ຕຳນານພະອຸປະຄຸດ (ພະບົວເຂັມ)
ຂຽນເມື່ອ December 16, 2013, ໃນຫມວດ ທັມມະ.
ຢາກໂພສເລື່ອງນີ້ມາຫຼາຍມື້ລະ ແຕ່ຄາອັນອື່ນກໍເລີຍຫາກໍໄດ້ມາໂພສ
ຕຳນານພະອຸປະຄຸດ (ພະບົວເຂັມ)
ພະອຸປະຄຸດ ເປັນພະພິຂຸອົງສຳຄັນອົງນຶ່ງໃນສະໄໝພະເຈົ້າອະໂສກມະຫາລາດ ຄຳວ່າ “ອຸປະຄຸດ” ມີຄວາມໝາຍວ່າ ຄຸ້ມຄອງຮັກສາ ເປັນພະທີ່ເປັນທີ່ນິຍົມນັບຖືຂອງຊາວອິນເດຍ, ຊາວມອນ, ຊາວໄທຍວນ ແລະຊາວອີ່ສານ.
ວ່າກັນວ່າ ພະອຸປະຄຸດນັ້ນ ເປັນຜູ່ໃດມີພູມລຳເນົາເດີມມາແຕ່ໃສບໍ່ມີໃຜຮູ້ແນ່ຊັດ ຮູ້ພຽງວ່າ ທ່ານເກີດຫຼັງພະພຸດທະເຈົ້າສະເດັດດັບຂັນປຣິນິບພານໄດ້ປະມານ 200 ປີ ເມື່ອທ່ານໄດ້ບວດແລ້ວ ກໍບຳເພັງພຽນຈົນສຳເລັດເປັນພຣະອະຣະຫັນຂີນາສົບ (ຄຳວ່າ ຂີນາສົບ ມີຄວາມໝາຍວ່າ ຜູ່ສິ້ນອາສາວະແລ້ວ ໝາຍເຖິງພະຜູ່ທີ່ກຳຈັດອາສາວະຄືກິເລດໄດ້ໝົດແລ້ວທັງ 3 ຢ່າງຄື: ກາມ, ພົບ ແລະອະວິຊາ ແລະຈະບໍ່ກັບມາເກີດອີກແລ້ວຫຼັງຈາກນິບພານ) ສຳເລັດອະພິນຍາສະມາບັດຕ່າງໆ ສາມາດສະແດງອະພິນິຫານຈົນເປັນທີ່ເລົ່າລືມາຮອດທຸກມື້ນີ້
ທ່ານມີປະຕິປະທາໄປໃນທາງສັນໂດດ ມັກນ້ອຍ ເລົ່າກັນວ່າ ທ່ານເນລະມິດເຮືອນແກ້ວໃນທະເລເລິກ ແລ້ວກໍລົງໄປຈຳວັດຢູ່ໃນນັ້ນຕະຫຼອດເວລາ ຈົນເມື່ອໃດມີເຫດເພດໄພເກີດຂຶ້ນໃນພະສາດສະໜາຂອງພະໂຄດົມພຸດທະເຈົ້າ ຫຼືເມື່ອໃດທີ່ມີພິທີກັມໃຫຍ່ໆ ຫຼືມີຜູ່ນິມົນແລ້ວ ທ່ານກໍຈະມາຊ່ວຍເຫຼືອດ້ວຍຄວາມເຕັມໃຈສະເໝີ
ເມື່ອປະມານປາຍຂອງພຸດທະສັດຕະວັດທີ 2 ຢູ່ທີ່ນະຄອນປາຕະລີບຸດລາດຊະທານີ (ຕອນນີ້ແມ່ນເມືອງປັດນະ ພາກໃຕ້ຂອງອິນເດຍ) ພະເຈົ້າອະໂສກມະຫາລາດ ຜູ່ເຊິ່ງຄອງລາດຊະສົມບັດໃນເວລານັ້ນ ໄດ້ຊົງມີຄວາມເຫຼື້ອມໃສໃນພະພຸດທະສາດສະໜາເປັນຢ່າງຍິ່ງ. ຕາມຕຳນານເລົ່າຂານກັນມາວ່າ ພະອົງໄດ້ຊົງສ້າງພະວິຫານ ແລະພະສະຖູບຫຼວງຫຼາຍທົ່ວຊົມພູທະວີບ ເປັນຈຳນວນເຖິງ 84,000 ອົງ ແລະທັງເປັນຜູ່ຮວບຮວມ ແລະຂຸດຄົ້ນພະບຣົມສາລີລິກະທາດເພື່ອນຳໄປບັນຈຸໃນສະຖູບທີ່ພະອົງສ້າງໄວ້ທຸກບ່ອນ
