ໄບ່ເລື່ອງສະຖານທູດອາເມລິກາ

ຂຽນເມື່ອ December 24, 2013, ໃນຫມວດ ຊີວິດ.

ມື້ນີ້ໄປສະຖານທູດອາເມລິກາມາ ອອກບ້ານຕັ້ງແຕ່ 7:20 AM ຮອດພຸ້ນ 7:50 AM ລົດຕິດຫຼາຍ ໄປນັ່ງຖ້າປະມານ 2 ຊົ່ວໂມງປາຍຈຶ່ງຮອດຄິວເຮົາ ອັນທີ່ຈິງກໍບໍ່ແມ່ນວ່າເຂົາໄລ່ຕາມຄິວໂດຍກົງ ເພາະເຮົາໄດ້ຄິວເບີ 16 ແຕ່ອ່ານຄິວມາຮອດ 14 ລະຂ້າມໄປ 17 ແລ້ວກັບມາ 6 ແລ້ວຄ່ອຍມາ 15 ຈາກນັ້ນກໍ 16 ກໍເລີຍຮູ້ສຶກວ່າດົນເຕີບ =_=

ພໍຮອດຄິວແລ້ວກໍໄປ ກໍບໍ່ຮູ້ວ່າໄປກວນ “ຈຸດຢືນ” ຫຍັງຂອງລຸງຜູ່ສຳພາດ ຄິດວ່າຄືຊິເປັນນຳຕອນເຮັດ ten-print (ສະແກນນິ້ວມືທັງ 10) ແລ້ວເຮົາກໍຢືນຢູ່ບໍ່ເວົ້າຫຍັງ ເພາະຄິດວ່າລາວຊິຖາມເອງ ລຸງເພິ່ນກໍເລີຍເວົ້າຂຶ້ນມາວ່າ “If you don’t want to do this then we don’t have to.” ເຮົາຟັງແລ້ວກໍງົງ ອ້າວ ອີ່ຫຍັງຫວະ ກໍເລີຍຖາມວ່າ “What should I do?” ພໍເທົ່ານັ້ນລະ ກໍເລີຍຄິດອອກວ່າ ບໍ່ໄດ້ເອົາເອກະສານຫຍັງໄປນຳເລີຍ ປົກກະຕິເຂົາເຈົ້າຈະມີ VISA letter ຫຼື support letter ໄປ ແຕ່ຂອງເຮົາຂໍເອກະສານນຳບໍລິສັດບໍ່ທັນ ກໍເລີຍບໍ່ມີ ເຊິ່ງກໍບໍ່ຮູ້ຊິມີເຮັດຫຍັງ ເພາະໃນຄວາມເປັນຈິງ ເຄີຍໄປ 2 ເທື່ອແລ້ວ ໄປກໍກັບຕາມນັ້ນທຸກເທື່ອ ແຕ່ກໍຄືວ່າຫັ້ນລະ ເພິ່ນມີກົດລະບຽບຂອງເພິ່ນ ຕ້ອງເຄົາລົບກົດລະບຽບປະເທດເຂົາເຈົ້າ

ລຸງຜູ່ສຳພາດກໍເຮັດໜ້າແບບວ່າເຊັງຈັດ ລາວຖາມວ່າ ເຈົ້າໄປເປີດໂຕຜະລິດຕະພັນໃໝ່ຫວາ? ຟັງບໍ່ຄັກ ກໍເລີຍຖາມອີກ ລາວກໍເວົ້າອີກວ່າ “ເຈົ້າໄປເປີດໂຕຜະລິດຕະພັນໃໝ່ຫວາ?” (Are you going there for launching a product?) ກໍຍັງບໍ່ເຂົ້າໃຈ ກໍເລີຍຖາມອີກ ບາດນີ້ເທື່ອທີ 3 ລາວເວົ້າກະແທກໃສ່ໄມເລີຍ 555 ອ້າວ ກໍແນວຟັງບໍ່ເຂົ້າໃຈເນາະ ຫຼືທີ່ຈິງກໍອາດຈະເຂົ້າໃຈ ແຕ່ງົງວ່າເປັນຫຍັງຖາມແບບນັ້ນ ກໍເລີຍຕອບວ່າ “ບໍ່ໆ ຂ້ອຍໄປປະຊຸມ” ລາວກໍເລີຍຖາມວ່າ “ອ້າວ ແລ້ວເປັນຫຍັງເຈົ້າຂຽນໃສ່ໃນແບບຟອມວ່າເຈົ້າໄປເປີດໂຕຜະລິດຕະພັນ? ໃຜຂຽນແບບຟອມໃຫ້ເຈົ້ານິ?” ກໍຕອບວ່າ “ຂຽນເອງ” ເຊິ່ງອັນທີ່ຈິງ ລຸງລາວເຂົ້າໃຈຜິດ ບ່ອນທີ່ຂຽນວ່າ help launch and fixing products ຫັ້ນ ແມ່ນຂຽນໃສ່ໃນຊ່ອງ job roles ໝາຍເຖິງວ່າ ວຽກທີ່ເຮົາເຮັດ ເຮົາມີໜ້າທີ່ເຮັດຫຍັງແດ່

ອະທິບາຍໃຫ້ລຸງເຂົ້າໃຈແລ້ວ ລຸງກໍທຳທ່າຄິດໜັກ ກັດແຂ້ວໃສ່ເອກະສານເຮົາ ຈາກນັ້ນກໍຖາມວ່າ ເທື່ອນີ້ໄປດົນປານໃດ? ຕອບວ່າ ໄປແຕ່ສອງອາທິດ ແລ້ວລຸງກໍຂຽນໆໃສ່ເຈ້ຍອີກໃບແລ້ວກໍບອກວ່າ ວັນສຸກມາເອົາ VISA ເດີ

ຈົບ

ແບບວ່າ ‪#‎ເງີບ‬ ເທື່ອໜ້າໄປລະຊິບໍ່ລືມຂໍ VISA letter ຈາກບໍລິສັດໄປນຳ ຈຶ່ງບໍ່ມີບັນຫານຳລຸງອີກ (ອັນທີ່ຈິງ ລຸງກໍໃຈດີ ບໍ່ມີ VISA letter, ບໍ່ມີຂໍ້ມູນການຈອງປີ້, ບໍ່ມີບັນຊີທະນາຄານໄປຢັ້ງຢືນ, ບໍ່ມີຫຍັງຄ້ຳປະກັນເລີຍກໍຍັງຜ່ານໃຫ້)

Tags: , , , ,

ຂຽນຄຳເຫັນ

*

code