IRON MAN

ຂຽນເມື່ອ June 15, 2008, ໃນຫມວດ ຮູບເງົາ.

Poster ຂອງ IRON MAN

IRON MAN ເປັນຫນັງທີ່ສ້າງຈາກຫນັງກາຕູນ Marvel Comic ທີ່ໄດ້ຮັບຄວາມນິຍົມຫລາຍເລື່ອງຫນຶ່ງ ແລະເປັນທີ່ແນ່ນອນວ່າ ເລື່ອງຈາກ Marvel Comic ຕ້ອງຖືກສ້າງເປັນຫນັງ –ບໍ່ມື້ໃດກໍ່ມື້ຫນຶ່ງ ແລະຄັ້ງນີ້ກໍ່ຮອດຄິວຂອງ IRON MAN ຜູ້ເປັນ Hero ຄົນໃຫມ່ຫລ້າສຸດທີ່ລົງຈໍຍັກໄປເມື່ອຊ່ວງຕົ້ນພຶດສະພາທີ່ຜ່ານມາ ແຕ່ຜູ້ຂຽນຫາກໍ່ໄດ້ມີໂອກາດໄດ້ເບິ່ງ (ຈາກແຜ່ນ DVD ພາບໂຮງ ສຽງໂຮງ ແຕ່ພໍເບິ່ງໄດ້)

ເນື້ອເລື່ອງຂອງຫນັງ IRON MAN ຈະແຕກຕ່າງຈາກຫນັງແນວ Super Hero ຂອງ Marvel Comic ເລື່ອງອື່ນ. Tony Stark ພະເອກເປັນຄົນທີ່ບໍ່ໄດ້ມີພະລັງຕິດຕົວມາແຕ່ທ້ອງແມ່ ຫາກວ່າເປັນຜູ້ມີພອນສະຫວັນອັນລ້ຳເລີດ ສາມາດປະດິດພັດທະນາອຸປະກອນຕ່າງ ໆ ໄດ້ຢ່າງຫລວງຫລາຍ ແລະເປັນຜູ້ສ້າງອາວຸດສົງຄາມຕ່າງ ໆ ຈົນເມື່ອຖືກລັກພາຕົວໄປໂດຍຜູ້ກໍ່ການຮ້າຍ ແລະສາມາດຫນີອອກມາໄດ້ ຈຶ່ງຜັນປ່ຽນແນວຄິດທີ່ຈະສ້າງອາວຸດທຳລາຍລ້າງໂລກ ມາເປັນຫາວິທີທາງເຊິ່ງຈະພິທັກສັນຕິພາບໂລກແທນ

ສຳຫລັບຫນັງເລື່ອງນີ້ເປັນຫນັງທີ່ຫນ້າຕິດຕາມ ມີ plot ເລື່ອງທີ່ບໍ່ເຄັ່ງຂຶມເກີນໄປ ຄົນທີ່ບໍ່ເຄີຍອ່ານ IRON MAN ສະບັບກາຕູນມາກ່ອນກໍ່ສາມາດທຳຄວາມເຂົ້າໃຈຫນັງໄດ້ບໍ່ຍາກ

ບໍ່ແນ່ໃຈວ່າ ITECC ຈະນຳ IRON MAN ອອກສາຍມື້ໃດ ແຕ່ຂໍແນະນຳການຕິດຕາມຕາຕະລາງຫນັງໄດ້ຈາກ http://movie.laozaa.com/ (ຮູ້ສຶກວ່າ ບໍ່ຄ່ອຍອັບເດດແລ້ວ ສົງໄສເມົາແປ Ubuntu)

ສຳຫລັບຂໍ້ມູນອື່ນ ໆ ຂອງ IRON MAN ເບິ່ງໄດ້ໃນເວັບໄຊຢ່າງເປັນທາງການ http://ironmanmovie.marvel.com/

ດ້ານລຸ່ມເປັນ Trailer

Tags: , , , , ,

2 ຄຳເຫັນກ່ຽວກັບເລື່ອງນີ້ to "IRON MAN"

gravatar

Os555  on June 15, 2008

http://movie.laozaa.com/ (ຮູ້ສຶກວ່າ ບໍ່ຄ່ອຍອັບເດດແລ້ວ ສົງໄສເມົາແປ Ubuntu)

ບໍ່ແມ່ນນະນິນ ເຮົາກະພະຍາຍາມຢູ່ ເພາະ ຕອນນີ້ ທາງຝ່າຍ Itecc ບໍ່ມີຜູ້ປະສານງານເລື່ອງການສົ່ງຂໍ້ມູນ

ທາງເຮົາກະຈະເຂົ້າໄປເຈລະຂາໃຫມ່ຢູ່ເດີ້ Ubuntu ເຮົາບໍ່ໄດ້ ແປແລ້ວ

ີ້

Ubuntu

gravatar

au8ust  on June 15, 2008

ໂອ້ດກໍ່ໃຫ້ໃຜກໍ່ໄດ້ໄປເບິ່ງຢູ່ ITECC ແລ້ວເອົາມາອັບເດດເອົາຫັ້ນເດ້

ຂຽນຄຳເຫັນ

*

code