ເມື່ອທຳການບັນຈຸພະບຣົມສາລີລິກະທາດສຳເລັດຮຽບຮ້ອຍແລ້ວ ພະເຈົ້າອະໂສກມະຫາລາດ ກໍໄດ້ປາລົບທີ່ຈະຈັດໃຫ້ມີການສົມໂພດພະສະຖູບເຈດີທັງໝົດໃຫ້ເປັນການມະໂຫລານຍິ່ງຕະຫຼອດ 7 ປີ 7 ເດືອນ 7 ວັນ ແລະເພື່ອໃຫ້ການສະຫຼອງສົມໂພດນັ້ນ ເປັນໄປດ້ວຍຄວາມຮຽບຮ້ອຍ ປາສະຈາກອຸປະສັກ ຈຶ່ງຢາກອາຣາທະນາພະສົງຂີນາສົບທີ່ຊົງອິດທິລິດ ມາເປັນຜູ່ປົກປັກຮັກສາຄຸ້ມຄອງງານໃຫ້ປາສະຈາກການລົບກວນຂອງມານຮ້າຍຕ່າງໆ
ແຕ່ພະສົງໃນນະຄອນປາຕະລີບຸດບໍ່ມີຮູບໃດເລີຍທີ່ຈະສາມາດເປັນຜູ່ຄຸ້ມຄອງຮັກສາງານມະຫະກຳອັນຍິ່ງໃຫຍ່ນີ້ໃຫ້ພົ້ນຈາກໄພທັງປວງໄດ້ ໂດຍສະເພາະໄພຈາກພະຍາວັດສະວະດີມານ ຜູ່ມີລິດເດດຍິ່ງກວ່າພູດຜີປີສາດທັງຫຼາຍ ນອກເສຍໄປຈາກພະອຸປະຄຸດເຖຣະພຽງຜູ່ດຽວເທົ່ານັ້ນ
ພະສົງທັງປວງຈຶ່ງໄດ້ແຕ່ງຕັ້ງພະ 2 ຮູບໃຫ້ເປັນຕົວແທນລົງໄປອາຣາທະນາພະອຸປະຄຸດເຖຣະຜູ່ມີລິດເດດກ້າ ໃຫ້ມາຊ່ວຍຄຸ້ມຄອງຮັກສາງານສົມໂພດຄັ້ງຍິ່ງໃຫຍ່ນີ້ ໂດຍກ່າວກັນວ່າ ພະອຸປະຄຸດຜູ່ນີ້ ຈະເຂົ້າຊານສະມາບັດສະເຫວີຍວິມຸດຕິສຸກຢູ່ໃນພື້ນມະຫາສະມຸດ ແລະຈະອອກຈາກສະມາບັດ ເຫາະຂຶ້ນມາບິນທະບາດໃນໂລກມະນຸດສະເພາະໃນວັນພຸດເພັງຕອນກາງເດືອນເທົ່ານັ້ນ (ຈຶ່ງເປັນທີ່ມາຂອງການຕັກບາດໃນວັນພຸດເພັງກາງເດືອນ)
ກໍໃນຄັ້ງນັ້ນແລ ພະອຸປະຄຸດຖືກພະພິຂຸ 2 ຮູບຜູ່ມີອະພິນຍາສະມາບັດຊຳແຮກມະຫາສະມຸດ ລົງມາຮອດໂຕທ່ານແລ້ວແຈ້ງວ່າ ໃຫ້ທ່ານຈົ່ງເປັນທຸລະປ້ອງກັນພະຍາມານໃຫ້ຢ່າມາລົບກວນງານສະຫຼອງພະສະຖູບເຈດີຂອງພະເຈົ້າອະໂສກມະຫາລາດໄດ້ ອີກທັງຍັງຕຳໜິວ່າ ພະອຸປະຄຸດນັ້ນ ມັກແຕ່ຢູ່ໂດດດ່ຽວ ບໍ່ມາພິທີສົງຕ່າງໆ ເລີຍ ຂາດຕົກບົກພ່ອງໃນໜ້າທີ່ສົງເປັນອັນມາກ
