ພົບເພື່ອລາ ມາເພື່ອຈາກ ຮັກເພື່ອພາກ ຈາກເພື່ອຈຳ

ຂຽນເມື່ອ December 25, 2013, ໃນຫມວດ ຄວາມຮັກ.

ຊ່ວງເວລາທີ່ງົດງາມ ມັນອາດບໍ່ຈຳເປັນຕ້ອງຍາວນານສະເໝີໄປ
ຫາກແມ່ນມີລົມຫາຍໃຈໃດທີ່ຄິດຫາ ແລະຍັງພາໃຫ້ມີຮອຍຍິ້ມໄດ້
ພຽງເທົ່ານັ້ນກໍຄຸ້ມຄ່າແລ້ວ ແຕ່ຄົງດີກວ່າຫາກມັນຢູ່ໃນໃຈແບບນັ້ນ
ແລະຄົງຢູ່ບໍ່ປ່ຽນແປງ ຈົນກວ່າມື້ໃດໃນຫ້ວງເວລາທີ່ຍັງບໍ່ມາຮອດ
ມື້ໃດທີ່ຈະໄດ້ສວນທາງກັນອີກຄັ້ງ ແລະຍັງມີຮອຍຍິ້ມໃຫ້ກັນບໍ່ປ່ຽນ

ຂຽນໃຫ້ໃຜຈັກຄົນນຶ່ງ ບໍ່ວ່າລາວຈະໄດ້ອ່ານຫຼືບໍ່ກໍຕາມ 🙂

ຂຽນຄຳເຫັນ

*

code