຶ່ງ ສະຕິຂອງເຈົ້າທີ່ຕັ້ງໝັ້ນຢູ່ວ່າ ກາຍມີຢູ່ ກໍ່ພຽງສັກແຕ່ວ່າຄວາມຮູ້ ພຽງສັກວ່າອາໄສລະລຶກເທົ່ານັ້ນ ເຈົ້າເປັນຜູ້ອັນຕັນຫາແລະທິຖິບໍ່ອາໄສຢູ່ແລ້ວ ແລະບໍ່ຖືໝັ້ນສິ່ງໃດ ໆ ໃນໂລກ ດູກ່ອນພິກສຸທັງຫລາຍ ຢ່າງນີ້ແລ ພິກສຸຊື່ວ່າພິຈາລະນາເຫັນກາຍໃນກາຍຢູ່ ຯ

ຈົບປະຕິກູນມະນະສິການບັບພະ

Technorati Tags: ທັມມະ, ທັມ, ປະຕິກູນມະນະສິການບັບພະ, ພຸດທະສາດສະນາ, ປຕິກູລມນສິກາຣບຣຣພ, realme, au8ust

ຄວາມໂງ່ເຮັດໃຫ້ຄົນຕາບອດຄືກັນ

Posted on March 14, 2007, under ຊີວິດ, ທັມມະ, ຝອຍໃຫ້ຟັງ.

ຫລາຍ ໆ​ ຄັ້ງຄົນເຮົາມັນກໍ່ແປກ ແບບວ່າ ມັນແປກຢູ່ບ່ອນວ່າ ມັນໂງ່ ໂຄດບຣົມໂງ່ ປະມານວ່າ ກູ່ບໍ່ກັບແລ້ວແບບນັ້ນ ອັນແນວເຂົ້າໃຈງ່າຍ ໆ ມັນກໍ່ບໍ່ເຂົ້າໃຈ ອັນສິ່ງແນວໃດຊິເປັນຕາໄດ້ ມັນກໍ່ພັດວ່າໂງ່ຈົນບໍ່ເຫັນຄຸນຄ່າຂອງສິ່ງນັ້ນ ບອກໄດ້ແຕ່ວ່າ ໂງ່ ໂຄດບຣົມໂງ່ ບໍ່ຮູ້ຊິເອົາຫຍັງມາປຽບດີເລີຍ

ຄົນເຮົາເກີດມາໄດ້ກໍ່ຍ້ອນມີບຸນເກົ່າແດ່ ຖ້າບໍ່ມີບຸນໃດມາເລີຍມັນຄືຊິໄປເກີດເປັນຫມາເປັນແມວໄປແລ້ວຕີ້ ແຕ່ອັນວ່າອົດສາໄດ້ເກີດເປັນຄົນແລ້ວ ມັນກໍ່ພັດມາໂງ່ແບບນີ້ກໍ່ບໍ່ຈັກຊິວ່າແນວໃດດີ

ອັນທຳມະດາຄົນເຮົາ ຖ້າບໍ່ເປັນຄົນເຂລົາເກີນໄປ ຮອດຍາມປ່ວຍມາກໍ່ຫາກຊິຄິດໄດ້ວ່າ ຕອນນີ້ປ່ວຍຊ່ຳນີ້ ຕ້ອງຮີບເຮັດ ເຜື່ອວ່າວັນຫນ້າໄປຈະປ່ວຍຫນັກກວ່ານີ້ຊິເຮັດບໍ່ໄດ້ ໄອ້ຄົນໂງ່ມັນບໍ່ຄິດແບບນີ້ ມັນໄປຄິດວ່າ ຕອນນີ້ປ່ວຍຊ່ຳນີ້ ຕ້ອງຮີບພັກ ດຽວມື້ຫນ້າມາປ່ວຍຫນັກກວ່ານີ້ຊິບໍ່ໄດ້ພັກ ອັນນີ້ແຫລ່ະຄວາມແຕກຕ່າງກັນ

ຊີວິດຄົນເຮົາມັນສັ້ນ ຄວາມຕາຍມັນຢູ່ປາຍຮູດັງນີ້ຊື່ ຄົນເຮົາມັນຕາຍກັນງ່າຍ ໆ ຢູ່ສອງແນວ ຫາຍໃຈອອກບໍ່ຫາຍໃຈເຂົ້າແລ້ວກໍ່ຕາຍ ກັບຫາຍໃຈເຂົ້າບໍ່ຫາຍໃຈອອກແລ້ວກໍ່ຕາຍ ມັນມີແຕ່ສອງແບບນີ້ລ່ະຄວາມຕາຍຂອງຄົນ

ອັນຄົນມັນວ່າມີອາຍຸຍືນ ສູງສຸດດຽວນີ້ຊິມີໃຜຢູ່ໄດ້ເກີນຮ້ອຍປີ? ແຕ່ອັນວ່າຄົນພາລ ມັນບໍ່ເຫັນປະໂຫຍດຂອງຄວາມດີ ມັນບໍ່ເຫັນວ່າຄົນເຮົາລ້ວນແລ້ວແຕ່ອາຍຸສັ້ນພລັນຕາຍ ມັນຍັງປະຕິບັດຕົນຢ່າງປະມາດ ອັນຄົນເຊັ່ນນີ້ລະ ທີ່ຫາປະໂຫຍດໃນປະຈຸບັນບໍ່ໄດ້ ແມ້ນໃນອະນາຄົດກໍ່ມີຄະຕິທີ່ບໍ່ທ່ຽງ