ເມື່ອໄດ້ຍິນເຊັ່ນນັ້ນແລ້ວ ພະອຸປະຄຸດກໍບໍ່ໂຕ້ຕອບໃດໆ ມີພຽງຮັບນິມົນແລ້ວກໍເດີນທາງມານະມັດສະການ ແລະລາຍງານໂຕຕໍ່ຄະນະສົງໃນມື້ຖັດມາ. ເມື່ອມາຮອດແລ້ວ ພະເຈົ້າອະໂສກມະຫາລາດ ກໍໄດ້ສະເດັດເຂົ້າມານະມັດສະການຄະນະສົງ ເພື່ອຂໍຊາບເລື່ອງຜູ່ທີ່ຈະມາທຳໜ້າທີ່ຮັກສາການງານສະຫຼອງສົມໂພດພະສະຖູບເຈດີ. ເມື່ອພະອົງຊົງຊາບວ່າຜູ່ທີ່ມາເຮັດໜ້າທີ່ນີ້ແມ່ນພະອຸປະຄຸດເຖຣະ ກໍຊົງຄິດເຄືອບແຄງພະໄທ ເນື່ອງຈາກພະອຸປະຄຸດນັ້ນ ມີຮ່າງກາຍຈ່ອຍນ້ອຍ ເບິ່ງອ່ອນແອ ກໍຊົງບໍ່ແນ່ໃຈ ດ້ວຍເກງວ່າຈະເຮັດໜ້າທີ່ໄດ້ບໍ່ສົມບູນ ແຕ່ພະອົງກໍບໍ່ໄດ້ຕຣັສວ່າຫຍັງໃນເວລານັ້ນ
ພໍຮອດຮຸ່ງເຊົ້າມື້ໃໝ່ ຂະນະທີ່ພະອຸປະຄຸດມະຫາເຖຣະອອກບິນທະບານໃນນະຄອນປາຕະລີບຸດນັ້ນ ພະເຈົ້າອະໂສກມະຫາລາດຢາກຈະທົດສອບລິດເດດຂອງພະເຖຣະ ຈຶ່ງຊົງປ່ອຍຊ້າງຕົກມັນໃຫ້ເຂົ້າທຳຮ້າຍພະເຖຣະເຈົ້າ ພະອຸປະຄຸດເມື່ອເຫັນດັ່ງນັ້ນ ກໍສະກົດຊ້າງທີ່ກຳລັງແລ່ນມາໃຫ້ຢຸດຢູ່ກັບບ່ອນບໍ່ໄຫວຕິງ ປານວ່າຊ້າງທີ່ສະລັກດ້ວຍຫິນ. ພະເຈົ້າອະໂສກມະຫາລາດທອດພະເນດເຫັນໄດ້ດັ່ງນັ້ນ ກໍຊົງເຫຼື້ອມໃສ ຈຶ່ງສະເດັດໄປຂໍຂະມາຕໍ່ພະເຖຣະ ໂດຍພະອຸປະຄຸດເຖຣະ ກໍໄດ້ໃຫ້ອະໄພແກ່ພະເຈົ້າອະໂສກມະຫາຣາດ
ເມື່ອເຫັນວ່າພະອຸປະຄຸດນັ້ນມີລິດເດດຫຼາຍ ພະເຈົ້າອະໂສກມະຫາລາດກໍຊົງວາງພະໄທ ຕຣັສສັ່ງໃຫ້ກຽມສະຫຼອງສົມໂພດພະສະຖູບເຈດີທັງປວງ ໂດຍການປຸກປະລຳຮ້ານໂຮງ ປະດັບທຸງທິວ ແລະປະທີບໂຄມໄຟຕະຫຼອດໄລຍະທາງກຶ່ງໂຍດ (1 ໂຍດແມ່ນ 14 ກິໂລແມັດ) ເຮັດໃຫ້ຕາມແນວຝັ່ງແມ່ນ້ຳຄົງຄາສະຫວ່າງສະໄຫວໄປທົ່ວທັງບໍລິເວນ
