LaoBlogger.com

ຂຽນເມື່ອ May 11, 2007, ໃນຫມວດ ຝອຍໃຫ້ຟັງ, ເທັກໂນໂລຢີ. (ອ່ານ 1,532 ຄັ້ງ)

ຈັກຊິໄດ້ເຮັດບໍ່ ເພາະຊ່ວງນີ້ມັນຈັກຈັ່ງໃດບຸ ບໍ່ຢາກເຮັດຫຍັງເທື່ອ ພໍດີຫາກໍ່ຊື້ Notebook ໃຫມ່ແດ່ ບໍ່ຢາກຈ່າຍເງິນ ກະໄວ້ວ່າ ຖ້າຈັກຫນ່ອຍເບິ່ງ ໃຫ້ມີເວລາຄິດ concept ເພີ່ມເຕີມກ່ອນດີກວ່າ ຢາກຫາຂໍ້ມູນໃຫ້ຫຼາຍກວ່ານີ້ແດ່ ກ່ອນທີ່ຈະເຮັດ

 

ຄວາມຈິງ ຕອນນີ້ສ່ຽນເພິ່ນກໍ່ກຳລັງເຮັດຢູ່ຄືກັນ ຮູ້ສຶກວ່າ ຈະໃຊ້ OBlog ເຊິ່ນເປັນ Blogware ຈາກຈີນວ່າຊັ້ນ ອືມ…ຖ້າເຮົາຊິເຮັດ ກໍ່ຄືຊີໃຊ້ WordPress Mu ຫັ້ນແຫລະ 😉

FWD: ກ່ອນຈະເປັນແຟນກັນ

ຂຽນເມື່ອ May 7, 2007, ໃນຫມວດ ຝອຍໃຫ້ຟັງ, ໄອເດຍ. (ອ່ານ 2,668 ຄັ້ງ)

ທີ່ມາ – Inlao.net

ເລື່ອງຂະໜາດຟອນຕ໌

ຂຽນເມື່ອ May 6, 2007, ໃນຫມວດ ຝອຍໃຫ້ຟັງ, ເທັກໂນໂລຢີ. (ອ່ານ 2,340 ຄັ້ງ)

ມື້ນີ້ໄດ້ຈັດການບັນຫາຂະໜາດຟອນຕ໌ໃນບລັອກຫລັກເປັນທີ່ຮຽບຮ້ອຍ ໂດຍການຊ່ວຍເຫລືອຈາກອ້າຍອັດ ເຊິ່ງເປັນເວບມາສເຕີຂອງ DivLand.com ເພິ່ນແນະນຳໃຫ້ເຮັດ IE-Hack ເຊິ່ງກໍ່ຊ່ວຍແກ້ບັນຫາໄດ້ຫລາຍພໍສົມຄວນ ຂະໜາດຕົວອັກສອນຖືວ່າຢູ່ໃນຂັ້ນທີ່ຍອມຮັບໄດ້ຫລາຍຂຶ້ນ

ກໍ່ຫວັງວ່າຈະສາມາດແກ້ໄຂບັນຫາ Browser ໄດ້ຫມົດໃນໄວ ໆ ນີ້ 😉

Free Host ຂອງລາວ

ຂຽນເມື່ອ May 6, 2007, ໃນຫມວດ ເທັກໂນໂລຢີ. (ອ່ານ 3,952 ຄັ້ງ)

ເປີດເບິ່ງເວບນັ້ນນີ້ໄປເລື້ອຍ ຈົນໄປເຫັນເວບໜຶ່ງເຂົ້າ ເຊິ່ງເປັນເວບທີ່ໃຫ້ບໍລິການ Free Hosting ຖືເປັນລາຍເກືອບຈະທຳອິດໃນລາວເລີຍກໍ່ວ່າໄດ້ (ຫຼືອາດຈະທຳອິດເລີຍ?)

