Category Archives: ເທັກໂນໂລຢີ

ໃນ Google Talk

ພໍດີມື້ວານມື້ກ່ອນໄດ້ເຫັນຊື່ຂອງອ້າຍອະນຸສັກໃນເວັບໂຄງການ Lao Open Source Localization project ກໍ່ເລີຍຄິດອອກວ່າຢາກລົມນຳ ເລີຍແອດເມລເພິ່ນໄປໃນ Google Talk ເຊິ່ງມື້ຖັດມາກໍ່ໄດ້ລົມຫນ້ອຍຫນຶ່ງແຕ່ວ່າເພິ່ນ log out ໄປກ່ອນ ມື້ວານເລີຍໄດ້ລົມອີກບາດຫນຶ່ງ ເວົ້າກັນຫລາຍເລື່ອງ ຕັ້ງແຕ່ເລື່ອງຄວາມຄືບຫນ້າຂອງໂຄງການ OpenSource ຕ່າງ ໆ ໄປຈົນເຖິງເລື່ອງການພັດທະນາ software ໃນລາວ ກໍ່ວ່າບ້ານເຮົາອັນທີ່ຈິງອາດຈະມີນັກພັດທະນາຢູ່ຫລາຍ ແຕ່ວາບໍ່ເກາະກຸ່ມກັນຢູ່ ກ່າວຄືມັກຈະຢູ່ກັນຢ່າງສັນໂດດ ເຈົ້າກໍ່ເຮັດແຕ່ຂອງເຈົາ ຂ້ອຍກໍ່ເຮັດແຕ່ຂອງຂ້ອຍ ບໍ່ໄດ້ມີການແລກປ່ຽນຂໍ້ມູນກັນເທົ່າທີ່ຄວນ ກໍ່ເລີຍໄປ ໆ ມາ ໆ ຢຽບແຕ່ຮອຍເກົ່າ

ຢ່າງໃດກໍ່ຕາມ ສຳຫລັບສະຖານະການໃນຕອນນີ້ກໍ່ຖືວ່າດີຂຶ້ນຫລາຍເມື່ອທຽບກັບເມື່ອກ່ອນ ສາເຫດຫລັກໃຫຍ່ອາດຈະເນື່ອງມາຈາກວ່າມີ Unicode font ໃຫ້ໃຊ້ງານ ຈຶ່ງເຮັດໃຫ້ລະບົບພາສາລາວເທິງເວັບບໍ່ເປັນອຸປະສັກອີກຕໍ່ໄປ

ອັບເດດລາຍຊື່ເວັບໃນເຄືອຫລ້າສຸດ

ຊ່ວງນີ້ມີວຽກຫລາຍຢ່າງຕ້ອງເຮັດ ກໍ່ເລີຍບໍ່ຄ່ອຍໄດ້ Active ໃນການເຮັດເວັບປານໃດແລ້ວ ແຕ່ວ່າຢ່າງໃດກໍ່ຕາມ ເວັບໃນເຄືອຂ່າຍ au8ust ກໍ່ມີການເພີ່ມຂຶ້ນເລັກນ້ອຍເຖິງປານກາງຕາມແຮງລົມຈາກທິດຕາເວັນອອກ 😛

ມາເຂົ້າເລື່ອງກັນເລີຍ ສຳຫລັບຄວາມຄືບຫນ້າຕອນນີ້ LaoBlogger.com ສຳເລັດໄປສ່ວນຫນຶ່ງແລ້ວ ແຕ່ວ່າຫນ້າຫລັກຍັງຄົງບໍ່ໄດ້ຮັບການປັບແຕ່ງໃຫ້ດີເທື່ອ ລວມໄປເຖິງການໃສ່ HTML/JavaScript code ທີ່ຍັງເຮັດບໍ່ໄດ້ ເຊິ່ງສ່ວນນີ້ສຳຄັນຫລາຍ ເພາະຕ້ອງໃຊ້ໃນກໍລະນີຈະເອົາ Tracker ເຂົ້າມາ

