ໃຄແຕ່ບໍ່ຕາຍ ຖືກລົດຈັກຕຳຖືກແຖວ ໆ ປາກ ເລືອດໄຫລຍ້ອນ ໄອເປັນເລືອກ ອັກ ໆ ແລ້ວກໍ່ພາໄປໂຮງຫມໍ ໂຮງຫມໍໃຫ້ໄປແຖວນາຫລວງ ໄປຮອດນາຫລວງເຂົາບໍ່ເຂົ້າການ ແຕ່ພໍດີມີພໍ່ເຖົ້າຫນຶ່ງກຳລັງທຳຄວາມສະອາດຢູ່ ເລີຍຖາມເພິ່ນ ໄດ້ເບີແລ້ວກໍ່ໂທໄປ ແຕ່ເງິນຫມົດ ກໍ່ຟ້າວໄປຊື້ບັດເຕີມ ເຕີມແລ້ວລະກໍ່ໂທໄປຖາມ ເພິ່ນບອກຊິອອກໄປຫາຢູ່ເຮືອນ ແຕ່ວ່າຖ້າບໍ່ໄດ້ ເລີຍໄປບ້ານເພິ່ນໃກ້ ໆ ໂຮງຫມໍໃຫມ່ ສຸດທ້າຍຮຽບຮ້ອຍແລ້ວ ຕອນນີ້ດີຂຶ້ນ 😀
Update: ຕອນນີ້ເວລາ 5:18PM ມັນທຳທ່າຊິບໍ່ລອດແລ້ວ ໂທຫາເຈົ້າຂອງ ໆ ບອກວ່າ “ມັນບໍ່ຕາຍດອກ” ວ່າຊັ້ນ (ເທື່ອກ່ອນຫມາອີກໂຕຫນຶ່ງຕາຍເພິ່ນບອກວ່າ “ຄັນມັນຈ້າຫລາຍກໍ່ໃຫ້ມັນຕາຍຊະ”)
ຕາອີ່ຕົນເດ້ T-T
ຄັນໝາເຮົາຖືກລົດຕຳຈັກສິເປັນແນວໃດ, ຮັກປານນ້ອງສາວ.
ທຸກມື້ນີ້ກະບໍ່ໃຫ້ມັນຍ່າງຢຽບຫົນທາງ ໃຫ້ມັນຍ່າງແຕ່ເທິງຟຸດບາດ.
ໂອ……ໂຕນິແຫລະຊິກັດເຮົາມື້ນັ້ນ ສົມສົມ 555
ສະຫຼຸບແລ້ວໝາທ່ານເປັນແນວໃດແລ້ວໃຄແລ້ວບໍ ຫຼືວ່າຕາຍແລ້ວ ຂ້ອຍພາວະນາໃຫ້ປອດໄພເດີ້ເພາະໝາທ່ານໜ້າຮັກດີ
ບໍ່ຕາຍເນີ້ ແຕ່ແຂ້ວຫນ້າຫັກໄປຫລາຍເຕີບ 555
ເປັນເພາະເຈົ້າຂອງໜາບໍ່ສັ່ງສອນເດີ້