ຮູ້ສຶກວ່າຈະມີຂໍ້ກຳຫນົດເງື່ອນໄຂຕ່າງ ໆ​ ຫຼາຍພໍສົມຄວນ ສາມາດເຂົ້າໄປເບິ່ງໄດ້ໃນ laopdr.la

ປ.ລ. ອ່ານຈາກວິທີການໃຊ້ສັບພາສາແລ້ວ ໜ້າຈະເປັນລາວນອກ ອືມ…

ສະຖິຕິ au8ust.org ປະຈຳເດືອນເມສາ ໒໐໐໗

ຂຽນເມື່ອ May 6, 2007, ໃນຫມວດ ຝອຍໃຫ້ຟັງ, ເທັກໂນໂລຢີ. (ອ່ານ 5,313 ຄັ້ງ)

ເດືອນນີ້ Visitors ທັງຫມົດ 915 ຄົນ ຄິດເປັນ 30.50 ຄົນຕໍ່ມື້ ແລະມີ Pageviews 1,975 ຄັ້ງ ຄິດເປັນ 65.83 ຄັ້ງຕໍ່ມື້

ກຸ່ມຄົນອ່ານຍັງຄົງມາຈາກລາວ ແລະໄທເປັນຫລັກ ແລະເດືອນເມສາປີນີ້ຄົນໃຊ້ Firefox ຫຼາຍກວ່າ IE ຕາມມາດ້ວຍ Opera

ສ່ວນ Windows ຍັງຄົງເປັນລະບົບປະຕິບັດການທີ່ຄົນໃຊ້ຫລາຍທີ່ສຸດ

ລາຍລະອຽດອື່ນ ໆ ກໍ່ເບິ່ງຕາມໃນຮູບເລີຍ ^_^

 

ສະຖິຕິ

ສະຖິຕິການເຂົ້າໃຊ້ງານໂດຍທົ່ວໄປ

(more…)

an HTTP server written in PHP

ຂຽນເມື່ອ May 6, 2007, ໃນຫມວດ ເທັກໂນໂລຢີ. (ອ່ານ 1,380 ຄັ້ງ)

ພໍດີຜ່ານໄປເຫັນ…

Nanoweb is an HTTP server written in PHP, designed to be small, secure, and extensible.

It is distributed under the terms of the GNU General Public License.

Nanoweb’s main features are :

– HTTP/1.1 compliance
– Powerful and easy configuration
– Modular architecture
– FastCGI, CGI and Server side includes support
– Name and port based virtual hosts
– Access control lists
– htpasswd, MySQL, PostgreSQL and LDAP authentication support
– Themes for server generated content
– Apache compatible log format, MySQL logging
– Directory browsing
– inetd support and SSL via external helpers
– Denial of Service protection
– Proxy Server extension
– Filters and gzip support
– RBL support (mail-abuse.org)
– Extension Protocols (request methods) support
– … and a lot more

ອືມ… ແລ້ວມັນຄືຫຍັງລ່ະ…!!?

ແລ້ວຊາດ

ຂຽນເມື່ອ May 5, 2007, ໃນຫມວດ ຝອຍໃຫ້ຟັງ, ເທັກໂນໂລຢີ. (ອ່ານ 2,403 ຄັ້ງ)

ວ່າຊິຂຽນດົນແລ້ວ ແຕ່ບໍ່ທັນຂຽນ ມື້ນີ້ເລີຍຊິຂຽນໃຫ້ຈົບ ໆ​ ໄປ ເລື້ອງມັນມີຢູ່ວ່າ ມື້ໜຶ່ງ ມີຄົນສົ່ງເພງມາໃຫ້ຟັງ ສົ່ງມາທາ Windows Live Messenger ກໍ່ຖ້າ ໆ​ ໆ ໆ ຈົນມັນແລ້ວ ແລ້ວກໍ່ຄລິກເປີດຟັງ… ປະກົດວ່າ… ຂຶ້ນ…

ແລ້ວຈາກນັ້ນ ມັນກໍ່ລຶບໄຟລ໌ໃຫ້ເອງພ້ອມ!!!! ໂອ້ວວວ!!! ຊ່າງມາສະຫຼາດລ້ຳລຶກຄຶກຄະນອງເອົາແທ້ເອົາວ່າ ບໍ່ສັ່ງມັນກໍ່ລຶບ 5555 ແຖມກູ້ຈາກໃສກໍ່ບໍ່ໄດ້ອີກ!!! ແລະທີ່ສຳຄັນໄປກວ່ານັ້ນ ບໍ່ສາມາດກຳໜົດໄດ້ວ່າໃຫ້ເຮັດແນວໃດເມື່ອພົບໄຟລ໌ທີ່ໜ້າສົງໄສ!! ແລ້ວຊາດ -_-“

Technorati Tags: windows live messenger, wlm, ແລ້ວຊາດ, ອັດຕະໂນມັດ, automatic, realme, au8ust

