ພໍດີມີໂພສນຶ່ງໃນ Facebook ຕາມຂ້າງເທິງ
ເອົາແທ້ໆ ໂດຍສ່ວນໂຕແລ້ວ ບໍ່ຄິດວ່າການເຮັດເວັບທີ່ບໍ່ມີກົດລະບຽບ ບໍ່ມີການວາງນະໂຍບາຍການນຳໃຊ້ທີ່ດີ ມັນຈະເປັນເລື່ອງດີ ຫຼືຍືນຍາວຫຍັງ. ຄືໃນແງ່ຂອງການບໍລິຫານແລ້ວ ການທີ່ເຮັດເວັບເປັນເວັບເສລີ ແນ່ນອນລະ ມັນມີຄົນເຮັດ ກໍເຊັ່ນແບບເວັບບອດມະຫາສານ ຫຼື ແບບອິນລາວ ທີ່ສຸດທ້າຍແລ້ວມີແຕ່ກະທູ້ດ່າກັນ ໃສ່ຮ້າຍປ້າຍສີ ໂດຍບໍ່ມີໃຜມາເບິ່ງຄວາມເປັນລະບຽບຮຽບຮ້ອຍ ອີກທັງມີການປອມໂຕມາໂພສ ສາລະພັດຢ່າງ. ແລ້ວມັນດີແນວໃດ? ອາດຈະດີສຳລັບຄົນທີ່ຕ້ອງການຄວາມວຸ້ນວາຍ…
ຖ້າບໍ່ເຂົ້າຂ້າງໂຕເອງ ເຊື່ອວ່າ ພັນລາວມັນບໍ່ມີຄົນເຂົ້າຍ້ອນວ່າ:
- ຄົນຍ້າຍໄປ Facebook ໝົດ ເຊິ່ງກໍບໍ່ແມ່ນພັນລາວດອກ ເວັບອື່ນໆ ເຊັ່ນ Laozaa, Mahasan, Samakomlao ຫຼືເວັບໃນຍຸກດຽວກັນກໍໄດ້ຮັບຜົນກະທົບ
- ເວັບເຂົ້າຊ້າຫຼາຍ ໃນໄລຍະຫຼັງ ຫຼືຈະເວົ້າອີກຢ່າງ ຕັ້ງແຕ່ຕົ້ນມາ ລະບົບພັນລາວມີບັນຫາຫຼາຍ ຫຼາຍຄັ້ງມັນກໍເຮັດໃຫ້ Server ດັບ ບໍ່ຕອບສະໜອງ ເຂົ້າຫຼາຍເທື່ອບໍ່ໄດ້ ຄົນກໍບໍ່ຢາກເຂົ້າ
- ບໍ່ມີຫຍັງໜ້າສົນໃຈ ແຕ່ກ່ອນມີຄົນເຂົ້າ ເພາະຕອນນັ້ນບໍ່ມີຫຍັງໃນອິນເຕີເນັດຫຼາຍເທື່ອ ແຕ່ຕອນນີ້ເນື້ອຫາສ່ວນໃຫຍ່ໄປໂຮມກັນໃນ Facebook ຕອບສະໜອງໂຈດຜູ່ໃຊ້ໄດ້ຫຼາຍກວ່າ ເວັບອື່ນໆ ຄົນກໍໜ້ອຍລົງເປັນປົກກະຕິ ເຊິ່ງພວກເວັບຂ່າວຕ່າງໆ ໃນລາວກໍໄດ້ຮັບຜົນກະທົບເຊັ່ນກັນ
- ມັກເປີດໆປິດໆເວັບ ຍອມຮັບວ່າຫຼາຍເທື່ອ ມັກເປີດ ມັກປິດ ໂດຍບໍ່ແຈ້ງລ່ວງໜ້າ ບາງທີກໍອັບເກຣດເວັບ ແລ້ວ roll back ໂດຍບໍ່ບອກຜູ່ໃຊ້ ກໍເຫັນໃຈແຫລະ ຄົນເຂົ້າມາບໍ່ໄດ້ ດຽວໄດ້ ດຽວບໍ່ໄດ້ ໃຜຊິຢາກເຂົ້າ
ສຳລັບຕອນນີ້ກໍຕັ້ງໃຈວ່າ ຈະປັບປຸງໃນສ່ວນຂອງເພງໃຫ້ດີຂຶ້ນ ແຕ່ມັນຈະເປັນແນວໃດ ກໍຖ້າເບິ່ງກັນໄດ້ຫຼັງປີໃໝ່ໃນພັນລາວ 🙂