it’s your fault not ours

ຂຽນເມື່ອ August 4, 2009, ໃນຫມວດ ຝອຍໃຫ້ຟັງ.

ແຂກມາປ່ຽນເງິນ $100 ໄລ່ໃຫ້ 8,499 ໄດ້ຢູ່ 849,900 ເອົາໃຫ້ 849,500 ເຂົາໄປແລ້ວຄົນອື່ນມາແຕກເງິນຕໍ່ອີກສອງສາມຄົນ ຈາກນັ້ນເຂົາກັບມາ ບອກວ່າ ເງິນບໍ່ພໍ ລອງໄລ່ເບິ່ງແລ້ວມີແຕ່ 799,500 ຂາດໄປ 50,000 ກີບ ເຂົາບອກວ່າ ເປັນຄວາມຜິດຂອງເຈົ້າ ເຈົ້າຕ້ອງຮັບຜິດຊອບ ເລີຍບອກໄປວ່າ ມີປ້າຍບອກແລ້ວວ່າໃຫ້ໄລ່ເງິນກ່ອນອອກໄປ

ເຂົາບອກວ່າ ເຂົາຫຼີກໃຫ້ຄົນອື່ນມາປ່ຽນເງິນ ເຂົາລົງໄປໄລ່ຢູ່ໃກ້ ໆ ນີ້ນຶ່ງ ແລ້ວມັນກໍບໍ່ພໍ ກັບມາບອກຢູ່ນີ້ ເລີຍຕອບໄປວ່າ ມັນເປັນສິດຂອງເຈົ້າທີ່ຈະໄລ່ຕໍ່ໜ້າຂ້ອຍຫຼັງຈາກຮັບເງິນ ເມື່ອເຈົ້າສະລະສິດນີ້ໄປແລ້ວ ຈະມາຮຽກຮ້ອງນຳຫຼັງ ຂ້ອຍຊ່ວຍຫຍັງບໍ່ໄດ້

ເຂົາຕອບກັບວ່າ it’s your fault not our fault, you’re public service you shouldn’t do this to us

ບລາ ໆ ໆໆ

ແລ້ວກໍບອກ goodnight ສົ່ງເຮົາ -_-‘

ພີ່ນ້ອງເອີ້ຍ ຂ້ອຍຜິດຫວານິ -*-

Tags: , ,

3 ຄຳເຫັນກ່ຽວກັບເລື່ອງນີ້ to "it’s your fault not ours"

gravatar

november59  on August 4, 2009

ແລ້ວນິນສົ່ງເີນມັນຄືນຫວາ?
ຫຼືວ່າປ່ອຍມັນປ່ວງເອງຕໍ່ໄປ -..-

gravatar

au8ust  on August 4, 2009

ຂຽນບໍ່ທັນຈົບ ລືມຕໍ່ -*-

ຕໍ່ໃນ comment ເອົາເນາະ 😛

ຫຼັງຈາກລົມກັນແລ້ວກໍບອກວ່າ it’s your right to check it in front of me ມັນເປັນສິດຂອງເຈົ້າທີ່ຈະກວດເງິນຕໍ່ໜ້າຂ້ອຍ (ເພື່ອໃຫ້ຮັບຮູ້ນຳກັນ) ເມື່ອສະລະສິດນີ້ແລ້ວ ຈະມາຮຽກຮ້ອງອີກບໍ່ໄດ້ ເຖິງຈະບອກວ່າ ບໍ່ໄດ້ໄປໃສໄກ ຢືນນັບໃກ້ ໆ ນີ້ກໍຕາມ (ແຕ່ຢູ່ນອກສາຍຕາເຮົາແລ້ວ) ເຂົາເຈົ້າເລີຍບໍ່ເອົາຄວາມຕໍ່ ແຕ່ກໍບໍ່ພໍໃຈ ຄຶດວ່າເຮົາໄປໂກງເຂົາ ແຕ່ເຮົາກໍບໍ່ໄດ້ໂກງດອກ ແຕ່ກໍບໍ່ຮູ້ວ່າໄລ່ຜິດແທ້ບໍ່ ເພາະເຂົາບໍ່ທ້ວງຕັ້ງແຕ່ຕອນທຳອິດພຸ້ນ

ໃນມື້ດຽວກັນນັ້ນລະ ທີ່ໄລ່ເງິນຫຼົງ ຕອນຫົວແລງເຮົາໄປເຝົ້າຮ້ານຫັ້ນ rate ເງິນ EURO ແມ່ນ 12,100 ເຮົາເບິ່ງສອງສາມເທື່ອແລ້ວກໍຈື່ໄວ້ ບາດນັ້ນເມຍມາປ່ຽນ rate ຕອນເຮົາບໍ່ຢູ່ ແລ້ວບໍ່ບອກ ເຮົາກໍກົ້ມໜ້າກົ້ມຕາປ່ຽນ 12,100 ຢູ່ ແຕ່ຄວາມຈິງມັນຖືກປ່ຽນເປັນ 12,000 ໃຜມາປ່ຽນກໍເຫັນຢູ່ວ່າມັນແມ່ນ 12,000 ແຕ່ເຮົາໄລ່ໃຫ້ 12,100 ບໍ່ມີໃຜເລີຍທີ່ທ້ວງວ່າເຮົາໄລ່ເກີນໃຫ້ ມີແຕ່ຄົນເອົາໄປ ໆ ໆ ໆໆ ມີຄົນລາວມາປ່ຽນນຳ ເຂົາກໍເຫັນ ເຂົາກໍບໍ່ທ້ວງ ເຂົາຮີບໄປຊ້ຳ

ນີ້ລະນໍຄົນເຮົາ

gravatar

november59  on August 4, 2009

ເອະ…..ແນວນີ້ເນາະ -.-
ສ່ວນຫຼາຍເຮົາບໍ່ເຈິເດາະຝລັ່ງຊື້ເຄື່ອງເລື່ອງເງີນ.
ມີແຕ່ວ່າເຮົາເອົາເທົ່າທີ່ມັນຊື້,ມັນໃຫ້ເກີນເຮົາກະບອກວ່າ
ລືມເງີນຖອນ.
ຖ້າມີໃຫ້ອຸກໃຈກະເລື່ອງມັນມີເງີນບາດ,ຊື້ນ້ຳ 2-3ພັນກິບ,
ເຮົາລະບໍ່ຊ່າງຊິໄລ່,ບາດຄິດໄລ່ເປັນຈຳນວນເງີນໃຫ້ແລ້ວ,
ມັນພັດວ່າຂໍເປັນເງີນບາດເດີເງີນຖອນ.
ເວນ…ກູຊິເອົາໃສ່ມາຖອນເນາະ,ເງີນຫລຽນກູບໍ່ມີໄດ,ຝລັ່ງ.

ຂຽນຄຳເຫັນ

*

code