ເມື່ອບັນລຸເລີກງາມຍາມດີຕາມທີ່ກຳນົດໄວ້ ບັນດາພະສົງຂີນາສົບ ແລະພະສົງປຸຖູຊົນ (ພະສົງທີ່ຍັງບໍ່ບັນລຸທັມຂັ້ນສູງສຸດເທື່ອ) ຕະຫຼອດຈົນພຸດທະສາສະນິກະຊົນທັງໃນນະຄອນປາຕະລີບຸດ ແລະຕ່າງແດນຈາກຈະຕຸທິດ (ທິດທັງສີ່) ກໍເລີ່ມຫຼັ່ງໄຫຼເຂົ້າສູ່ບໍລິເວນງານພ້ອມເຄື່ອງສັກກາລະບູຊາ ເພື່ອຮ່ວມສະຫຼອງພິທີສົມໂພດພະບຣົມສາລີລິກະທາດທີ່ບັນຈຸຢູ່ໃນມະຫາເຈດີ ແລະເຈດີທັງແປດໝື່ນສີ່ພັນອົງດ້ວຍຄວາມເຫຼື້ອມໃສສັດທາເປັນຢ່າງຍິ່ງ
ພໍມື້ເປີດງານມາຮອດ ພະເຈົ້າອະໂສກມະຫາລາດໄດ້ເຂົ້າສູ່ບໍລິເວນງານ ພ້ອມດ້ວຍຄະນະສົງຫຼວງຫຼາຍ ຂະນະນັ້ນເອງ ພະຍາມານຜູ່ມີຈິດລິດສະຫຍາອົດໃຈບໍ່ໄດ້ ຈຶ່ງລົງມາຈາກປະຣະນິມມິດສະວັດຕີ (ສະຫວັນຊັ້ນທີ 6) ບັນດານໃຫ້ເກີດພະຍຸພັດຮຸນແຮງ ຫວັງຈະທຳລາຍງານດັບປະທີບບູຊາທີ່ຈຸດສະຫວ່າງສະໄຫວໃຫ້ມອດລົງເສຍ. ຝ່າຍພະອຸປະຄຸດເຊິ່ງໄດ້ເຝົ້າລະວັງຢູ່ແລ້ວ ຈຶ່ງບັນດານໃຫ້ພະຍຸນັ້ນອັນຕະທານຫາຍໄປ.
ພະຍາມານຈຶ່ງໄດ້ໂມໂຫໂກທາຍິ່ງຂຶ້ນໄປອີກ ແລະຮູ້ດ້ວຍດ້ວຍລິດວ່າ ພະຮູບນີ້ເອງທີ່ເປັນຜູ່ຕໍ່ກອນກັບຕົນ ຈຶ່ງໄດ້ແປງຮ່າງເປັນງົວກະທິງໂຕໃຫຍ່ຍັກ ເຂົາໂງ້ງແຫລມຄົມປານຫອກ ແລ່ນອອກມາຈາກພຸ່ມໄມ້ຫວັງທຳລາຍໂຮງພິທີໃຫ້ແຫລກໄປ. ພະເຖຣະເຫັນເຊັ່ນນັ້ນແລ້ວກໍບໍ່ລໍຊ້າ ແປງກາຍເປັນເສືອລາຍພາດກອນໂຕໃຫຍ່ ເຂົ້າໄປຕະລຸມບອນຕໍ່ສູ້ກັນຢ່າງດຸເດືອດ ບໍ່ດົນງົວກະທິງກໍຖືກເສືອຂຸບໄປນອນກອງພື້ນປາງຕາຍ ແຕ່ບໍ່ດົນງົວກະທິງກໍປ່ຽນຮ່າງເປັນພະຍານາກ 7 ຫົວ ພົ່ນໄຟໃສ່ເສືອໂຄ່ງໝາຍຈະເອົາຊີວິດ ພະອຸປະຄຸດເຫັນວ່າເສຍປຽບ ຈຶ່ງແປງກາຍເປັນພະຍາຄຸດໂຕໃຫຍ່ ໂດດເຂົ້າຈິກຫົວພະຍານາກລາກກິ້ງໄປມາຢ່າງບໍ່ປານີ ເຮັດໃຫ້ພະຍານາກຮ້ອງໂອດໂອຍແລະໄດ້ປ່ຽນຮ່າງເປັນຍັກໃຫຍ່ ມີແວວຕາໜ້າຮ້າຍຫຼາຍ ຖືກະບອງໃຫຍ່ເທົ່າຕົ້ນຕານກວັດແກວ່ງທຸບຫົວພະຍາຄຸດໂດຍບໍ່ລໍຊ້າ