Text art

ຂຽນເມື່ອ May 3, 2007, ໃນຫມວດ ໄອເດຍ. (ອ່ານ 2,492 ຄັ້ງ)

ເອົາມາແປະໄວ້ ເຜື່ອໄດ້ໃຊ້ 😉

*̡͌l̡*̡̡ ̴̡ı̴̴̡ ̡̡͡|̲̲̲͡͡͡ ̲▫̲͡ ̲̲̲͡͡π̲̲͡͡ ̲̲͡▫̲̲͡͡ ̲|̡̡̡ ̴̡̡ı̴̡̡ *̡͌l̡*

ທີ່ມາ – ຄົນໃນ WLM

ຫາກໍ່ຮູ້

ຂຽນເມື່ອ May 2, 2007, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 2,358 ຄັ້ງ)

ພໍດີອ່ານ ໆ​ Feed ເຫັນຫົວຂໍ້ How I got banned from Digg ແລ້ວໃສ່ຂໍ້ຄວາມວ່າ (Stuff to Think About) ເລີຍຜຸດອອກທັນທີ່ວ່າ ມັນແປວ່າ “ເລື່ອງໃຫ້ຄິດ” !!!

ໂອ ພາສາອັງກິດບາງທີກໍ່ແປກັນຕາມຕົວເລີຍເນາະ ^_^

ທີ່ໃດມີຮັກ ທີ່ນັ້ນມີທຸກ

ຂຽນເມື່ອ May 1, 2007, ໃນຫມວດ ທັມມະ. (ອ່ານ 2,578 ຄັ້ງ)

ຂຶ້ນຊື່ວ່າມີຮັກ ຍ່ອມມີທຸກສະເຫມີ ຫາກແຕ່ວ່າ ບຸກຄົນຈະເຫັນວ່າມັນເປັນຄວາມທຸກຫລືບໍ່ ຫລືອາດຈະບໍ່ເຫັນດ້ວຍເຫດພຽງຄວາມສຸກເລັກ ໆ​ ນ້ອຍ ໆ​ ທີ່ບົດບັງຄວາມຈິງ ປິດກັ້ນຄວາມທຸກອັນແສນສາຫັດໄວ້ ບຸລຸດໜຶ່ງ ພຶງກະທຳເພື່ອຍິງທີ່ຕົນຮັກໄດ້ທຸກຢ່າງ ແມ່ນວ່າອຸປະສັກຈະມາກລົ້ນພຽງໃດກໍ່ຕາມແຕ່ ບຸລຸດນັ້ນ ກັບບໍ່ເຫັນວ່າ ເປັນຄວາມທຸກແຕ່ຢ່າງໃດ ໂອ! ໜໍ… ຄວາມຫລົງໄຫລໃນໃຝ່ຫາຊ່າງມາເຮັດໃຫ້ຄົນເປັນໄປໄດ້ເຊັ່ນນັ້ນ

ຫາກແຕ່ເຮົາໄດ້ເຫັນແຈ້ງເຊິ່ງຄວາມທຸກນັ້ນແລ້ວເມື່ອໃດແລ້ວ ກໍ່ຈັກຄົງປ່ອຍວາງເສຍຖິ້ມ ເຊິ່ງຄວາມຮັກອັນເປັນດັ່ງນ້ຳເຜິ້ງທີ່ປະສົມຍາຜິດສະນັ້ນແລ ຈັກບໍ່ຫວນກັບໄປອີກເລີຍ

ຂຶ້ນຊື່ວ່າຄວາມຮັກຂອງປຸຖຸຊົນແລ້ວ ຍ່ອມຕ້ອງຖິ້ມເສຍເຊິ່ງໃນກາລອັນເປັນທີ່ສຸດແຫ່ງສັງຂານຕົນ ບຸກຄົນໃດຈະເປັນຊາຍຍິງກໍ່ຕາມ ເມື່ອປະຈັກແຈ້ງໃນຂໍ້ທັມອັນນີ້ ຍ່ອມພິຈາລະນາເຫັນຄວາມບໍ່ເປັນປະໂຫຍດແຫ່ງອາມິສສຸກນີ ແລ້ວກ້າວໄປສູ່ດິນແດນອັນໃສສະຫວ່າງນັ້ນແລ…

Technorati Tags: ທັມມະ, ຄວາມຮັກ, ສັງຂານ, ຄວາມຫລົງໄຫລ, ມີຮັກ