Tag Archives: ພາສາລາວ

ຢ່າຍອມແພ້!

ຟັງໂຄສະນາ M150 ຢູ່ວິທະຍຸ ມີນັກກິລາຍິງເວົ້າໆໆ ມາຮອດປະໂຫຍກນຶ່ງ ບອກວ່າ “ຢ່າຍອມແພ້” ອ້າວ… ເປັນນັກກິລາ ແຕ່ບອກວ່າຢ່າຍອມແພ້ ສົງໄສເພິ່ນບໍ່ຢາກຊະນະບໍ້ຊັ້ນ lol

Skype 2.0.0.72 ພາສາລາວ

ແປ SMF ຍັງບໍ່ທັນແລ້ວ ເກີດຢາກມາລອງແປ Skype ເວີຊັນ Linux ລອງເບິ່ງ ປະກົດໄດ້ດັ່ງພາບ ..

Skype Lao

ມີບັນຫາຢູ່ກໍ່ຄື Skype ບໍ່ຮອງຮັບພາສາລາວໂດຍກົງ ໜາຍຄວາມວ່າເຖິງຈະແປໄດ້ ແຕ່ກໍ່ຕ້ອງອາໄສອ້າງອິງຊື່ພາສາອື່ນ ເຊິ່ງໃນກໍລະນີນີ້ຄື Latvian ນັ້ນເອງ ອັນເປັນສາເຫດມາຈາກໂປຣແກຣມ Skype ເອງ ເຊິ່ງມີຄົນ (ເຂົ້າໃຈວ່າແມ່ນທີມງານ) ອະທິບາຍໄວ້ໃນນີ້

ການແປແມ່ນໃຊ້ Qt Linguist ໂດຍເອົາໄຟລ໌ພາສາຢູ່ໃນ /usr/share/skype/lang ມາແປ

update: ໃຜຢາກລອງໃຊ້ກໍ່ໂຫລດ skype_20017_lao.zip ໄປລອງໄດ້ເລີຍ ວິທີຕິດຕັ້ງແມ່ນໂຫລດໄປແລ້ວແຕກໄຟລ໌ ຈາກນັ້ນຈະໄດ້ສອງໄຟລ໌ ໃຫ້ເອົາໄປທັບໄຟລ໌ເກົ່າໃນ /usr/share/skype/lang/ (ອາດຈະຕ້ອງໃຊ້ root) ແລ້ວກໍ່ເລືອກພາສາໃນ skype ຈາກນັ້ນ restart skype ກໍ່ເປັນອັນສິ້ນສຸດ 😉

Google ຮູ້ພາສາລາວ

ເວລາເຮັດ SEO ສຳລັບເວັບພາສາລາວ ມັກຈະຄິດວ່າຕ້ອງຂຽນ keyword ໃຫ້ຄອບຄຸມ ເພາະໃນພາສາລາວມີພະຍັນຊະນະປະສົມເຊັ່ນ ຄຳວ່າ “ໝາ” ສາມາດສະກົດເປັນ “ຫມາ” ໄດ້ນຳ ກໍ່ຄິດລຳບາກໃຈວ່າ ຕ້ອງໃຊ້ທັງສອງຄຳ ເພື່ອໃນກໍລະນີທີ່ມີຄົນຊອກຫາ keyword ນີ້ຜ່ານ search engine ຈະໄດ້ດັກໄວ້ທັງ “ຫມາ” ແລະ “ໝາ”

ບັງເອີນວ່າ ມື້ນີ້ມີໂອກາດ search ຫາກ່ຽວກັບໝາ ກໍ່ເລີຍໃຊ້ kw ວ່າ “ໝາ” ແຕ່ບໍ່ພົບເວັບທີ່ຕ້ອງການ ກໍ່ເລີຍປ່ຽນໄປໃຊ້ຄຳວ່າ “ຫມາ” ປະກົດວ່າ ໃຫ້ຜົນການຊອກຫາດຽວກັນ!

ສັງເກດບ່ອນທີ່ຂີດກ້ອງສີແດງ ຈະເຫັນວ່າ Google ສາມາດຊອກໄດ້ທັງຄຳວ່າ “ຫມາ” ແລະ “ໝາ” ເພາະມັນຮູ້ວ່າ ໝາຍເຖິງສິ່ງດຽວກັນ!

Firefox VS. IE

ເວົ້າຮອດເລື່ອງການຄຸມພາສາໃນ Firefox ແລະ IE ເບິ່ງແລ້ວ IE ຊະນະ Firefox ຂາດລອຍ ເພາະວ່າ IE ມີພາສາລາວໃຫ້ເລືອກວ່າຊິໃຊ້ຟອນຕ໌ໃດສຳຫລັບພາສາລາວ ເຊິ່ງມັນກໍ່ຈະໃຊ້ຟອນຕ໌ນັ້ນສະແດງຜົນໄດ້ຖືກຕ້ອງ ບໍ່ຄື Firefox ທີ່ບໍ່ມີພາສາລາວໃຫ້ເລືອກ ເລີຍວ່າຕ້ອງໄປເລືອກຟອນຕ໌ໃນ Other language ແທນ ເຮັດໃຫ້ພາສາອື່ນຜິດປົກກະຕິໄປນຳ

Firefox

IE