ເລື່ອງຂອງເດວິດ
ຂຽນເມື່ອ December 24, 2013, ໃນຫມວດ ໄອເດຍ.
ອ່ານປຶ້ມ What I Wish I Knew When I Was 20 ຕອນເຊົ້າລະຫວ່າງນັ່ງຖ້າສຳພາດ VISA ອ່ານຮອດບົດທີ 4 ເຂົາເຈົ້າເວົ້າຮອດກໍລະນີສຶກສາຂອງ David Rothkopf (ປັດຈຸບັນເປັນ CEO ບໍລິສັດ Garten Rothkopf ເຮັດກ່ຽວກັບການໃຫ້ຄຳປຶກສາລະດັບນານາຊາດ) ເດວິດເປັນນັກສວຍໂອກາດໂດຍທຳມະຊາດ ບໍ່ມັກຖ້າໃຫ້ໃຜຍື່ນໂອກາດມາໃຫ້ໂຕເອງ ຢາກໄດ້ຫຍັງ ຄິດວ່າອັນໃດດີ ຄວນເຮັດ ກໍລົງມືເຮັດເອງ ບໍ່ຖ້າໃຜມາບອກ
ບໍລິສັດທຳອິດທີ່ເດວິດສ້າງຕັ້ງຂຶ້ນມີຊື່ວ່າ International Media Partners ເຊິ່ງເນັ້ນການຈັດການປະຊຸມໃຫ້ກັບບັນດາ CEO ຊັ້ນນຳຕ່າງໆ. ຄຳຖາມທີ່ຕາມມາສຳລັບບໍລິສັດຕັ້ງໃໝ່ນີ້ກໍຄື ເຮັດແນວໃດຈຶ່ງຈະໄດ້ບັນດາຜູ່ບໍລິຫານລຳດັບສູງທີ່ມີຄວາມສຳຄັນ ແລະຫາໂຕຍາກມາປະຊຸມຮ່ວມກັນໃຫ້ໄດ້. ເດວິດ ແລະໝູ່ຂອງລາວຈຶ່ງຕ້ອງສ້າງແຮງຈູງໃຈບາງຢ່າງຂຶ້ນມາ ໂດຍທີມຂອງເດວິດລົງຄວາມເຫັນກັນໃນເວລານັ້ນວ່າ ຖ້າບໍລິສັດເຮົາໄດ້ Henry Kissinger ມາເວົ້າໃນງານປະຊຸມ ກໍໍໜ້າຈະເປັນແມ່ເຫຼັກດຶງດູດທີ່ດີ (Kissinger ເປັນລັດຖະບຸລຸດ ແລະນັກລັດຖະສາດຊາວອາເມລິກາ ແຕ່ເກີດຢູ່ເຢຍລະມັນ ແລ້ວກໍເຄີຍໄດ້ຮັບຮາງວັນໂນເບວສາຂາສັນຕິພາບຕອນປີ 1973 ນຳ) ແຕ່ເຮັດແນວໃດລະ ຈຶ່ງຊິດຶງໂຕ Kissinger ມາເວົ້າໄດ້?
