ປະກົດການ “ບັ້ງໄຟພະຍານາກ”

ພໍດີບລັອກທ່ານພະນົມສິນເພິ່ນຂຽນໄວ້ ກໍ່ເລີຍແນະນຳຢາກໃຫ້ໄປອ່ານກັນເປັນຄວາມຮູ້

ບັ້ງໄຟພະຍານາກ

ຖ້າຫາກມື້ໃດທີ່ຕຳແຫນ່ງຂອງໂລກ ດວງອາທິດ ດວງເດືອນ ນອນຢູ່ໃນເສັ້ນຊື່ດຽວກັນ ຈະແມ່ນມື້ດັບ (ຮູບທີ 1)
ຫລື ມື້ເພັງ (ຮູບທີ 2) ກໍຕາມ ຈຸດ ຫລື ຕຳແຫນ່ງໃນເສັ້ນຊື່ດັ່ງກ່າວ ຈະມີແຮງດຶງດູດ (Attraction) ສູງສຸດ ຈະມີຜົນກະທົບ
ຕໍ່ທຳມະຊາດຢ່າງເຫັນໄດ້ຊັດ ເຊັ່ນ: ຖ້າໃນຈຸດນັ້ນຫາກແມ່ນນ້ຳທະເລຂອງໂລກ ກໍຈະເກີດປະກົດການນ້ຳທະເລຂຶ້ນ ຫລື
ນ້ຳທະເລຫັນໃຈ ຈຸດໃດຂອງໂລກທີ່ຕັ້ງສາກກັບເສັ້ນຊື່ດັ່ງກ່າວ ຈະເກີດນ້ຳທະເລລົງ ຊຶ່່ງສະຫລຸບແລ້ວ ມື້ຫນຶ່ງຈະມີນ້ຳທະ
ເລຂຶ້ນສອງເທື່ອ ແລະ ນ້ຳທະເລລົງສອງເທື່ອ ຫມາຍຄວາມວ່າ ນ້ຳທະເລເລີ່ມຂຶ້ນຈົນຮອດຈຸດສູງສຸດ ໃຊ້ເວລາ 6 ຊົ່ວໂມງ
ແລ້ວເລີ່ມລົງເຖິງລະດັບຕ່ຳສຸດ 6 ຊົ່ວໂມງເຊັ່ນກັນ ແລ້ວຈຶ່ງເລີ່ມຕົ້ນຮອບວຽນໃຫມ່ ແຕ່ໃນມື້ດັບ (ຮູບທີ 1) ນ້ຳທະເລຈະ
ເຫນັງຕີງບໍ່ແຮງ ແຕ່ກົງກັນຂ້າມໃນມື້ເພັງ (ຮູບທີ 2) ນ້ຳທະເລຈະເຫນັງຕີງແຮງ ແລະ ຂຶ້ນສູງ.

One thought on “ປະກົດການ “ບັ້ງໄຟພະຍານາກ””

  1. ຂຽນໂດຍ ສີໂດ ໄຊຍະເສນ ລົງໃນ ນສພ ວຽງຈັນໃຫມ່
    ພະນົມສິນ ໄປກອບປີມາ
    ແລະ ທ່ານ Au8ust ກໍ່ມາກອບປີຕໍ່ 555

Leave a Reply

Your email address will not be published. Required fields are marked *