ການ include ແລະ exclude ໃນ php
ຂຽນເມື່ອ July 26, 2008, ໃນຫມວດ ເທັກໂນໂລຢີ.
ພໍດີວ່າ ໄດ້ມີໂອກາດແກ້ໄຂ code ສຳຫລັບດຶງກະທູ້ຫລ້າສຸດໃນ phpBB3 ມາສະແດງນອກ structure ຂອງຕົວ phpBB3 ກໍ່ເລີຍຕ້ອງໄດ້ Googling ໄປເລື້ອຍ ຈົນພົບວ່າ ການຈະ fetch ຂໍ້ມູນໃນ database ມາສະແດງນັ້ນ ນອກຈາກຈະມີການໃຊ້
WHERE topic_approved=1
ແລ້ວ ກໍ່ຍັງສາມາດໃຊ້
AND forum_id != '13'
ເພື່ອຈະບອກວ່າ ບໍ່ຕ້ອງ fetch ຈາກບ່ອນນີ້ໄດ້ນຳ
ຕອນທຳອິດຄິດວ່າອາດຈະຕ້ອງໄດ້ຂຽນ
WHERE topic_approved=1 AND forum_id = 'x'
ໄປເລື້ອຍ ໆ ແຕ່ບໍ່ເອົາ forum_id ທີ່ເຮົາບໍ່ຕ້ອງການສະແດງ (ຫມາຍຄວາມວ່າໃຫ້ fetch ສະເພາະອັນທີ່ຢາກໄດ້) ແຕ່ວ່າ ໃນຂັ້ນປະຕິບັດແລ້ວ ທິດສະດີນີ້ໃຊ້ບໍ່ໄດ້ ຈະຕ້ອງໃຊ້ການ forum_id != ‘x’ ແທນ
ເທັກນິກນີ້ເປັນທຳມະດາຂອງຄົນຮຽນ php ທີ່ຈະຕ້ອງຮູ້ ແຕ່ບັງເອີນວ່າ ຂພຈ ບໍ່ເຄີຍຮຽນຂຽນ php ມາກ່ອນ ມັນຈຶ່ງເປັນຫຍັງທີ່ຍາກ ແລະໃຊ້ເວລາຫລາຍກວ່າຈະເຮັດໄດ້
ຂຽນມາຮອດນີ້ຫາກໍ່ສັງເກດວ່າ ໃນບລັອກກ່ອນຫນ້ານີ້ ເຄີຍຂຽນວິທີ exclude ໄວ້ຄືກັນ