ພະຍາຄຸດເມື່ອເຫັນດັ່ງນັ້ນແລ້ວ ຈຶ່ງໄດ້ປ່ຽນຮ່າງເປັນຍັກທີ່ໃຫຍ່ກວ່າເຖິງ 2 ເທົ່າ ຖືກະບອງຍັກ 2 ອັນຫວ່ຽງເຂົ້າທຸບຫົວຂອງພະຍາມານຢ່າງຮຸນແຮງ ແລະໄວປານຈັກກະຜັນ ຍາກທີ່ພະຍາມານຈະປ້ອງກັນໄດ້ ໃນທີ່ສຸດກໍກັບຮ່າງແລະປະລາໄຊ
ພະເຖຣະເຫັນດັ່ງນັ້ນ ຈຶ່ງບໍ່ລໍຊ້າ ໄດ້ເນລະມິດຮ່າງໝາເນົ່າກິ່ນເໝັນ ເຕັມໄປດ້ວຍໜອນ ແລະດຶງປະຄົດຈາກແອວຂອງທ່ານອອກມາຜູກຮ່າງໝາເນົ່າ ແລະແກວ່ງໄປຄ້ອງຄໍພະຍາມານ ພ້ອມກ່າວວ່າ “ບໍ່ວ່າໃຜກໍຕາມ ຍ່ອມບໍ່ອາດເອົາໝາເນົ່າອອກຈາກຄໍພະຍາມານນີ້ໄດ້” ຈາກນັ້ນກໍຂັບໄລ່ພະຍາມານໃຫ້ອອກໄປຈາກພື້ນທີ່ນັ້ນ
ພະຍາມານຜູ່ເລີດລິດພໍຖືກໝາເນົ່າຄ້ອງຄໍກໍເຮັດໃຫ້ໝົດລິດ ບໍ່ສາມາດເຮັດຫຍັງໄດ້ ຈະເອົາອອກເອງກໍບໍ່ໄດ້ ໄດ້ແຕ່ໄປອ້ອນວອນໃຫ້ໝູ່ເທວະດາ ທັງເທວະດາກະສັດສະຫວັນຊັ້ນທີ 1-6 ໃຫ້ຊ່ວຍເອົາອອກ ກໍບໍ່ມີໃຜເອົາອອກໄດ້ ເຖິງແມ່ນວ່າຈະໄປຫາທ້າວມະຫາລາດທັງສີ່ ພະອິນ ທ້າວຍາມາ ທ້າວສັນດຸສິດ ທ້າວນິມິດເທວະລາດ ຕະຫຼອດຈົນທ້າວສະຫັດບໍດີພຣົມ ກໍບໍ່ສາມາດເອົາອອກໃຫ້ໄດ້ ໄດ້ພຽງແນະນຳວ່າ ໃຫ້ໄປຂໍຂະມາກັບພະອຸປະຄຸດດີກວ່າ ພະຍາມານເຫັນວ່າບໍ່ມີທາງເລືອກ ຈຶ່ງຈຳໃຈກັບໄປຫາພະອຸປະຄຸດ
ພະຍາມານເມື່ອກັບໄປຫາພະອຸປະຄຸດແລ້ວ ກໍອ້ອນວອນໃຫ້ຊ່ວຍເອົາຊາກໝາເນົ່າອອກຈາກຄໍໃຫ້ ແລ້ວຈະບໍ່ມາລົບກວນການຈັດງານອີກ ພະອຸປະຄຸດກໍອະນຸໂລມໃຫ້ຕາມນັ້ນ ແຕ່ຍັງບໍ່ໄວ້ໃຈພະຍາມານ ຢ້ານວ່າພະຍາມານຈະກັບມາທຳລາຍພິທີໃນພາຍຫຼັງ ຈຶ່ງຍ່າງນຳພະຍາມານໄປຫາພູລູກໃຫຍ່ລູກນຶ່ງ ແລ້ວເອົາຮ່າງໝາເນົ່າຖິ້ມລົງເຫວ ແລະເນລະມິດໃຫ້ສາຍປະຄົດຍາວຂຶ້ນ ແລ້ວພັນຄໍພະຍາມານໄວ້ກັບພູລູກນັ້ນ ພ້ອມທັງແຈ້ງວ່າ ເມື່ອສະເດັດພິທີສະຫຼອງສົມໂພດພະມະຫາເຈດີສິ້ນສຸດແລ້ວ ຈຶ່ງຈະແກ້ຜ້າທີ່ພັນໄວ້ອອກໃຫ້ ປ່ອຍໃຫ້ພະຍາມານເປັນອິດສະຫລະ (ຕ້ອງຖ້າ 7 ປີ 7 ເດືອນ 7 ວັນ)
