ບັນຫາ ໔ ຂໍ້ຂອງພະອິນ

ຂຽນເມື່ອ December 5, 2007, ໃນຫມວດ ທັມມະ.

  1. ຜູ້ທີ່ຕົບຕີຜູ້ອື່ນດ້ວຍມືດ້ວຍຕີນ ຕົບປາກຜູ້ອື່ນ ຜູ້ນັ້ນຍິ່ງເປັນທີ່ຮັກຂອງຜູ້ຖືກຕີ ຜູ້ນັ້ນແມ່ນໃຜ?
  2. ຜູ້ທີ່ດ່າວ່າຜູ້ອື່ນ ແຕ່ບໍ່ຢາກໃຫ້ເຂົາເປັນໄປຕາມນັ້ນ ແລະຄົນທີ່ຖືກດ່າ ເປັນຄົນທີ່ຮັກຂອງຄົນດ່າ ຜູ້ນັ້ນແມ່ນໃຜ?
  3. ຜູ້ທີ່ຂີ້ຕົວະຕໍ່ກັນ ເວົ້າຈາບໍ່ເປັນຄວາມຈິງ ແຕ່ຄົນທີ່ຕົວະນັ້ນແຫລະ ພັດເປັນທີ່ຮັກຂອງກັນແລະກັນ ຜູ້ນັ້ນແມ່ນໃຜ?
  4. ຜູ້ທີ່ມາເອົາເຂົ້າປາອາຫານ ສິ່ງຂອງແລະຜ້າຜ່ອນເງິນທອງ ແຕ່ຜູ້ນັ້ນພັດເປັນທີ່ຊອບໃຈຂອງເຈົ້າຂອງຊັບສິນເຫລົ່ານັ້ນ ຜູ້ນັ້ນແມ່ນໃຜ?

Tags: , , , , ,

7 ຄຳເຫັນກ່ຽວກັບເລື່ອງນີ້ to "ບັນຫາ ໔ ຂໍ້ຂອງພະອິນ"

gravatar

au8ust  on December 5, 2007

ສັງເກດວ່າໂພສຕ໌ນີ້ຄິດ Index ໃນ Google ພາຍໃນເວລາ 20 ນາທີ ^o^

gravatar

pnomsin  on December 5, 2007

ຖ້າຕ້ອງການໃຫ້ຕອບຂໍຕອບເລີຍ
1 ແມ່ນແອນ້ອຍກັບແມ່
ແອນ້ອຍເຕະຕີແມ່ທີ່ກຳລັງອຸ້ມຕາມປະສາແອນ້ອຍ ຕີນຢັນຫນ້າແມ່ ມືຟາດແມ່ ແມ່ກໍ່ຍິ່ງຮັກຍິ່ງແພງລູກນ້ອຍ
2 ແມ່ນພໍ່ແມ່ ຮ້າຍດ່າລູກ, ດ່າໄປໃຈກໍ່ບໍ່ໄດ້ຫວັງຮ້າຍຫຍັງກັບລູກ
3 ອັນນີ້ແມ່ນຜົວເມຍຢອກກັນ,ເມຍຖາມຜົວ ເຈົ້າສິໄປໃສແຕ່ງຕົວຫລໍ່ແທ້, ຜົວຕອບວ່າສິໄປຫາເມຍນ້ອຍກ່ອນ ບໍ່ເຫັນກັນດົນ..ທັງໆທີ່ບໍ່ຈິງເລີຍ
4 ແມ່ນພະສົງ, ເພິ່ນຮັບເອົາຂອງທານຈາກເຮົາໄປ ແຕ່ເຮົາກໍ່ເຕັມໃຈທານໃຫ້
ເອົາມາຈາກເລື້ອງ ມະໂຫສົດ ແມ່ນບໍ່

gravatar

au8ust  on December 5, 2007

ແມ່ນແລ້ວທ່ານພະນົມສິນ ຄິດວ່າຄົນອາຍຸຫລັກ 3 ຂຶ້ນໄປຕ້ອງເຄີຍຟັງແລະຈື່ໄດ້ແນ່ນອນ 😀

gravatar

pnomsin  on December 5, 2007

ບໍ່ແມ່ນແນວນັ້ນທ່ານ
http://www.larnbuddhism.com/buddha/mahosot13.html
ໄປຖາມລຸງເກີ້ລມາ
555

gravatar

au8ust  on December 5, 2007

ໂອຍ ກະດຽວວ່າແມ່ນຫຍັງ 555

ໃຊ້ keyword ໃດນໍ້?

gravatar

Diow  on December 7, 2007

ເວົ້າແນວນີ້ທ່ານພະນົມສິນສິນ້ອຍໃຈໃດ໋

gravatar

nokkk  on January 25, 2009

ຄົນຜູ້ນັ້ນກໍ່ຄືພໍ່ແມ່

ຂຽນຄຳເຫັນ

*

code