ເດວິດພະຍາຍາມໄປຫາຮອດບ່ອນເຮັດວຽກຂອງ Kissinger ແລ້ວຖາມລູກນ້ອງລາວວ່າ Kissinger ມີເວລາຫວ່າງໄປເວົ້າໃນການປະຊຸມແດ່ບໍ່? ຄຳຕອບກໍຄື “ບໍ່ມີບັນຫາ! ຖ້າ… ເຈົ້າຍອມຈ່າຍເງິນ 50,000 ໂດລ່າ ແລ້ວຈັດຫາຍົນສ່ວນໂຕ ພ້ອມນັກບິນ 2 ຄົນ ແລະລົດລີມູຊີນອີກ 1 ຄັນພ້ອມຄົນຂັບ”. ບໍ່ວ່າຈະເອີ້ນຄ່າໂຕມາຫຼາຍ ຫຼືໜ້ອຍຊ່ຳໃດ ກໍຖືວ່າຫຼາຍເກີນໄປ ເພາະຕອນນັ້ນເດວິດ ແລະທີມງານບໍ່ມີເງິນເລີຍ… ແຕ່ເດວິດກໍຕອບໄປວ່າ “ໄດ້ເລີຍ ເຮົາຈະຈັດໃຫ້ຕາມນັ້ນ”
ເດວິດຄິດເອົາເອງວ່າ ຫາກສາມາດພາໂຕ Henry Kissinger ມາຮ່ວມປະຊຸມໄດ້ ຊິ້ນສ່ວນທີ່ເຫຼືອກໍຈະມາປະກອບກັນເປັນຮູບເປັນຮ່າງເອງ ແລ້ວມັນກໍເປັນແບບນັ້ນອີ່ຫລີ ເພາະເມື່ອ Kissinger ຕອບຮັບແລ້ວ ບໍລິສັດຂອງເດວິດກໍເຊີນ Alexander Haig ແລະ Edmund Muskie ເຊິ່ງເຄີຍເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງສະຫະລັດຯ ມາກ່ອນ ມາຮ່ວມປະຊຸມນຳ ຮວມເຖິງນັກເວົ້າຫຼາຍຄົນ
ພໍໄດ້ເຫັນລາຍຊື່ບຸກຄົນຜູ່ມີຊື່ສຽງຍາວເປັນຫາງວ່າວແລ້ວ ບັນດາ CEO ບໍລິສັດຕ່າງໆ ກໍຕົກລົງເຂົ້າຮ່ວມຢ່າງໄວວາ ແລະເຮັດໃຫ້ບໍລິສັດ International Media Partners ຂອງເດວິດສາມາດຊອກຫາຜູ່ສະໜັບສະໜຸນການປະຊຸມມາຈ່າຍເງິນໄດ້ສະບາຍໆ
ຕໍ່ມາ Jeffrey Garten ເຊິ່ງເປັນໝູ່ຂອງເດວິດໄດ້ຂຶ້ນດຳລົງຕຳແໜ່ງຜູ່ຊ່ວຍລັດຖະມົນຕີກະຊວງການຄ້າ ກໍເລີຍຊວນເດວິດໃຫ້ເຂົ້າຮັບຕຳແໜ່ງຮອງຜູ່ຊ່ວຍລັດຖະມົນຕີກະຊວງດຽວກັນ ເພື່ອເບິ່ງແຍງການຄ້າລະຫວ່າງປະເທດ. ຟັງຊື່ຕຳແໜ່ງແລ້ວກໍຄັກໃຊ້ໄດ້ເນາະ ເດວິດມີຫ້ອງເຮັດວຽກກວ້າງຂວາງ ແລະມີທີມງານຫຼາຍຄົນ ແຕ່ເຮັດວຽກໄດ້ພຽງ 2 ອາທິດ ລາວກໍຍ່າງໄປພົບ Jeffrey ໃນຫ້ອງເຮັດວຽກ ແລ້ວຂໍລາອອກ ເພາະຮັບສະພາບແວດລ້ອມຂອງລະບົບລັດບໍ່ໄດ້ ທຸກສິ່ງທຸກຢ່າງມັນຊ້າຈົນບໍ່ໜ້າເຊື່ອເລີຍສຳລັບເດວິດ ແລ້ວລາວກໍບໍ່ສາມາດອົດທົນຖ້າໃຫ້ສິ່ງຕ່າງໆ ເກີດຂຶ້ນໄດ້. Jeffrey ໄດ້ຟັງແບບນັ້ນແລ້ວກໍພາເດວິດຍ່າງອອກໄປສູດອາກາດຢູ່ນອກອາຄານ ແລ້ວເລົ່າເລື່ອງຕະລົກໃຫ້ເດວິດຟັງເລື່ອງນຶ່ງ… ເລື່ອງກໍມີຢູ່ວ່າ:
ກາລະຄັ້ງນຶ່ງດົນນານມາແລ້ວ ມີຊາຍຄົນນຶ່ງຊື່ວ່າ ທ້າວຄຳ ຊາຍຜູ່ເຊິ່ງບໍ່ປາຖະໜາສິ່ງໃດຫຼາຍໄປກວ່າຄວາມລ່ຳລວຍ ດັ່ງນັ້ນ ທຸກມື້ລາວຈຶ່ງເຂົ້າໄປທີ່ໂບດ ແລະອະຖິຖານຂໍພອນຕໍ່ພະເຈົ້າໃຫ້ລາວຖືກເລກຮາງວັນທີ 1 ຈັກເທື່ອແດ່ທ້ອນ ເຫດການກໍດຳເນີນໄປແບບນັ້ນເລື້ອຍໆ ຈາກມື້ ເປັນອາທິດ ຈາກອາທິດ ເປັນເດືອນ ຈາກເດືອນ ເປັນປີ
ແຕ່ທ້າວຄຳກໍບໍ່ເຄີຍຖືກເລກຮາງວັນທີ 1 ສົມໃຈໝາຍປອງຈັກເທື່ອ! ໃນທີ່ສຸດ ທ້າວຄຳກໍສິ້ນສຸດຄວາມອົດທົນ ລາວຈຶ່ງເຂົ້າໄປໃນໂບດ ແລ້ວເວົ້າກັບພະເຈົ້າດ້ວຍຄວາມນ້ອຍໃຈວ່າ “ພະອົງເຮັດໃຫ້ຂ້ານ້ອຍຜິດຫວັງຢ່າງທີ່ສຸດ” ທັນໃດນັ້ນ ຄວາມງຽບໃນໂບດກໍຫາຍໄປທັນທີ ເພາະພະເຈົ້າຕອບກັບມາດ້ວຍສຽງອັນດັງສະໜັ່ນຫວັ່ນໄຫວວ່າ…
“ທ້າວຄຳ!!! ເຈົ້າຕ້ອງຊ່ວຍເຮົາອີກແຮງ!!! ຢ່າງໜ້ອຍກໍຊື້ເລກຈັກໃບກ່ອນສາ!!!”
ສິ່ງທີ່ Jeffrey ເລົ່າໃຫ້ເດວິດຟັງນັ້ນ ເປັນການເຕືອນໃຫ້ເດວິດຄິດຮອດສິ່ງທີ່ລາວກໍຮູ້ດີຢູ່ແລ້ວ ລາວບໍ່ມີມື້ຖືກເລກໄດ້ ຫາກວ່າບໍ່ຊື້ມາກ່ອນຈັກໃບນຶ່ງກໍຍັງດີ ບໍ່ມີໃຜທີ່ຈະປະເຄນເອົາເຄື່ອງມືໄປສູ່ຄວາມສຳເລັດໄປໃຫ້ດອກ ດັ່ງນັ້ນ ເດວິດຈຶ່ງກັບໄປທີ່ຫ້ອງເຮັດວຽກຂອງໂຕເອງ ແລ້ວກໍໃຊ້ສັນຊາດຕະຍານທີ່ມີຢູ່ ໃນການສ້າງສິ່ງຕ່າງໆຂຶ້ນມາ ແທນທີ່ຈະລໍຖ້າໃຫ້ໃຜຈັກຄົນນຶ່ງປາກົດໂຕເພື່ອບອກວ່າ ເຈົ້າຕ້ອງເຮັດແນວໃດແດ່ໃນຫ້ອງການນີ້. ເດວິດຮູ້ຢ່າງໄວວາວ່າ ຍັງມີຊ່ອງຫວ່າງອີກມະຫາສານທີ່ຖ້າໃຫ້ລາວເຂົ້າໄປຈັດການເຕີມເຕັມຢູ່ ແຖມຍັງມີຊັບພະຍາກອນອີກຫຼາຍໃຫ້ເລືອກໃຊ້ໄດ້ຕາມສະດວກ