ເວລາຜ່ານໄປຕາມທີ່ຕົກລົງກັນ ການຈັດງານສົມໂພດກໍສຳເລັດລຸລ່ວງໄປດ້ວຍດີ ພະອຸປະຄຸດຈຶ່ງກັບໄປຫາພະຍາມານ ໂດຍຈອບເບິ່ງຢູ່ຫ່າງໆ ເພື່ອຟັງສຽງພະຍາມານວ່າຫຼຸດຄວາມຮ້າຍລົງຫຼືຍັງ. ພະຍາມານເອງ ເມື່ອຕ້ອງຈາກທິບວິມານອັນແສນສຸກ ມາຮັບທຸກຂະເວທະນາເຊັ່ນນັ້ນ ກໍລະຄວາມພະຍົດຮ້າຍໃນສັນດານຖິ້ມ ຫວນຄິດຮອດພະພຸດທະໂຄດົມ ຈຶ່ງກ່າວສະດຸດີໃນຄວາມເມດຕາມະຫາກະລຸນາຂອງພະພຸດທະເຈົ້າ ໃນເລື່ອງທີ່ຊົງມີມະຫາກະລຸນາທິຄຸນອັນຍິ່ງໃຫຍ່ວ່າ “ຊົງບຳເພັງສິ່ງທີ່ເປັນທີ່ສຸດຫາບໍ່ໄດ້ ເປັນທີ່ເພິ່ງພຳນັກແກ່ສັດໂລກທັງມວນໃນການທຸກເມື່ອພະອົງນັ້ນ ເປັນຜູ່ປະເສີດຫາຜູ່ສະເໝີເໝືອນບໍ່ໄດ້ ອະນຶ່ງ ໃນການກ່ອນ ຂ້າພະເຈົ້າໄດ້ທຳຮ້າຍພະອົງໂດຍປະການຕ່າງໆ ແຕ່ພະອົງກໍຍັງຊົງມະຫາກະລຸນາທິຄຸນ ບໍ່ໄດ້ກະທຳການໂຕ້ຕອບແກ່ຂ້າພະເຈົ້າເລີຍ ມາບັດນີ້ ສາວົກຂອງພະອົງນາມວ່າອຸປະຄຸດບໍ່ມີເມດຕາແກ່ຂ້າພະເຈົ້າເລີຍ ກະທຳກັບຂ້າພະເຈົ້າໃຫ້ໄດ້ຮັບຄວາມທຸກທໍລະມານແສນສາຫັດ ແລະໄດ້ຮັບຄວາມອັບອາຍເປັນຢ່າງຍິ່ງ ຖ້າຫາກວ່າຂ້າພະເຈົ້າຍັງມີບຸນກຸສົນທີ່ໄດ້ສັ່ງສົມມາແຕ່ການກ່ອນ ຂ້າພະເຈົ້າຂໍຕັ້ງຈິດອະຖິຖານປາຖະໜາເປັນພະສັບພັນຍູໃນອະນາຄົດດັ່ງເຊັ່ນພະອົງຕໍ່ໄປ”
ກ່າວໄດ້ວ່າ ການຕົກຍາກລຳບາກໃນຄັ້ງນີ້ ເຮັດໃຫ້ພະຍາມານເຊິ່ງຄວາມຈິງແລ້ວໃນອະດີດຊາດ ໃນສະໄໝຂອງພະກັດສະປະພຸດທະເຈົ້າ ເຄີຍມີຈິດຕັ້ງໝັ້ນທີ່ຈະບຳເພັງໃຫ້ໄດ້ເປັນພະພຸດທະເຈົ້າເຊັ່ນກັນ ແຕ່ທີ່ໄດ້ກະທຳການຂັດຂວາງພຸດທະສາດສະໜາຂອງພະພຸດທະໂຄດົມນັ້ນ ກໍດ້ວຍເຫດແຫ່ງຄວາມລິດສະຫຍາພະພຸດທະໂຄດົມເນື່ອງດ້ວຍພະອົງໄດ້ຕຣັສຮູ້ເປັນພະພຸດທະເຈົ້າກ່ອນຕົນ ທັງໆທີ່ຕົນບຳເພັງປາລະມີມາຫຼາຍພໍສົມຄວນເຊັ່ນກັນ ແຕ່ການກະທຳໃນແຕ່ລະຄັ້ງ ກໍບໍ່ໄດ້ລ່ວງເກີນເຮັດບາບໜັກແຕ່ປະການໃດ
