WiFi (no)switch #2

ຂຽນເມື່ອ September 20, 2009, ໃນຫມວດ ເທັກໂນໂລຢີ.

ຈາກກ່ອນໜ້ານີ້ໃນ “WiFi (no)switch” ປາກົດວ່າ ຕອນນີ້ສາມາດແກ້ໄຂບັນຫາໄດ້ແລ້ວ … ໂດຍການໃຊ້ວິທີງ່າຍໆ ເທົ່ານັ້ນເອງ .. ລອງທວາຍກັນເບິ່ງວ່າເຮັດແນວໃດ?

  1. re-assembly switch ເອງໃໝ່ດ້ວຍຕົນເອງ
  2. ໃຊ້ປາຕິຫານ
  3. ສົ່ງໄປຮ້ານແປງ
  4. ໃຊ້ Google

ຢ່າງບໍ່ຕ້ອງສົງໄສ ສະໄໝນີ້ໃຜໆ ກໍໃຊ້ Google ເມື່ອພົບບັນຫາ ມີແຕ່ຄົນໂງ່ເທົ່ານັ້ນລະທີ່ບໍ່ໃຊ້ ສ່ວນ jackpot ກໍຄື ຄົນຂຽນນີ້ແຫຼະທີ່ໂງ່ພໍທີ່ບໍ່ໃຊ້ Google ມາເປັນປີໆ!!!

ຫຼັງຈາກທີ່ເກີດບັນຫາໃນ “WiFi (no)switch” ແລ້ວ ກໍປາກົດວ່າ ມີມື້ນຶ່ງໄປມອດມັນ ເພາະວ່າ standby ບໍ່ໄດ້ ຈຳເປັນຕ້ອງ shutdown ຫຼັງຈາກນັ້ນປາກົດວ່າ ບໍ່ສາມາດເປີດ wifi ໄດ້ອີກເລີຍ -*-

ຕໍ່ມາຈຶ່ງຫາຫຍັງມາເຂ່ຍໆ ແຕ່ກໍເປົ່າປະໂຫຍດ ມັນບໍ່ມີຫຍັງອີກແລ້ວ … ຈຳໃຈເອົາ USB WiFi Adapter ມາໃຊ້ແທນ ເຊິ່ງກໍປ່ວງໆ ດຽວຕິດໆດັບໆ … ຄວາມສະຫຼາດມັນເກີດບ່ອນນີ້ລະ ເມື່ອລອງທຸກວິທີແລ້ວ ກໍມາຄຶດອອກວ່າໃຊ້ Google ດີກວ່າ ແລະພົບກັບ http://techrepublic.com.com/5208-1035-0.html?forumID=101&threadID=255471 ແລ້ວກໍໄປໂຫຼດ Acer Lunch Manager ມາຕິດຕັ້ງ ຈາກນັ້ນ reboot ແລ້ວກໍ bingo!! ໃຊ້ໄດ້ໂດຍບໍ່ຕ້ອງສົນໃຈ switch ແລ້ວ ກັກໆ … – -a

Tags: , ,

ມີຄົນຂຽນຄຳເຫັນ ໑ ຄົນ to "WiFi (no)switch #2"

gravatar

Antibiotic  on October 8, 2009

ບໍ່ໄດ້ປິດດົນປານໃດລະຫັ້ນ ອັນໂນດບຸກ?

ຂຽນຄຳເຫັນ

*

code