ຕໍ່ມາກໍ່ຄື LaoUpload.com ຄວາມຈິງໂດເມນນີ້ໄດ້ມາດ້ວຍຄວາມບັງເອີນ ເພາະວ່າກ່ອນຫນ້ານີ້ໄປຈົດທະບຽນເຊົ່າ host ກັບ Dreamhost ແລ້ວເຂົາມີ Promotion ສະຫລອງຄົບຮອບ 10 ປີ ກໍ່ເລີຍໄດ້ Host + Domain ມາໃນລາຄາຖືກແສນຖືກ (ປະມານ $10 ຕໍ່ປີ ຫາກຈື່ບໍ່ຜິດ) ໃນ LaoUpload.com ນີ້ເຮັດເປັນເວັບສຳຫລັບອັບໂຫລດໄຟລ໌ຕ່າງ ໆ ໄປຝາກໄວ້ ເພື່ອໃຫ້ຄົນອື່ນໄດ້ດາວໂຫລດໄດ້ ເຊິ່ງຕອນນີ້ລາວອັບໂຫລດກໍ່ຄືບຫນ້າໄປຫລາຍແລ້ວ ແຕ່ຍັງຄົງມີຫລາຍສ່ວນທີ່ຕ້ອງແກ້ໄຂ ລວມໄປເຖິງການເຮັດ subdomain ແຍກສຳຫລັບຜູ້ຕ້ອງການອັບໂຫລດຮູບພາບໂດຍສະເພາະ

ແລະສຸດທ້າຍແຕ່ຍັງບໍ່ທ້າຍສຸດກໍ່ຄື Punlao.com ອັນນີ້ຕັ້ງໃຈວ່າຈະເຮັດເປັນ… ອືມ…ໄວ້ Surprise ດີກວ່າ 😀 ແຕ່ວ່າຕອນນີ້ກໍ່ຍັງບໍ່ທັນໄປຮອດໃສເລີຍສຳຫລັບພັນລາວ.ຄອມ ຄາດວ່າຄົງຈະເປັນຊ່ວງປາຍປີ ຫຼືຕົ້ນປີຫນ້າກວ່າຈະໄດ້ເປີດໂຕ

ເອົາລ່ະ ມື້ນີ້ກໍ່ພໍເທົ່ານີ້ກ່ອນ ໄວ້ຈະມາຂຽນໃຫມ່ອີກ 😀

Back online!

ກັບມາອີກຄັ້ງຫນງຫລັງຈາກທີ່ down ໄປຫລາຍມື້ (ເກືອບສອງອາທິດ) ເພາະຍ້າຍ host ເຊິ່ງຕອນນິ້ຄິດວ່າ host ໃຫມ່ຊ້າກວ່າເກົ່າອີກ ກໍ່ເລີຍວ່າສົງໄສຊິໄດ້ຍ້າຍໃຫມ່ ແລະຄົງຈະໄປລອງໃຊ້ຂອງ AppServHosting.com ເບິ່ງ ເພາະວ່າ background ດີພໍສົມຄວນ

ອືມ… ມີບັນຫາຫຍັງບາງຢ່າງເຮັດໃຫ້ useronline ບໍ່ສາມາດໃຊ້ໄດ້ ກໍ່ເລີຍເອົາປລັກອິນຕົວນີ້ອອກໄປກ່ອນ ເພາະວ່າບໍ່ຄ່ອຍໄດ້ໃຊ້ຢູ່ແລ້ວແດ່ 😛

Technorati Tags: host, hosting, ກັບມາ, au8ust, realme

Drupal

ຕອນນີ້ກຳລັງມີຄວາມສົນໃຈໃນ CMS ທີ່ຊື່ວ່າ Drupal ເພາະວ່າ ຮູ້ສຶກວ່າມັນຈະໄວກວ່າ WordPress ຢູ່ຫລາຍ ແລະກໍ່ມີຄວາມຢືນຢຸ່ນເຫມາະສົມໃນການໃຊ້ງານຫລາຍກວ່າ ເສຍແຕ່ວາ ລະບົບມັນຊັບຊ້ອນເກີນ ເຄີຍເອົາມາສຶກສາຢູ່ສອງເທື່ອ ແຕ່ກໍ່ຮູ້ສຶກວ່າຍັງຍາກຢູ່ ແຕ່ບໍ່ເປັນຫຍັງລອງແລ້ວລອງອີກລອງເລື້ອຍ ໆ ໄປ

Technorati Tags: drupal, cms, au8ust, real me