ເຊິ່ງສຳລັບຕອນຈົບຂອງໜັງເລື່ອງນີ້ຖືກວ່າມະຫັດສະຈັນຫຼາຍ ເພາະຫຼາຍປີຫຼັງຈາກອອກຈາກຕຳແໜ່ງຮອງຜູ່ຊ່ວຍຯ ເດວິດກໍກາຍເປັນກຳມະການຜູ່ຈັດການຂອງບໍລິສັດ Kissinger Associates ລາວກ້າວໜ້າຈາກຄົນໜ້າໃໝ່ທີ່ໃຝ່ຝັນຈະໄດ້ຢູ່ໃນຫ້ອງປະຊຸມດຽວກັບ Henry Kissinger ມາເປັນຮຸ້ນສ່ວນທາງທຸລະກິດໃນທີ່ສຸດ
ເດວິດໄດ້ພົບກັບເລື່ອງລາວລັກສະນະນີ້ຊ້ຳແລ້ວຊ້ຳອີກຕະຫຼອດຊີວິດຂອງລາວ ແລະໃນຊີວິດຂອງຄົນທີ່ລາວສຶກສາ (ຕໍ່ມາລາວຂຽນປຶ້ມຊື່ Superclass ທີ່ກ່າວເຖິງບັນດາຜູ່ມີອິດທິພົນ ແລະອຳນາດເໜືອກວ່າທີ່ເຫຼືອໃນໂລກນີ້)
ຜູ່ທີ່ປະສົບຄວາມສຳເລັດຈະເບິ່ງຫາວິທີທີ່ເຮັດໃຫ້ໂຕເອງປະສົບຄວາມສຳເລັດ ເພາະສູດສຳເລັດ ມືທີ່ເບິ່ງບໍ່ເຫັນ ຫຼືຢາວິເສດນັ້ນບໍ່ມີຢູ່ໃນໂລກນີ້ ແຕ່ລະຄົນທີ່ລາວສຶກສາລ້ວນມີເລື່ອງລາວທີ່ເປັນເອກະລັກບໍ່ຄືໃຜ ຢ່າງໃດກໍຕາມ ຈຸດຮ່ວມຂອງທຸກຄົນກໍຄື ພວກເຂົາແຕ່ລະຄົນລ້ວນແຕ່ໃສ່ໃຈກັບຄວາມເປັນໄປໄດ້ໃນປັດຈຸບັນ ແລະໃຊ້ປະໂຫຍດຈາກທັກສະທີ່ມີຢູ່ ເພື່ອສ້າງຄວາມໄດ້ປຽບໃຫ້ກັບໂຕເອງ ຄົນເຫຼົ່ານີ້ຄົ້ນພົບວິທີເຂົ້າໄປມີອິດທິພົນຕໍ່ປະຫວັດສາດ ໂດຍບໍ່ຖ້າໃຫ້ປະຫວັດສາດເຂົ້າມາມີອິດທິພົນຕໍ່ໂຕຂອງເຂົາເຈົ້າ.
ຈົບລະເນາະຕອນນີ້ ໃຜຢາກອ່ານຕໍ່ກໍໄປຊື້ປຶ້ມ What I Wish I Knew When I was 20 ຂຽນໂດຍ Tina Seelig ມາອ່ານເອົາລະກັນ (Tina ເປັນຜູ່ອຳນວຍການບໍລິຫານຂອງຫຼັກສູດການລົງທຶນທາງເທັກໂນໂລຢີ ຂອງມະຫາວິທະຍາໄລສະແຕນຟອດ ເຊິ່ງເປັນສ່ວນນຶ່ງຂອງຄະນະວິສະວະກຳສາດ ຮວມທັງສອນວິຊານະວັດຕະກຳ ແລະການເປັນຜູ່ປະກອບການສະຖາບັນການອອກແບບ Hasso Plattner Istitue of Design ນຳ)
Tags: kissinger, ປຶ້ມ, ສາລະ, ເດວິດ