ເມື່ອພະອຸປະຄຸດໄດ້ຍິນຄຳປາລົບດັ່ງນັ້ນ ກໍເຫັນວ່າພະຍາມານໄດ້ສິ້ນພະຍົດແລ້ວ ຈຶ່ງໄດ້ແກ້ເຊືອກທີ່ມັດໄວ້ອອກ ປ່ອຍໃຫ້ພະຍາມານເປັນອິດສະຫລະ ພ້ອມທັງຂໍຂະມາພະຍາມານ ແລະບອກວ່າ ການກະທຳຄັ້ງນີ້ກໍເພື່ອໃຫ້ພະຍາມານລະນຶກໄດ້ເຖິງພຸດທະພູມທີ່ທ່ານເຄີຍປາຖະໜາໄວ້ເທົ່ານັ້ນເອງ ບໍ່ໄດ້ມີເຈດຕະນາທີ່ຈະລ່ວງເກີນປະການໃດ ເຊິ່ງພະຍາມານກໍເຂົ້າໃຈດ້ວຍດີ
ຕໍ່ຈາກນັ້ນພະເຖຣະກໍໄດ້ຂໍໃຫ້ພະຍາມານເນລະມິດກາຍເປັນພະພຸດທະອົງ ເພື່ອຈະໄດ້ເຫັນເປັນພຸດທານຸສະຕິ ພະຍາມານກໍຮັບຄຳ ແຕ່ຂໍຮ້ອງວ່າ ເມື່ອເຫັນຕົນເນລະມິດກາຍເປັນພະພຸດທະອົງແລ້ວ ຢ່າງຫຼົງກາບໄຫວ້ເປັນອັນຂາດ ເພາະຈະເຮັດໃຫ້ບາບໜັກ
ຄັ້ງເມື່ອພະຍາມານເນລະມິດກາຍເປັນພະພຸດທະເຈົ້າແລ້ວ ປະກອບໄປດ້ວຍມະຫາປຸລິດລັກສະນະ ແລະສັບພັນລັງສີອັນວິຈິດ ມີພະອັກຄະລະສາວົກເບື້ອງຊ້າຍ ເບື້ອງຂວາ ແວດລ້ອມດ້ວຍມະຫາສາວົກທັງຫຼາຍເປັນບໍລິວານ ສະເດັດເຍື້ອງຍ່າງດ້ວຍພຸດທະລີລາອັນງົດງາມຍິ່ງ ພະເຖຣະແລະບັນດາພຸດທະບໍລິສັດທັງຫຼາຍເຫັນເຊັ່ນນັ້ນ ກໍລືມໂຕພາກັນຖວາຍນະມັດສະການ ເຮັດໃຫ້ພະຍາມານຕົກໃຈ ແລະຮີບຄືນຮ່າງ ແລະທ້ວງຕິງວ່າ ເຮັດໃຫ້ຕົນມີບາບໜັກ ແຕ່ພະເຖຣະກໍກ່າວໃຫ້ພະຍາມານສະບາຍໃຈວ່າ ທຸກຄົນກາບໄຫວ້ພະພຸດທະເຈົ້າ ແລະພະຍາມານເອງກໍບໍ່ບາບດອກ ຈະໄດ້ກຸສົນຫຼາຍກວ່າ
ຈາກນັ້ນພະຍາມານກໍກັບຄືນສູ່ສະຫວັນຊັ້ນທີ 6 ວິມານຂອງຕົນ ແລະນັບແຕ່ນັ້ນມາ ພະຍາມານກໍມີຈິດອ່ອນນ້ອມເຫຼື້ອມໃສໃນພະພຸດທະສາດສະໜາ ໝົດສິ້ນນ້ຳໃຈລິດສະຫຍາ ແລະບຳເພັງປາລະມີເພື່ອພຸດທະພູມຕໍ່ໄປ
ຈົບເລື່ອງພະອຸປະຄຸດໄວ້ພຽງເທົ່ານີ້.
Tags: ພະຍາມານ, ພະບົວເຂັມ, ພະອຸປະຄຸດ