ພໍດີຊ່ວງນີ້ວຽກລົ້ນມື ມື້ນີ້ (ວັນທີ່ 15) ຕື່ນມາຕອນ 4.00am ລຸກມາເປີດປະຕູ ເຂົາມາເອົາກະແຈ ຈາກນັ້ນຕອນຕໍ່ໄດ້ຫນ້ອຍດຽວ ຮອດເຊົ້າ ນອນຫລັບໆ ຕື່ນໆ ກໍ່ມາເປີດຮ້ານຕອນ 5.30am ຈາກນັ້ນຫລັບຕໍ່ອີກຫນ້ອຍຫນຶ່ງ ກໍ່ເອົາອີກແລ້ວ ເປີດຮ້ານ ແມ່ລົງມາ ມາເປີດໆ ຈາກນັ້ນ ສັ່ງໃຫ້ໄປເຝົ້າຮ້ານນ້ອຍ ເພາະວ່າຕາລ້ານ ຍັງບໍ່ມາ ສົງໄສມັນໄປເພີນ ເລີຍໄປນັ່ງເຝົ້າ
ນັ່ງໆ (ແລະນອນໆ) ຮອດທ່ຽວ ໄດ້ບິນ 5 ບິນ !! ໂອ… ຕາຍລະ… ຊິພໍໃຊ້ຫນີ້ບໍ່ລ່ະນໍ້… ນັ່ງໆນອນໆ ເພາະວ່າຢາກນອນແຮງ ກິນຫຍັງເຂົ້າໄປແລ້ວກໍ່ຢາກນອນພ້ອມ ເມື່ອຍ ມື້ຄືນນອນຕອນປະມານເກືອບສອງໂມງ (ນັ່ງຖ້າຄົນມາເອົາກະແຈ ແຕ່ບໍ່ມາ) ເປີດຮ້ານຈົນຮອດ 12 ໂມງກາງຄືນ ແລ້ວກໍ່ປິດ ຈາກນັ້ນກໍ່ໄປຕໍ່ຮ້ານເກມ ໄປລົງເກມ ລົງ Vista ລອງພ້ອມ ຮູ້ສຶກແປກໆ ມັນພິລຶກໆ ໄວ້ຊິມາເລົ່າໃຫ້ຟັງ
ສະຫລຸບແລ້ວ ເກືອບບໍ່ໄດ້ຫາຍໃຈ -_-” ເລີຍວ່າ ບໍ່ມີເວລາມາອັພບລັອກເທື່ອ ຖ້າບໍ່ອີຫລີແທ້ໆ ກໍ່ຈະມາແນ່ນອນ ເພາະວ່າຫຍັງ…ເພາະວ່າບລັອກ ຄືສ່ວນຫນຶ່ງຂອງຊີວິດ 555+
ยินดีด้วยกับบล็อกใหม่ครับ
แต่เมื่อไหร่ จะเริ่มสอนพาสาลาวอะครับ
ບໍ່ເກີນວັນຈັນຫນ້າເດີ້ ~ ~ ~ 😛